ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳລັງຊາວເຄີດສ໌ ແລະ ທະຫານອີຣັກ ຄວບຄຸມ ເຂື່ອນໄຟຟ້າ Mosul ຄືນ (ວີດີໂອ/ສະໄລດ໌)


ກຳລັງຊາວເຄີດສ໌ ຢືນຍາມ ຢູ່ໃກ້ກັບເຂື່ອນ Mosul ທີ່ເມືອງ Chamibarakat ນອກນະຄອນ Mosul, ອີຣັກ, ວັນອາທິດ ທີ 17 ສິງຫາ 2014.
ກຳລັງຊາວເຄີດສ໌ ຢືນຍາມ ຢູ່ໃກ້ກັບເຂື່ອນ Mosul ທີ່ເມືອງ Chamibarakat ນອກນະຄອນ Mosul, ອີຣັກ, ວັນອາທິດ ທີ 17 ສິງຫາ 2014.

ໂຄສົກ​ກອງທັບ​ອີຣັກ ກ່າວ​ວ່າ ກຳລັງ​ຊາວ​ເຄີ​ດສ໌​ແລະ​ທະຫານ
​ຕໍ່ຕ້ານການ​ກໍ່​ການ​ຮ້າຍ​ຂອງ​ອີຣັກ​ ໄດ້​ເຂົ້າ​ຄວບ​ຄຸມ​ເຂື່ອນ​ໄຟຟ້າ
​ທີ່​ສຳຄັນ​ຄືນ​ແລ້ວ​ ຈາກ​ພວກ​ນັກ​ຕໍ່ສູ້ຂອງ​ກຸ່ມ​ລັດ​ອິສລາມ.

ກອງທັບ​ອີຣັກ ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ກຳລັງ​ຂອງ​ພວກ​ຕົນ
​ໄດ້ຂັບ​ໄລ່ພວກ​ຫົວ​ຮຸນ​ແຮງອອກ​ຈາກ​ເຂດ​ເຂື່ອນ​ໄຟຟ້າ Mosul
ທີ່​ສະໜ​ອງ​ໄຟຟ້າ ​ແລະ​ການ​ຊົນລະປະທານ ​ໃຫ້​ແກ່​ຂົງ​ເຂດ​ສ່ວນ
​ໃຫຍ່​ໃນ​ພາກ​ເໜືອ​ຂອງ​ອີຣັກນັ້ນ.

​ແຕ່​ບໍ່​ມີ​ການ​ຢືນຢັນ​ຈາກ​ແຫຼ່ງຂ່າວ​ທີ່​ເປັນ​ອິດ​ສະລະ​ເທື່ອ​ ໃນ​ເວລາ​ນີ້.

ພວກ​ໂຄສົກ​ກອງທັບ​ອີຣັກ ກ່າວ​ວ່າ ການ​ປະຕິບັດ​ງານ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສຳ​ເລັດ​ຜົນ
ດ້ວຍ​ການ​ຊ່ອຍ​ເຫຼືອ​ທາງ​ອາກາດ ​ແຕ່​ບໍ່​ໄດ້​ໃຫ້​ລາຍລະອຽດ​ເພີ້​ມຕື່ມ.

ກອງທັບ​ສະຫະລັດ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ໄດ້ທຳການໂຈມ ​ຕີ​ທາງ​ອາກາດ​
ຕໍ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໃກ້​ກັບ​ເຂື່ອນ Mosul ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງພາ
ລະກິດ​ຂອງ​ຕົນ ​ໃນ​ການປົກ​ປັກ​ຮັກສາໂຄງລ່າງ​ພື້ນຖານ ​ແລະ​ພວກ​ພະນັກງານ​ຂອງ​ສະ
ຫະລັດ.

ສະຫະລັດ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ທຳ​ອິດ​ຂອງ​ຕົນ​ໃນ​ຕົ້ນ​ເດືອນ​ນີ້ ຕໍ່ພວກ​
ກະບົດ ຊຶ່ງ​ເຫດຜົນສ່ວນ​ນຶ່ງກໍ​ແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ເຂັ່ນຂ້າ​ພວກ​ຊົນ​ກຸ່ມ​ນ້ອຍ​
ເຜົ່າ Yazidi ທີ່​ຕົກຄ້າງຢູ່ເທິງ​ພູ Sinjar ​ໃນ​ພາກ​ເໜືອ​ຂອງ​ອີຣັກນັ້ນ.

iraq18august14
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG