ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດຈັດຕັ້ງ ທີມຮັບມື ຢ່າງຮີບດ່ວນ ກັບ​ກໍ​ລະ​ນີ ຕິດເຊື້ອ ອີໂບລາ


US Forms Rapid Response Teams for Ebola
please wait

No media source currently available

0:00 0:02:29 0:00

ສະຫະລັດ ກຳລັງຈັດ​ຕັ້ງທີ​ມການ​ແພດ ທີ່​ຈະ​ສາມາດຖືກສົ່ງ
ຢ່າງຮີບ​ດ່ວນ​ໄປ​ຫາ​ແຫ່ງ​ໃດແຫ່ງ​ນຶ່ງໃນທົ່ວປະ​ເທດໄດ້ ທີ່​ສົງ
​ໄສ​ວ່າ ມີ​ກໍລະນີໃໝ່ໃນການເຊື້​ອ ອີ​ໂບລາ​ເກີ​ດຂື້ນ. ທີມຮັບ
ມືກັບອີ​ໂບລາ ຂອງສູນ​ກາງ​ຄວບຄຸມ​ແລະ​ປ້ອງ​ກັນພະ ຍາດ
ຂອງສະຫະລັດ ທີ່ເອີ້ນຫຍໍ້ວ່າ CERTs ນັ້ນ ແມ່ນປະກອບ​
ດ້ວຍ​ບັນດາ​ຜູ້​ຊ່ຽວຊານ ​ທີ່​ໄດ້​ຮັບ​ການ​ອົບຮົມເປັນພິເສດໃນ

ການກວດ ​ແລະ​ປິ່ນປົວຜູ້ຕິດເຊື້ອອີ​ໂອລາ. ຄະນະກະກຽມທີ່
ຮ້ອງວ່າ ໜ່ວຍສັ່ງ​ຊາ ສະຖານະ​ການ ​ແລະ ​ໃຫ້ການ​ສະໜັບ
ສະໜູນ ຫລື FASTs ນັ້ນ ຈະ​ເປັນ​ຜູ້​ຕິດ​ຕໍ່​ ກວດ​ສອບເບິ່ງ​
ບັນດາໂຮງໝໍ​ຕ່າ​ງໆ ທີ່​ອາສາ​ສະມັກປິ່ນປົວ​ຄົນ​ປ່ວຍຕິດເຊື້ອ
​ອີ​ໂບລາ ​ເພື່ອ​ໃຫ້ເປັນ​ທີ່ແນ່ໃຈວ່າ ​ໂຮງໝໍເຫຼົ່ານີ້​ ສາມາດຮັບ
​ມື ​ກັບກໍລະນີຕິດເ​ຊື້​ອອີ​ໂບລາໄດ້​. Zlatica Hoke ມີລາຍ​ງານ
​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ກິ່ງ​ສະຫວັນ ຈະ​ນໍາ​ ມາສະ​ເໜີ​ທ່ານ.

ທີມ​ການແພດຮັບມືໂດຍດ່ວນກັບອີໂບລາ ແຕ່ລະທີມ ປະ​ກອບ​ດ້ວຍສະມາຊິກປະມານ
20 ຄົນ ຊຶ່ງ​ຈະຕຽມ​ພ້ອມອອກເດີນທາງໄດ້ ພາຍໃນບໍ່ເທົ່າໃດຊົ່ວໂມງ ໄປຍັງແຫ່ງໃດແຫ່ງ​ນຶ່ງຢູ່​ໃນສະຫະລັດ ບ່ອນ​ທີ່​ຄົນ​ປ່ວຍ​ໄດ້​ຖືກ​ກວດ​ພົບວ່າ ຕິດ​ເຊື້ອ ​ອີ​ໂບລາ ຫລືມີຄວາມສົງ
​ໄສ​ເປັນຢ່າງສູງນັ້ນ.

ດອກ​ເຕີ Jordan Tappero ຮອງ​ຫົວໜ້າຄຸ້ມຄອງ ທີມຮັບມືກັບອີໂບລາຂອງ ສູນກາງ
ຄວບຄຸມແລະ​ປ້ອງ​ກັນ​ພະຍາດສະຫະລັດ ກ່າວ​ວ່າ:

“ທີ​ມ​ຮັບມື​ຢ່າງ​ຮີບ​ດ່ວນນີ້ ແມ່ນໝາຍ​ຄວາມ​ວ່າ ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ໂຮງ
ໝໍ​ຕ່າງໆ ທີ່​ມີ​ພວກຄົນ​ປ່ວຍ ສົງໄສວ່າ​ຕິດ​ເຊື້ອ​ອີ​ໂບລາ​. ບັນດາ​ທີມຮັບມື​ດັ່ງກ່າວ
ນີ້ ​ປະກອບ​ດ້ວຍ​ຜູ້​ຊ່ຽວຊານດ້ານ​ຄວບ​ຄຸມ​ພະຍາດຕິດຕໍ່ ຢາ​ປົວ​ພະຍາດ​ ການ​ສືບສວນ​ກ່ຽວກັບການລະບາດ​ຂອງອິ​ໂບລາ ການ​ສື່ສານ ​ແລະ​ດ້ານອື່ນໆ ອີກ
ຮວມ​ທັງ​ດ້ານຫ້ອງວິໄຈຫຼືຫ້ອງແລັບນຳດ້ວຍ.”

ປະທານາທິບໍດີ Barack Obama ​ຊຶ່ງໄດ້​ສັ່ງ​ໃຫ້​ສ້າງ​ຕັ້ງ​ ບັນດາ​ທີມພວກນັກ​ຊ່ຽວຊານ
ດັ່ງກ່າວ ຫລັງ​ຈາກໄດ້ກວດພົບ ​ກໍ​ລະ​ນີທຳ​ອິດ​ຂອງອີໂບລາ ຢູ່​ໃນສະຫະລັດ ​ໄດ້​ສະ​ແດງ​
ໃຫ້​ເຫັນ​ວ່າ ສ່ວນ​ໃຫຍ່​ຂອງ​ໂຮງໝໍ ຍັງບໍ່ທັນມີຄວາມ​ພ້ອມ​ເທື່ອ ເພື່ອ​ຮັບ​ມື​ກັບ ເຊື້ອ​ອີໂບ
ລາ. ຄົນ​ປ່ວຍທີ່​ມາ​ຈາກໄລ​ບີ​ເຣຍ ​ໄດ້ຮັບການ​ປິ່ນ ປົວ​ຢູ່​ໂຮງໝໍ​ແຫ່ງ​ນຶ່ງ​ໃນ ນະຄອນ
Dallas ລັດ Texas ​ແຕ່​ໄດ້​ເສຍ​ຊີວິດ​ໃນ​ວັນ​ທີ 8 ​ເດືອນຕຸລາ ຫລັງ​ຈາກ​ໄດ້​ຕິ​ດ​ແປດເຊື້ອ
ໄວຣັສດັ່ງກ່າວໃສ່ນາງພະຍາບານ​ສອງ​ຄົນ ທີ່​ເປັນ​ຜູ້​ດູ​ແລ​ລາວ. ​ກໍລະນີ​ດັ່ງ​ກ່າວ​ໄດ້ພາ​ເຮັດ
​ໃຫ້​ເກີດ​ຄວາມ​ຢ້ານ​ກົວ​ວ່າ ອີ​ໂບລາ ອາດ​ຈະແຜ່​ລະບາດ​ຢູ່​ໃນ ສະຫະລັດ ແລະຊາວອາເມ
ຣິກັນຫຼາຍໆຄົນ ໄດ້ກ່າວຫາພວກເຈົ້າໜ້າທີ່ການແພດວ່າ ບໍ່ທັນມີຄວາມພ້ອມ ເພື່ອຮັບມື
ກັບເຊື້ອ ໄວຣັສນີ້.

ທ່ານ Obama ກ່າວ​ວ່າ ຄະນະທີມຮັບມືຢ່າງ​ຮີບ​ດ່ວນຈະ​ຄໍ້າປະກັນ​ວ່າ ມີການ​ປະຕິບັດ
ຕາມກົດລະບຽບຢ່າງ​ຖືກຕ້ອງຢ່າງ​ເໝາະ​ສົມ​ ກ່ຽວກັບທຸກໆກໍລະນີທີ່ສົງໄສຕິດເຊື້ອ
ອີໂບລາ.

ປະທານາທິບໍດີ Barack Obama ກ່າວ​ວ່າ

“ຖ້າ​ພວກ​ເຮົາ​ຫາກປະຕິບັດ​ຕາມ ລະບຽບການເຫຼົ່ານີ້​ຢ່າງ​ເໝາະ​ສົມ ຖ້າພວກ​ເຮົາ​ຫາກປະຕິບັດຕາມບາດກ້າວຕ່າງໆ ຖ້າພວກ​ເຮົາຫາກ​ນຳ​ເອົາ​ຂໍ້ມູນອອກເປີດເຜີຍ ​ຫລັງຈາກນັ້ນ ການ​ທີ່​ຈະເກີດແຜ່​ລະບາດ​ຂອງ​ເຊື້ອອີ​ໂບລາ ຢູ່​ໃນ​ປະ​ເທດ​ນີ້ ຈະ​ມີ​
ຕໍ່າ​ ທີ່​ສຸດ.

ປະທານາທິບໍດີ ສະຫະລັດ ພວມຊອກ​ຫາ​ຊ່ອງ​ທາງ ທີ່ຈະຊ່ວຍ​ລະ​ງັບ​ຄວາມ​ຢ້ານ​ກົວ ທີ່
ວ່າເຊື້ອ​ໄວຣັສອັນ​ຮ້າຍ​ແຮງ​ນີ້ອາດ​ຈະ​ແຜ່​ລະບາດ​ຢູ່​ໃນສະຫະລັດ. ການ​ຕັດສິນ​ໃຈທີ່ຈະ
​ສົ່ງ​ທີ​ມຮັບມືຮີບດ່ວນກັບອີ​ໂບລາ ໄປຍັງເຂດຕ່າງໆນັ້ນແມ່ນຈະ ຂຶ້ນຢູ່ກັບຜູ້ອຳນວຍການ
ສູນ​ກາງ​ຄວບ​ຄຸມແລະ​ປ້ອງ​ກັນພະຍາດ ​ຕາມ​ຄຳ​ຂໍ​ຮ້ອງ​ຈາກ​ໂຮງໝໍ ຫລືຄລີ​ນິກ ທີ່​ອາດ​ຕ້ອງການ.

"ດອກ​ເຕີີ Tappero ກ່າວວ່າ “ດັ່ງ​ທີ່​ທ່ານ​ຮູ້​ວ່າ ການ​ປະຕິບັດ​ງານ​ສຸກ​ເສີນ​ຂອງ​
ສູນກາງພວກ​ເຮົາໄດ້​ເລີ້​ມຂື້ນ​ແລ້ວ. ຂ້າພະ​ເຈົ້າ​ຄິດ​ວ່າ ພວກເຮົາໄດ້ເລີ້ມມາເປັນ
ມື້ທີ 106. ​ເພາະສະ​ນັ້ນ ການ​ຕັດສິນ​ໃຈ​ທີ່​ຈະ​ສົ່ງທີ​ມຮັບມືສຸກເສີນກັບອີໂບລາ
ຂອງສູນ​ກາງ​ຄວບ​ຄຸມ​ແລະປ້ອງ​ກັນ​ພະ​ຍາດນັ້ນ​ ແມ່ນນອນຢູ່ໃນໂຄງຮ່າງການ
ຄຸມຄອງອຸປະຕິ​ເຫດ. ເວລາ​ນີ້ ສູນ​ກາງ​ປະຕິບັດງານ​ສຸກ​ເສີນຂອງ​ພວກ​ເຮົາແມ່ນ
ຜູ້ອຳນວຍການປະຕິບັດ​ງານຂອງສູນກາງພວກເຮົາ ​ແນ່ນອນ​ ການ​ຕັດສິນ​ໃຈ ​
ທັງ​ໝົດ​ຂື້ນ​ຢູ່​ກັບດອກ​ເຕີ Thomas Frieden.”

ບັນດາ​ສະມາຊິກຂອງທີມເຫຼົ່ານີ້ ​ແມ່ນຖືກຄັດເລືອກຈາກ​ລາຍ​ຊື່ພະນັກງາ​ນການ ​ແພດ
ປະມານ 100 ຄົນ ຢູ່​ໃນທົ່ວ​ປະ​ເທດ. ໜ່ວຍຊັ່ງຊາສະຖານະການ ແລະ​ໃຫ້ການ​ສະໜັບ
ສະໜູນ 3 ທີມ​ໄດ້​ຖືກ​ສົ່ງ​ໄປນະຄອນ New York, Chicago ​ແລະ Washington D.C.
ມາຮອດປັດຈຸບັນຍັງບໍ່​ມີການສົ່ງທີມຮັບມືສຸກເສີນ ໄປຍັງເຂດໃດ​ເທຶ່ອ ​ແຕ່​ວ່າ ກຸ່ມ​ທໍາ ອິດ
20 ຄົນ​ກຳລັງ​ລໍຖ້າ​ພ້ອມ​ດ້ວຍ​ພົກ​ເຄື່ອງ ຂອງເຂົາ​ເຈົ້າ​ຕຽມ​ໄວ້​ແລ້ວ.

XS
SM
MD
LG