ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ຫວັງວ່າ ຣັດເຊຍ ພິຈາລະນາສົ່ງ ທ້າວ Snowden ຄືນໃຫ້ຕົນ (ວີດີໂອ)


ທໍານຽບຂາວ​ ຫວັງວ່າ ​ຣັດ​ເຊຍຈະ​ພິຈາລະນາ “ທາງ​ເລືອກ​ທີ່​ມີ​​ຢູ່ນັ້ນ ທັງ​ໝົດ” ກ່ຽວ​ກັບ​ການຈັດ​ສົ່ງ Snowden ກັຍຄຶນມາ ສະຫະລັດ
ທໍານຽບຂາວ​ ຫວັງວ່າ ​ຣັດ​ເຊຍຈະ​ພິຈາລະນາ “ທາງ​ເລືອກ​ທີ່​ມີ​​ຢູ່ນັ້ນ ທັງ​ໝົດ” ກ່ຽວ​ກັບ​ການຈັດ​ສົ່ງ Snowden ກັຍຄຶນມາ ສະຫະລັດ
ບັນດາ​ເຈົ້າ​ໜ້າ​ທີ່​ທໍານຽບຂາວ​ກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າ ຣັດ​ເຊຍ
ຈະ​ພິຈາລະນາ “ທາງ​ເລືອກ​ທີ່​ມີຢູ່ນັ້ນ ທັງ​ໝົດ” ກ່ຽວ​ກັບ​ການຈັດ​
ສົ່ງອະດີດພະນັກງານ​ສັນຍາ​ຮັບ​ຈ້າງ​ສືບ​ລັບຂອງສະຫະລັດ ​ ​ກັບ​
ຄືນ​ມາຍັງສະຫະລັດ ​ເພື່ອ​ປະ​ເຊີນ​ກັບຂໍ້​ຫາ ຈາລະ​ກໍາ.

ທ້າວ Edward Snowden ​ໄດ້​ເດີນ​ທາງ​ໄປ​ເຖິງ ກຸ​ງມົສກູ ​ໃນ​ວັນ​
ອາທິດ​ວານ​ນີ້ ຈາກ​ຮົງ​ກົງ. ລາວກໍາລັງພະຍາຍາມ​ຫລີກ​ລ່ຽງ​ການ
ຖືກ​ສົ່ງ​ກັບ​ຄືນສະຫະລັດ ທີ່​ພົວພັນ​ກັບ​ການ​ເປີດ​ເຜີຍ​ລາຍ​ລະ​ອຽດ
ລັບ ກ່ຽວ​ກັບ​ການ​ສອດ​ແນມ​ປະຊາຊົນ​ ຂອງລັດຖະບານສະຫະລັດ
ທີ່​ຕິດຕາມ​ລັກ​ຟັງ​ການ​ສົນທະນາ​ທາງ​ໂທລະ​ສັບ ກິດຈະການ​ທາງ
​ອິນ​ເຕີ​ແນັດ ຢູ່​ພາຍ​ໃນ​ປະ​ເທດ ​ແລະຕ່າງປະ​ເທດ.

​ໂຄສົກອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ ທ່ານ​ນາງ Caitlin
Hayden ກ່າວ​ວ່າ ທໍານຽບຂາ​ວຮູ້ສຶກຜິດ​ຫວັງທີ່ ທ້າວ
Snowden​ ​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກໄປ ຈາກຮົງ​ກົງ ​ເຖິງ
ແມ່ນ​ວ່າ ໄດ້​ມີ​ການຮ້ອງ​ຂໍ “ຢ່າງ​ຖືກຕ້ອງຕາມ​ກົດໝາຍ” ​ ​ໃຫ້
ຈັບໂຕຜູ້ກ່ຽວ​ໄວ້ ​ກໍ​ຕາມ. ຄໍາ​ຖະ​ແຫລ​ງ​ໃນ​ຕອນ​ເຊົ້າ​ວັນ​ຈັນມື້
ນີ້ ກ່າວ​ວ່າ ສະຫະລັດ ​ໄດ້​ສະ​ແດງ​ການ “ຂັດ​ຄ້ານຢ່າງ​ແຂງ​ແຮງ​” ກ່ຽວ​ກັບ​ເລື້ອງ​ນີ້ ກັບ​
ບັນດາເຈົ້າ​ໜ້າ​ທີ່ຮົງ​ກົງ ​ແລະ​ລັດຖະບານ​ຈີນ.

​ໃນ​ຂະນະ​ດຽວກັນ ປະ​ເທດ ​ເອກົວ​ດໍ ກ່າວ​ວ່າ​ ຕົນ​ໄດ້ຮັບຄໍາ​ຮ້ອງຂໍ​ລີ້​ໄພຂອງ ທ້າວ
Snowden ແລ້ວ ​ແລະ​ກໍ​ກໍາລັງ​ພິຈາລະນາ​ຄໍາ​ຮ້ອງ​ນັ້ນ​ຢູ່.

​ທ້າວ Snowden ​ໄດ້ຢູ່ໃນ​ເດີ່ນ​ບິນມົສກູ ຫລັງ​ຈາ​ກ​ໄດ້ໄປ​ເຖິງ ​ໃນ​ວັນ​ອາທິດວານ​ນີ້.
ອົງການ​ຂ່າວຕ່າງໆ​ຂອງຣັດ​ເຊຍ ກ່າວ​ວ່າ ​ຄາດ​ວ່າ​ຜູ້ກ່ຽວຈະ​ອອກ​ເດີ​ນທາງ ​ໃນວັນ​ຈັນ
ມື້​ນີ້ ​ໄປ​ສູ່ຄິວ​ບາ ກ່ອນຈະໄປ​ສູ່ຈຸດໝາຍ​ບ່ອນສຸດ​ທ້າຍ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ໜັງສື​ເດີນ​ທາງຂອງ ທ້າວ Snowden ​ໄດ້​ຖືກ​
ລົບລ້າງ ກ່ອນ​ທີ່​ລາວ​ໄດ້​ອອກ​ຈາກຮົງກົງ ​ໄປ​ສູ່ມົສກູ. ລັດຖະບານ​ສະຫະລັດໄດ້ແຈ້ງ​
ໄປ​ຍັງບັນດາ​ປະ​ເທດ ບ່ອນ​ທີ່ ທ້າວ Snowden ອາດ​ຈະ​ຜ່ານ​ໄປນັ້ນ ຫລື​ເປັນ​ຈຸດ​ໝາຍ
ບ່ອນສຸດ​ທ້າຍຂອງ​ລາວນັ້ນ ວ່າ​ສະຫະລັດຕ້ອງການ​ໂຕ​ຜູ້ກ່ຽວ ​ໃນ​ຂໍ້​ຫາ​ກະທໍາ​ຜິດ​ກົດ
ໝາຍ ແລະ​ບໍ່​ຄວນອະນຸຍາດໃຫ້ເດີນທາງ​ໄປ​ຕ່າງປະ​ເທດ.

Snowden
please wait
Embed

No media source currently available

0:00 0:00:56 0:00

ກ່ຽວຂ້ອງກັນ

XS
SM
MD
LG