ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກະເສດຕະກອນອາເມຣິກັນ ສ້າງລາຍຮັບ ໄດ້ເພີ້ມຂຶ້ນ ໃນປີ 2010


ການເກັບກ່ຽວຖົ່ວເຫລືອງຢູ່ທົ່ງ Pleasant Plains, ລັດ Illinois
ການເກັບກ່ຽວຖົ່ວເຫລືອງຢູ່ທົ່ງ Pleasant Plains, ລັດ Illinois

ຢູ່ໃນລາຍ​ງານ​ສະຫລູ​ບທ້າຍ​ປີ ກ່ຽວ​ກັບຜົນ​ການປະຕິບັດ​ການຂອງ​ພາກສ່ວນ​ການ​ກະ​ເສດ​ຂອງ​ສະຫະລັດ ​ປາກົດ​ວ່າ ພວກ​ກະ​ເສດ​ຕະກອນ​ອາ​ເມຣິກັນ​ສ້າງ​ລາຍ​ຮັບ​ໄດ້ ຫລາຍສົມ ຄວນ​ໃນ​ປີ 2010 ນີ້ ​ໂດຍ​ໄດ້​ຮັບ​ການ​ຊຸກຍູ້​ສ່ວນ​ນຶ່ງຈາກ​ບັນ​ຫາ​ເລື້ອງ​ເຂົ້າ wheat ຫລື​ເຂົ້າເບລ່ ຂອງ​ຣັດ​ເຊຍ.

ປີ 2010 ​ເປັນ​ປີທີ່​ດີ​ຫລາຍ​ສໍາລັບພວກ​ກະ​ເສດຕະກອນ
ຂອງ​ສະຫະລັດ ທີ່ສ້າງ​ລາຍ​ຮັບໄດ້ຫລາຍ​ເຖິງ 82 ພັນ​ລ້ານ
ໂດ​ລາ ຊຶ່ງແມ່ນເພີ້ມຂຶ້ນເກືອບຮອດ 1 ສ່ວນ 3 ຂອງລາຍ
ໄດ້ ທີ່ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ໃນປີ​ກາຍ​ນີ້. ​ແລະກໍແມ່ນ 26%
ສູງ​ກວ່າ​ລາຍ​ຮັບ​ສະ​ເລ່ຍຂອງທັງໝົດ​ 10 ປີ ທີ່ຜ່ານ​ມາ.

ຕົວ​ເລກ​ນີ້​ແມ່ນ​ໄດ້​ມາ​ຈາກ​ ພະ​ແນ​ກຄົ້ນຄວ້າດ້ານ​ເສດຖະ
ກິດ ຂອງກະ ຊວງ​ກະສິກຳສະຫະລັດ ​ແລະ ກໍ​ຖື​ໄດ້​ວ່າ​
ເປັນລາຍ​ຮັບສຸດທິຈາກ​ການ​ກະ​ເສດ ຊຶ່ງ​ເປັນ​ສິ່ງວັດແທກ
ຜົນ​ກຳ​ໄລ​ຂອງ​ວຽກງານ​ດ້ານ​ກະສິກຳ.

ມູນ​ຄ່າຂອງຜົນລະ​ປູກ​ປະ​ເພດ​ເມັດ ​ແລະ​ຜົນລະປູກ​ທີ່​
ເອົາແກ່ນ​ໄປ​ກັ່ນເອົານໍ້າມັນນັ້ນ ​ໃນ​ປີ 2010 ນີ້ ​ແມ່ນ
ເພີ້ມຂຶ້ນປະມານ 3% ​ຈາກມູນ​ຄ່າ​ຂອງ​ປີ​ກາຍ​ນີ້ ​ແລະມູນ​ຄ່າ​ຂອງຜົນຜະ​ລິດມາ​ຈາກ​ການ​ລ້ຽງສັດ​ແມ່ນ​ເພີ້ມສູງ​ຂຶ້ນ​ເກືອບຮອດ 7%.

ລັດຖະມົນ​ຕີກະຊວງ​ກະ​ເສດ​ຂອງ​ສະຫະລັດ ທ່ານ Tom Vilsack
ລັດຖະມົນ​ຕີກະຊວງ​ກະ​ເສດ​ຂອງ​ສະຫະລັດ ທ່ານ Tom Vilsack

