ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ຂັບໄລ່ ນັກການທູດ ຣັດເຊຍ 2 ຄົນ ຍ້ອນຣັດເຊຍໂຈມຕີ ນັກການທູດ ອາເມຣິກັນ


ທ່ານ John Kirby ໂຄສົກກະຊວງຕ່າງປະເທດສະຫະລັດ.
ທ່ານ John Kirby ໂຄສົກກະຊວງຕ່າງປະເທດສະຫະລັດ.

ສະຫະລັດ​ໄດ້​ຂັບໄລ່​ນັກ​ການ​ທູດຣັດ​ເຊຍ 2 ຄົນ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການໂຈມ​ຕີ​ນັກ​ການ​ທູດ​ສະຫະລັດ ທີ່​ນະຄອນຫຼວງມົສກູ​ໂດຍ​ຕຳຫຼວດຣັດ​ເຊຍ.

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ເຈົ້າໜ້າ​ທີ່ຣັດ​ເຊຍ​ທີ່​ບໍ່​ໄດ້​ລະບຸ​ຊື່ 2 ຄົນ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ປະ​ເທດ​ເມື່ອ​ວັນ 17 ມິຖຸນາ​ຜ່ານ​ມາ​ເກືອບ 2 ອາທິດ​ ຫລັງ​ຈາກ​ທ່ານ​ກ່າວ​ວ່​າ ຕຳຫຼວດຍາມ​ຣັດ​ເຊຍ​ໄດ້​ໂຈມ​ຕີ​ນັກ​ການ​ທູດ ອາ​ເມຣິກັນຢູ່​ນອກ​ສະຖານທູດ​ສະຫະລັດ ​ໃນ​ນະຄອນ​ ຫຼວງມົສກູ.

ວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍຕາໜ່າງໂທລະພາບ NTV ຣັດ​ເຊຍ​ໃນຕົ້ນອາທິດສະ​ແດງ​ໃຫ້​ເຫັນ​ວ່າ ຊາຍ​ຄົນ​ນຶ່ງ​ອອກ​ຈາກ​ລົດແທັກ​ຊີ​ຢູ່​ຕໍ່ໜ້າ​ສະຖານທູດ​ ແລະ​ກໍຖືກຫຼິ້ນງານ ​ໃນ​ທັນທີ​ໂດຍ​ຍາມຣັດ​ເຊຍ​ຄົນ​ນຶ່ງຊຶ່ງປະຈຳ​ຢູ່ທີ່​ປ້ອມ. ທັງ​ສອງ​ຄົນ​ໄດ້​ປ້ຳ​ກັນ​ລົງພື້ນດິນກ່ອນ​ທີ່​ຜູ້​ຊາຍ​ຄົນ​ນັ້ນ ສາມາດ​ຄານ​ເຂົ້າ​ໄປໃນ​ທາງ​ເຂົ້າຂອງ​ຕຶກ​ອາຄານ.

ທ່ານ Kirby ກ່າວ​ວ່າ ການ​ໂຈມ​ຕີ​ເລີ້ມຂຶ້ນ​ເວລາ​ນັກ​ການ​ທູດ​ອາ​ເມຣິກັນແຈ້ງ​ໃຫ້ຍາມ​ຊາບ ວ່າຜູ້ກ່ຽວ​ແມ່ນ​ໃຜ.

ທ່ານ Kirby ກ່າວ​ຕື່ມ​ວ່າ ​ເຫດການ​ນີ້​ເກີດ​ຂຶ້ນ​ ໂດຍ​ບໍ່​ໄດ້​ມີ​ການຫາ​ເລື້ອງເກາະ​ຜິດ​ໃດໆ​ແລະ​ມັນ​ເປັນ​ອັນຕະລາຍ​ຕໍ່​ຄວາມ​ປອດ​ໄພ​ພະນັກງານ​ຂອງ​ເຮົາ.

​ໃນຕົ້ນອາທິດ ​ໂຄສົກ​ຍິງ​ຄົນ​ນຶ່ງ​ຂອງຣັດ​ເຊຍ​ກ່າວ​ອ້າງ​ວ່າ ​ເຈົ້າໜ້າ​ທີ່​ສະຫະລັດຄົນ​ນີ້ແມ່ນ​ເປັນ​ນັກ​ສືບ​ຂອງ​ຊີ​ໄອ​ເອ ທີ່​ໄດ້​ປະຕິ​ເສດ​ບໍ່​ຍອມ​ເປີ​ດ​ເຜີຍ​ໂຕ​ເອງ​ວ່າ ລາວ​ແມ່ນ​ໃຜ ​ແລະ​ໄດ້​ເອົາ​ກຳປັ້ນຊັດ​ໜ້າ​ຍາມ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ​ນາງ Maria Zakharova ກ່າວວ່າ ​ແທນ ​ທີ່​ຈະ​ແມ່ນ​ເຈົ້າໜ້າ​ທີ່​ຊີ​ໄອ​ເອ ທີ່​ປິດ​ບັງ​ຖານະ ຕາມ​ທີ່​ພວກ​ເຮົາ​ເຂົ້າ​ໃຈ ມັນ​ອາດ​ຈະ​ເປັນ​ຜູ້​ໃດ​ກໍ​ໄດ້ ຜູ້​ກໍ່​ການ​ຮ້າຍ ພວກ​ຫົວ​ຮຸນ​ແຮງ​ຈັດຫຼືຜູ້​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ.

ທ່ານ Kirby ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ຫາ​ຂອງຣັດ​ເຊຍ​ທີ່​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ເປັນ​ເຈົ້າໜ້າ​ ທີ່ຊີ​ໄອ​ເອ.

ທ່ານ​ກ່າວ​ວ່າ ຣັດ​ເຊຍ​ອ້າງ​ວ່າ ຕຳຫຼວດ​ແມ່ນ​ມາ​ຄຸ້ມ​ຄອງ​ສ​ະຖານ​ທູດ ຈາກບຸກຄົນ​ທີ່​ບໍ່ຮູ້​ວ່າ​ແມ່ນ​ໃຜ​ນັ້ນ ​ແມ່ນ​ເປັນ​ເລື້ອງທີ່​ບໍ່​ຈິງ.

The United States has expelled two Russian diplomats in retaliation for an attack on a U.S. diplomat in Moscow at the hands of Russian police.

U.S. State Department Spokesman John Kirby said Friday the two unnamed Russian officials were expelled June 17, almost two weeks after he said a Russian guard attacked a U.S. diplomat outside the U.S. embassy compound in Moscow.

A video released earlier in the week by Russian state television network NTV shows a man leaving a taxi in front of the embassy and being immediately tackled by a Russian guard who came out of a sentry box. The two wrestle on the ground for a few moments before the man is able to crawl through the entrance of the building.

Kirby said the attack occurred after the American diplomat had identified himself to the guard.

"The action was unprovoked and it endangered the safety of our employee,” Kirby said.

Earlier in the week, a Russian spokeswoman claimed the U.S. official was an undercover CIA agent who had refused to identify himself and punched the guard in the face.

"Instead of the CIA employee, who was in disguise, as we understand, it could have been anyone - a terrorist, an extremist, a suicide bomber," Russia’s Foreign Ministry Spokeswoman Maria Zakharova said.

Kirby denied the Russian accusation that the man was a CIA agent.

“The Russian claim that the policeman was protecting the embassy from an unidentified individual is simply untrue,” he said.

XS
SM
MD
LG