ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອບຄົວໝາຍເລກນຶ່ງ ສຫລ ໄປຮ່ວມພິທີ ທີ່ເປັນຂີດໝາຍ ດ້ານສິດທິພົນລະເມືອງ


ປ. ໂອບາມາ ພວມຕອບຄຳຖາມ ກ່ຽວກັບການໂຈມຕີ ທາງອິນເຕີແນັດ ຕໍ່ບໍລິສັດຮູບເງົາໂຊນີ ໃນກອງປະຊຸມ ຖະແຫລງຂ່າວທ້າຍປີ ທີ່ທຳນຽບຂາວ (19 ທັນວາ 2014)
ປ. ໂອບາມາ ພວມຕອບຄຳຖາມ ກ່ຽວກັບການໂຈມຕີ ທາງອິນເຕີແນັດ ຕໍ່ບໍລິສັດຮູບເງົາໂຊນີ ໃນກອງປະຊຸມ ຖະແຫລງຂ່າວທ້າຍປີ ທີ່ທຳນຽບຂາວ (19 ທັນວາ 2014)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະຄອບຄົວ
ຂອງທ່ານ ໄດ້ເດີນທາງໃນວັນເສົາມື້ນີ້ ໄປຍັງເມືອງ Selma ໃນ
ລັດ Alabama ຢູ່ທາງພາກໃຕ້ຂອງສະຫະລັດ ເພື່ອລະນຶກເຖິງ
ສອງຂີດໝາຍທີ່ສຳຄັນ ກ່ຽວກັບຂະບວນການເຄື່ອນໄຫວ ເພື່ອ
ສິດທິພົນລະເມືອງອາເມຣິກັນນັ້ນຄືວັນຄົບຮອບ 50 ປີ ໃນການ
ເດີນຂະບວນ ແຕ່ເມືອງ Selma ໄປຫາ ເມືອງ Montgomery
ແລະວັນຄົບຮອບ 50 ປີ ຂອງການເຊັນ ກົດໝາຍວ່າດ້ວຍການ
ປ່ອນບັດ ປີ 1965.

ທ່ານໂອບາມາຊຶ່ງເປັນປະທານາທິບໍດີຜິວດຳຄົນທຳອິດຂອງອາ
ເມຣິກາຈະກ່າວຄຳປາໄສ ທີ່ຂົວ Edmund Pettus ບ່ອນທີ່ນັກ
ເຄື່ອນໄຫວເພື່ອສິດທິພົນລະເມືອງກຸ່ມໃຫຍ່ໆກຸ່ມນຶ່ງ ໄດ້ຖືກທຸບຕີຢ່າງໂຫດຮ້າຍໃນວັນທີ
7 ມີນາ ປີ 1965 ໃນລະຫວ່າງການເດີນຂະບວນແບບສັນຕິໃນອັນທີ່ໄດ້ກາຍມາເປັນທີ່ຮູ້ ກັນວ່າວັນອາທິດທີ່ນອງເລືອດນັ້ນ.

ຕໍ່ຈາກນັ້ນ ຄອບຄົວຂອງປະທານາທິບໍດີ ກໍຈະໄປຢ້ຽມພິພິດທະພັນແລະສະຖາບັນປ່ອນ ບັດແຫ່ງຊາດ.

ເມື່ອ 50 ປີກ່ອນພຸ້ນຍັງເປັນການຍາກຫລາຍທີ່ຈະເຊື່ອວ່າ ຖ້າຫາກບໍ່ແມ່ນເປັນໄປບໍ່ໄດ້ ເລີຍທີ່ຈະວາດມະໂນພາບວ່າ ຊາວອາເມຣິກັນເຊື້ອສາຍອາຟຣິກາໃນວັນໃດວັນນຶ່ງຂ້າງ
ໜ້າ ຈະໄດ້ກາຍເປັນ ປະທານາທິບໍດີຂອງສະຫະລັດ ໃນຂະນະທີ່ ພວກນັກເຄື່ອນໄຫວ ເພື່ອສິດທິພົນລະເມືອງທຳການຕໍ່ສູ້ ເພື່ອຢາກໃຫ້ປະຊາຊົນຊາວຜິວດຳໃນສະຫະລັດ ມີ ສິດໂດຍເຕັມນັ້ນ ໄດ້ຖືກທຸບຕີເປັນປະຈຳ.

OBAMA SELMA CNPK
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG