ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ປະນີປະນອມ ເລື່ອງພາສີ ແລະ ຕັດການໃຊ້ຈ່າຍ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ຖະແຫຼງຕໍ່ພວກນັກຂ່າວ ທີ່ທຳນຽບຂາວ ກ່ຽວກັບວິກິດການງົບປະມານ (21 ທັນວາ 2012)
ປະທານາທິບໍດີບາຣັກ ໂອບາມາ ຖະແຫຼງຕໍ່ພວກນັກຂ່າວ ທີ່ທຳນຽບຂາວ ກ່ຽວກັບວິກິດການງົບປະມານ (21 ທັນວາ 2012)
ໃນມື້ວັນສຸກວານນີ້ ປະທານາທິບໍດີບາຣັກ ໂອບາມາໄດ້ຮຽກຮ້ອງ
ໃຫ້ສະພາຕໍ່າສະຫະລັດທີ່ຄອບງຳໂດຍພັກຣີພັບບລີກັນ ຜ່ອນສັ້ນ
ຜ່ອນຍາວໃນເລື່ອງພາສີແລະຂໍ້ຕົກລົງກ່ຽວກັບການໃຊ້ຈ່າຍຂອງ
ລັດຖະບານເພື່ອປ້ອງກັນບໍ່ໃຫ້ເກີດວິກິດການໃນທ້າຍປີນີ້ທີ່ຂົ່ມຂູ່
ວ່າ ຈະເຮັດໃຫ້ເສດຖະກິດຂອງສະຫະລັດ ທີ່ໃຫຍ່ທີ່ສຸດໃນໂລກ
ນັ້ນ ກ້າວເຂົ້າສູ່ສະພາບຖົດຖອຍ.

ໃນການຖະແຫຼງທີ່ບໍ່ມີການຕອບຄຳຖາມຕິດຕາມມານັ້ນ ປະທາ
ນາທິບໍດີໂອບາມາ ໄດ້ຮຽກຮ້ອງ ໃຫ້ສະມາຊິກຂອງພັກຣີພັບບລີ
ກັນສວຍໃຊ້ວັນພັກເນື່ອງໃນໂອກາດເທສະການຄຣິສຕ໌ມາສ ໃນ
ວັນທີ 25 ທັນວາຂອງພວກເຂົາເຈົ້າທົບທວນເບິ່ງຄວາມທຸກຍາກ ທີ່ຊາວອາເມຣິກັນຈະໄດ້ຮັບ ຖ້າຫາກບໍ່ສາມາດບັນລຸການຕົກລົງ
ກັນໄດ້ກ່ຽວກັບການຂຶ້ນພາສີແລະການຕັດການໃຊ້ຈ່າຍຂອງລັດຖະບານລົງ ໃນໄລຍະ 10 ມື້ຕໍ່ໜ້ານີ້.

ຖ້າຫາກຕົກລົງກັນບໍ່ໄດ້ ກໍຈະມີການບັງຄັບໃຫ້ຕັດການໃຊ້ຈ່າຍຂອງລັດຖະບານລົງເກືອບ 500 ພັນລ້ານໂດລາ ແລະການຂຶ້ນພາສີກໍຈະມີຜົນບັງຄັບແບບອັດຕະໂນມັດ ໃນວັນທີ 1 ມັງກອນນີ້ ຊຶ່ງຈະມີຜົນກະທົບຕໍ່ຊາວອາເມຣິກັນເກືອບທຸກໆຄົນ.

ປະທານາທິບໍດີກ່າວວ່າ ທ່ານຈະຍອມຮັບເອົາການຂຶ້ນພາສີສຳລັບທຸກໆຄົນ ທີ່ມີລາຍໄດ້ ກາຍລະດັບ 400,000 ໂດລາ ແທນຂໍ້ສະເໜີຂອງພັກຣີພັບບລີກັນ ຈາກລະດັບຕົ້ນຕໍ 250,000 ໂດລາຕໍ່ປີ ທີ່ປະທານາທິບໍດີໄດ້ຕັ້ງເປົ້າໝາຍເອົາໄວ້ ໃນຂະນະທີ່ພັກຣີພັບບລີ ກັນຢາກໃຫ້ມີການຕໍ່ອາຍຸການຫຼຸດພາສີໃຫ້ແກ່ທຸກໆທີ່ມີຢູ່ໃນປັດຈຸບັນ. ໃນມື້ວັນສຸກວານ ນີ້ປະທານາທິບໍດີໄດ້ກ່າວເຖິງຄວາມເປັນໄປໄດ້ໃນການ ປະນີປະນອມໂດຍທີ່ບໍ່ມີຝ່າຍໃດ ໄດ້ຮັບ 100% ຕາມທີ່ຕົນຕ້ອງການ.

ບັນດາສະມາຊິກສະພາສະຫະລັດ ໄດ້ພາກັນເດີນທາງກັບຄືນໄປບ້ານເກີດເມືອງນອນໃນ ຕອນແລງ ຂອງວັນພະຫັດຜ່ານມາ ຊຶ່ງພາໃຫ້ປະທານາທິບໍດີ ຮຽກຮ້ອງໃຫ້ພວກເຂົາເຈົ້າ ເດີນທາງກັບຄືນມາຍັງກຸງວໍຊິງຕັນໃນອາທິດໜ້າ ເພື່ອໃຫ້ບັນລຸການຕົກລົງກັນ.

ກ່ຽວຂ້ອງກັນ

XS
SM
MD
LG