ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ປະກາດວ່າ ຈະທັບມ້າງ ກຸ່ມຫົວຮຸນແຮງ ລັດອິສລາມ (ສະໄລດ໌/ວີດີໂອ)


ພວກທະຫານບ້ານຊີໄອທ໌ ເຍີງທຸງພວກຫົວຮຸນແຮງ ລັດອິສລາມ ໃນຂະນະທີ່ພວກເຂົາເຈົ້າ ສະເຫຼີມສະຫລອງ ຫລັງຈາກໄດ້ທັບມ້າງ ການປິດລ້ອມຂອງພວກຫົວຮຸນແຮງ ລັດອິສລາມ (1 ກັນຍາ 2014)
ພວກທະຫານບ້ານຊີໄອທ໌ ເຍີງທຸງພວກຫົວຮຸນແຮງ ລັດອິສລາມ ໃນຂະນະທີ່ພວກເຂົາເຈົ້າ ສະເຫຼີມສະຫລອງ ຫລັງຈາກໄດ້ທັບມ້າງ ການປິດລ້ອມຂອງພວກຫົວຮຸນແຮງ ລັດອິສລາມ (1 ກັນຍາ 2014)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນມື້ວັນ
ສຸກວານນີ້ວ່າ ທ່ານມີຄວາມໝັ້ນໃຈທີ່ວ່າສະຫະລັດແລະບັນດາ
ປະເທດພັນທະມິດ ຈະສາມາດເອົາຊະນະ ພວກນັກລົບກຸ່ມລັດ
ອິສລາມ ທີ່ໄດ້ສ້າງຕັ້ງທີ່ໝັ້ນຂຶ້ນ ຢູ່ໃນອີີຣັກ ແລະຊີເຣຍນັ້ນ.

ໃນການຖະແຫຼງຕໍ່ພວກນັກຂ່າວໃນຕອນອັດກອງປະຊຸມສຸດຍອດ
ອົງການເນໂຕ້ ທີ່ແຄວ້ນ Wales ຂອງອັງກິດນັ້ນ ປະທານາທິບໍດີ
ໂອບາມາເວົ້າວ່າ ສະມາຊິກຂອງກຸ່ມເນໂຕ້ ໄດ້ເຫັນພ້ອມຢ່າງເປັນ
ເອກກະສັນກັນວ່າ ພວກຫົວຮຸນແຮງກຸ່ມນີ້ ເປັນໄພຂົ່ມຂູ່ຢ່າງຮ້າຍ
ແຮງ ບໍ່ແມ່ນແຕ່ຕໍ່ພາກຕາເວັນອອກກາງທໍ່ນັ້ນ.

ປະທານາທິບໍດີໂອບາມາ ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ຮັບການຄັດຄ້ານ ຫຼືການຕອບຮັບໃນ ທາງລົບໃດໆ ຕໍ່ຄວາມເຊື່ອພື້ນຖານ ທີ່ວ່າ ພວກເຮົາມີບົດບາດສຳຄັນ ທີ່ຈະຕ້ອງໄດ້ເຮັດ ເພື່ອຕີໂຕ້ອົງການຈັດຕັ້ງທີ່ໂຫດຮ້າຍປ່າເຖື່ອນຊຶ່ງໄດ້ພາໃຫ້ເກີດຄວາມໂກລາຫົນວຸ້ນວາຍ ຂະໜາດໃຫຍ່ ຢູ່ໃນຂົງເຂດ ແລະເປັນໄພອັນຕະລາຍຕໍ່ຫຼາຍໆຄົນນັ້ນ.”

ກ່ອນໜ້ານັ້ນ ຢູ່ຂ້າງນອກຂອງກອງປະຊຸມສຸດຍອດເນໂຕ້ ໃນວັນສຸກວານນີ້ ນັກການທູດ ອະວຸໂສ ແລະເຈົ້າໜ້າທີ່ ປ້ອງກັນປະເທດສະຫະລັດ ໄດ້ຈັດໃຫ້ມີການປະຊຸມຂອງ 10 ປະ ເທດຂຶ້ນ ຊຶ່ງຄາດວ່າ ຈະເປັນແກນນຳຂອງກຸ່ມແນວໂຮມຕ້ານກຸ່ມຫົວຮຸນແຮງລັດອິສລາມ ທີ່ມີຮວມທັງ ອັງກິດ ຝຣັ່ງ ເຢຍຣະມັນ ແລະອອສເຕຣເລຍທີ່ບໍ່ແມ່ນສະມາຊິກຂອງເນໂຕ້.

ຂະນະດຽວກັນ ໃນວັນສຸກວານນີ້ ກະຊວງການຕ່າງປະເທດສະຫະລັດ ບໍ່ໄດ້ໃຫ້ຄວາມສຳ ຄັນຕໍ່ລາຍງານຂ່າວຂອງ BBC ທີ່ເວົ້າວ່າ ສະຫະລັດໄດ້ປະສານງານກັບອີຣ່ານເພື່ອຕ້ານ ພວກຫົວຮຸນແຮງ ລັດອິສລາມ. ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດ ສະຫະລັດກ່າວຕໍ່ພວກນັກຂ່າວວ່າ ບໍ່ມີການຮ່ວມມືທາງດ້ານທະຫານຫຼືດ້ານສືບລັບໃນທຳ ນອງນີ້ໃດໆຈະເກີດຂຶ້ນ.

ທ່ານນາງ Marie Harf ເວົ້າວ່າ “ພວກເຮົາຈະບໍ່ທຳການຮ່ວມມືທາງດ້ານທະຫານຫລືແບ່ງ ປັນຂໍ້ມູນສືບລັບໃດໆກັບອີຣ່ານ. ພວກເຮົາບໍ່ມີແຜນການທີ່ຈະທຳການດັ່ງກ່າວ.”

ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດພວມມຸ່ງໜ້າໄປຍັງພາກຕາເວັນອອກກາງໃນອາທິດ ໜ້ານີ້ ເພື່ອລະດົມ ໃນອັນທີ່ທ່ານໂອບາມາເອີ້ນວ່າ ການສະໜັບສະໜຸນທີ່ມີຄວາມສຳຄັນ ເປັນພິເສດ ເພື່ອຕ້ານພວກຫົວຮຸນແຮງລັດອິສລາມ ຈາກບັນດາປະເທດອາຣັບນັ້ນ.

NATO ISLAMIC STATE SOTVO
please wait

No media source currently available

0:00 0:00:34 0:00

XS
SM
MD
LG