ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສື່ສັງຄົມ Facebook ຈະນໍາຮຸ້ນ ອອກຂາຍ


ສື່ສັງຄົມ Facebook ຈະນໍາຮຸ້ນ ອອກຂາຍ
ສື່ສັງຄົມ Facebook ຈະນໍາຮຸ້ນ ອອກຂາຍ

ຂ່າວ​ດ້ານ​ການ​ເງິນ​ລາຍ​ງານ​ວ່າ ​ເວ​ບ​ໄຊ້ສື່ສັງຄົມ​ Facebook ທີ່​ໃຫຍ່​ທີ່ສຸດຂອງ​ໂລກ​ຈະ​
ທໍາ​ການ​ຫາ​ລາຍ​ໄດ້​ ໃຫ້​ໄດ້ 5 ພັນ​ລ້ານ​ໂດ​ລາ​ ຫລື​ຫລາຍ​ກວ່ານັ້ນ ​ເວລາ​ຕົນ​ຍື່ນ​ຄໍາ​ຮ້ອງ
ເມື່ອ​ວັນ​ພຸດ​ມື້​ນີ້​ເພື່ອ​ສະ​ເໜີ​ຂາຍ​ຮຸ້ນເປັນ​ເທື່ອ​ທໍາ​ອິດ. ການສະ​ເໜີ​ຂາຍ​ຮຸ້ນຕໍ່​ສາທາລະນະ
ຊົນ​ເບື້ອງ​ຕົ້ນນີ້ ເອີ້ນວ່າ initial public offering ຫລືເອີ້ນຫຍໍ້ວ່າ I-P-O.

ໃນ​ແຕ່ລະ​ຮຸ້ນຈະ​ອະນຸຍາດ​ໃຫ້​ຜູ້​ຊື້​ຮຸ້ນ​ເປັນ​ເຈົ້າຂອງສ່ວນ​ນຶ່ງ​ຂອງ​ບໍລິສັດ ແລະ​ຊ່ວຍ​ບໍລິສັດ
ມີ​ລາຍ​ໄດ້​ເພື່ອ​ເສີມ​ຂະຫຍາຍ ​ຊໍາລະ​ໜີ້​ສິນ ຫລືປະສົບ​ຜົນ​ສໍາ​ເລັດ​ໃນ​ເປົ້າໝາຍ​ອື່ນໆ.
ຈໍາພວກ​ພັນທະບັດ​ນັ້ນ ກໍ​ເປັນວິທີ​ທີ່​ແຕກ​ຕ່າງ​ອີກ​ຢ່າງ​ນຶ່ງ​ຂອງ​ການ​ຫາ​ລາຍ​ໄດ້ ຊຶ່ງ​ກໍານົດ​
ໃຫ້​ບໍລິສັດ ​ເປັນ​ເຈົ້າຂອງ​ທຸລະ​ກິດ​ໂດຍ​ເຕັມ​ແຕ່​ຜູ້​ດຽວ ​ແຕ່​ເງິນ​ຈໍານວນ​ນັ້ນ​ແມ່ນ​ເງິນ​ກູ້​ຢືມ
ທີ່​ຕ້ອງ​ໄດ້​ຊໍາລະ​ຄືນ.

ຄາດ​ວ່າບໍລິສັດ​ທາງ​ອິນ​ເທີ​ເນັດ​ດັ່ງກ່າວ​ນີ້ ຈະ​ຍື່ນ​ຄໍາ​ຮ້ອງ​ IPO ຂອງ​ຕົນທີ່​ສະຫຼັບຊັບຊ້ອນ
ຫລາຍ​ສົມຄວນ ​ເມື່ອ​ວັນ​ພຸດ​ມື້​ນີ້. ການເລິ່ມຂາຍ​ຮຸ້ນ​ແທ້ ​ແທ້​ນັ້ນ​ເບິ່ງ​ຄື​ວ່າ​ຈະ​ມີ​ຂຶ້ນ​ໃນ​ສອງ​
ສາມ​ເດືອນ​ຕໍ່​ມາ ​ແລະ​ພວກ​ນັກວິ​ເຄາະ ບາງ​ຄົນປະ​ເມີນ​ວ່າ ຄຸນ​ຄ່າ​ໂດຍ​ລວມດ້ານ​ຕະຫຼາດ
ຂອງ​ບໍລິສັດນີ້ ອາດ​ສູງ ເຖິງນຶ່ງ​ຮ້ອຍ​ພັນ​ລ້ານ​ໂດ​ລາ.

XS
SM
MD
LG