ລັດຖະມົນ​ຕີກະຊວງ​ກະ​ເສດ​ຂອງ​ສະຫະລັດ ທ່ານ Tom
Vilsack ​ຊີ້​ແຈງວ່າ ພາກສ່ວນການ​ກະ​ເສດ​ແມ່ນ​ເປັນ​ນຶ່ງ
ໃນ​ບັນດາຂະ​ແໜງທີ່​ສໍາຄັນໆ​ຂອງເສ​ດຖະກິດ​ ​ຈຳນວນ
ບໍ່​ເທົ່າ​ໃດ​ຂະ​ແໜງ ​ທີ່ໄດ້ປຽບ​ທາງ​ດ້ານ​ການ​ຄ້າ ຫລື ມີ​
ມູນ​ຄ່າການ​ສົ່ງ​ອອກ​ຫລາຍ​ກວ່າມູນ​ຄ່າ​ສິນຄ້າ​ນຳ​ເຂົ້າ.
ເປັນທີ່​ຄາດ​ກັນ​ວ່າ ການ​ໄດ້​ປຽບ​ດ້ານ​ນີ້ ຈະ​ຕົກ​ເປັນ
41 ພັນ​ລ້ານ​ໂດ​ລາ ​ໃນ ປີ 2011 ຊຶ່ງຈະ​ເປັນມູນ​ຄ່າ
ທີ່​ເພີ້ມຂຶ້ນ​ເກືອບ​ຮອດ 18 ພັນ​ລ້ານ​ໂດ​ລາ ຈາກ​ປີນີ້.

ພ້ອມ​ດຽວກັນນັ້ນ ກໍຍັງຄາດ​ວ່າ ສິນຄ້າ​ສົ່ງ​ອອກ​ດ້ານ​ການ​ປູກ​ຝັງ ​ແລະ​ລ້ຽງສັດ ໃນ​ປີໜ້ານີ້ ຈະ​ທຳລາຍ​ສະຖິຕິ​ທີ່​ສູງ​ທີ່ສຸດຂອງປີ 2008 ນັ້ນອີກ ຊຶ່ງກະຊວງ​ກະສິກຳ​ເວົ້າວ່າ ສິນຄ້າ​ສົ່ງ​ອອກ​ດ້ານ​ນີ້​ໃນ​ປີ​ຈະ​ມາ​ເຖິງ​ນີ້ ສາມາດ​ມີ​ຫລາຍ​ກ່ວາ 126 ພັນ​ລ້ານ​ໂດ​ລາ.

ລູກ​ຄ້າ​ລາຍ​ໃຫຍ່​ທີ່ສຸດ​ຂອງ​ສະຫະລັດ ສໍາລັບສິນຄ້າ​ປະ​ເພດ​ນີ້ຄາດ​ວ່າ​ຈະ​ແມ່ນກາ​ນາ​ດາ. ແຕ່​ກໍ​ຄາດວ່າ​ ສິນຄ້າ​ກະສິກຳ​ທີ່​ສົ່ງອອກ​ໄປ​ຍັງ​ຈີນນັ້ນ ​ຈະເພີ້​ນຂຶ້ນ​ເຊ່ນ​ກັນ ​ໂດຍ​ຄາດ​ວ່າ​ຈະມີ​ມູນ​ຄ່າ ໜ້ອຍກວ່າມູນ​ຄ່າ ການ​ຂາຍ​ໃຫ້ກາ​ນາ​ດາ​ ປະມານ 500 ລ້ານ​ໂດ​ລາ​ເທົ່າ​ນັ້ນ.

ທ່ານ​ລັດຖະມົນ​ຕີ Vilsack ກ່າວ​ວ່າ ພວກ​ປະ​ເທດ​ໃນ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະພາກຕາ​ເວັນ​ອອກ​ກາງ​ ກໍ​ຊື້ສິນຄ້າຈາກ​ພວກ​ກະ​ເສດ​ຕະກອນອາ​ເມ​ຣິ​ກັນ ​ເພີ້ມຂຶ້ນ​ເຊ່ນ​ກັນ.

ສະພາບການ​ປູກຝັງ​ທີ່ບໍ່​ໄດ້ໝາກຜົນ​ດີ​ຢູ່​ຕ່າງປະ​ເທດ ​ແມ່ນມີບົດບາດ​ອັນ​ສຳຄັນໃນ​ການ​ເຮັດ​ໃຫ້​ລາຄາ​ພືດ​ຜົນ​ຂອງ​ອາ​ເມຣິກາ ​ສູງ​ຂຶ້ນ​ໃນ​ປີນີ້.

ທ່ານ​ນາງ Chalotte Hebebrand ຊຶ່ງ​ເປັນ​ຫົວໜ້າບໍລິຫານສະພາ​ວ່າ​ດ້ວຍ​ນະ​ໂຍບາຍ
ຝ່າຍການ​ຄ້າດ້ານ​ອາຫານ ​ແລະ​ການ​ກະ​ເສດ​ນາໆ​ຊາດ ຢູ່​ນະຄອນຫລວງ​ວໍຊິງ​ຕັນ​ດີ​ຊີ
ເວົ້າວ່າ​ ສະພາບ​ແຫ້ງ​ແລ້ງ​ໄດ້​ມີ​ຜົນ​ກະທົບ​ອັນໃຫຍ່ຫລວງ​ໃນ​ລະດູ​ແລ້ງ​ທີ່​ຜ່ານ​ມາ.

ທ່ານ​ນາງ​ Hebebrand ​ເວົ້າວ່າ: “​ມີ​ບັນ​ຫາ​ທາງ​ດ້ານ​ດິນ​ຟ້າ​ອາກາດ​ຢ່າງຮ້າຍ​ແຮງ ​ເກີດ​ຂຶ້ນ ບໍ່ພຽງ​ແຕ່ຢູ່​ໃນຣັດ​ເຊຍ ​ແຕ່​ຍັງ​ເກີດ​ຂຶ້ນຢູ່​ໃນພວກປະ​ເທດອື່ນໆ ທີ່​ເຄີຍ​ຢູ່ໃນ​ເຄືອອະດີດ​ສະຫະພາບ​ໂຊ​ຫວຽດ ຈຳນວນ​ນຶ່ງ​ອີກ.”

ການເກັບກ່ຽວເຂົ້າເບລ່ ຫລື ເຂົ້າ wheat ຂອງຣັດເຊຍ
ການເກັບກ່ຽວເຂົ້າເບລ່ ຫລື ເຂົ້າ wheat ຂອງຣັດເຊຍ

ລາຄາເຂົ້າ wheat ຫລືເຂົ້າ​ເບ​ລ່ ຖີບຕົວ​ສູງ​ຂຶ້ນ ພາຍຫລັງ​ທີ່ຣັດ​ເຊຍ​ໄດ້​ງົດ​ການ​ສົ່ງ​ອອກ ​ເຂົ້າ​ເບ​ລ່​ໄວ້​ ເຖິງ​ແມ່ນ​ວ່າຣັດ​ເຊຍ​ຈະ​ໄດ້​ຍົກ​ເລີກ​ການ​ເກືອດ​ຫ້າມ​ນັ້ນ ​ໃນ​ເວລາ​ຕໍ່ມາ​ແລ້ວກໍຕາມ.

ທ່ານ​ນາງ Chalotte Hebebrand ນັກ​ເສດຖະສາດ​ເວົ້າວ່າ ເຂົ້າ​ເບ​ລ​ເຄີຍ​ເປັນ​ພືດ​ຜົນກະສິກຳ​ນຳໜ້າຂອງ​ສະຫະລັດ. ​ແຕ່ທ່ານ​ເວົ້າວ່າ

“​ມັນເປັນໜ້າສົນ​ໃຈ​ ທີ່ວ່າການ​ຜະລິດ​ເຂົ້າ​ເບລ່ທີ່​ຈິງ​ແລ້ວ ​ໄດ້ລຸດ​ລົງ​ໃນ ໄລຍະສອງ​ສາມ​ປີ​ມານີ້ ເພາະວ່າສາລີ​ໄດ້​ກາຍ​ມາ​ເປັນ​ພືດ​ທີ່ນິຍົມ​ກັນ​ປູກ​ຫລາຍ​ທີ່​ສຸດ.”

ສາລີ​ຫລືເຂົ້າ​ໂພດ ​ສ່ວນໃຫຍ່​ແມ່ນໃຊ້​ໄວ້​ເກືອ​ສັດ ຫລື​ເຮັດ​ເປັນນ້ຳມັນ ​ເອທາ​ນອລ ​ແລະ ນໍ້າ​ເຊື້ອມທີ່​ມີ​ທາດຟຣັກ​ໂຕ​ສສູງ. ​ແຕ່​ທ່ານ​ນາງ Hebebrand ກໍ​ໄດ້​ກ່າວ​ວ່າ ສະພາບການ ຖີບ​ຕົວ​ສູງ​ຂຶ້ນຂອງລາຄາ​ເຂົ້າ​ເບ​ລ​ໃນໝໍ່ໆມານີ້ ອາດ​ເຮັດ​ໃຫ້ພວກ​ກະ​ເສດ​ຕະກອນ​ອາ​ເມ​ຣິກັນ​ພາກັນ​ຫັນໄປ​ປູກ​ເຂົ້າ​ເບ​ລ່​ ຫລາຍຂຶ້ນ​ຄືນ​ອີກ.

ຢູ່​ໃນ​ສະຫະລັດ ສາລີ ​ແລະ​ເຂົ້າ​ເບ​ລ່ ເປັນ​ພືດ​ຜົນຫລັກສອງ​ຊະນິດ ທີ່​ໄດ້​ຮັບ​ການ​ສະໜັບ
ສະໜູນຈາກ​ລັດຖະບານ​ ໂດຍ​ຜ່ານ​ລະ​ບົບການ​ຈ່າຍເງິນ​ເກື້ຶອກຸນ​ໃຫ້.

ນັ້ນກໍ​ຄື​ລາຍ​ງານ​ດ້ານ​ກະສິກຳ ຂອງ​ລາຍການ English Special Report, ທີ່​ຂຽນ​ໂດຍ​ນາງ Jerilyn Watson. ທ່ານ​ສາມາດ​ຟັງ​ແລະ ອ່ານ​ບົດ​ລາຍ​ງານ​ນີ້​ເປັນ​ພາສາ​ອັງກິດ​ໄດ້​ທີ່ voaspecialenglish.com.

XS
SM
MD
LG