ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ ອະດີດນາຍພົນ ຮຽກຮ້ອງ ໃຫ້ສະພາ ປະຕິເສດ ຕໍ່ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ


ເຕົາແຍກ ທີ່ໂຮງໄຟຟ້ານິວເຄລຍ Bushehr ທີ່ຕັ້ງຢູ່ອກເມືອງທ່າ Bushehr ຂອງອີຣ່ານ
ເຕົາແຍກ ທີ່ໂຮງໄຟຟ້ານິວເຄລຍ Bushehr ທີ່ຕັ້ງຢູ່ອກເມືອງທ່າ Bushehr ຂອງອີຣ່ານ

ພວກນາຍທະຫານຊັ້ນສູງຂອງສະຫະລັດທີ່ອອກກິນເບ້ຍບຳ
ນານແລ້ວປະມານ 200 ຄົນ ຮຽກຮ້ອງໃຫ້ ສະມາຊິກລັດຖະ
ສະພາປະຕິເສດບໍ່ຮັບເອົາຂໍ້ຕົກລົງນິວເຄລຍກັບອີຣ່ານ ໂດຍ
ໂຕ້ຖຽງວ່າ ມັນຈະບໍ່ສາມາດປ້ອງກັນ ບໍ່ໃຫ້ອີຣ່ານ ສ້າງອາວຸດ
ນິວເຄລຍໄດ້.

ຈົດໝາຍ ທີ່ສົ່ງໄປເຖິງພວກຜູ້ນຳຂອງສະພາ ຈາກທັງສອງພັກ
ການເມືອງກ່າວວ່າ “ຍົກເລີກການລົງໂທດຕໍ່ອີຣ່ານແລະປ່ອຍ ເງິນທີ່ກັກໄວ້ຫຼາຍພັນລ້ານໂດລາໃຫ້ແກ່ອຳນາດການປົກຄອງ
ດັ່ງກ່າວ ພາຍໃນໄລຍະນຶ່ງທົດສະວັດຕໍ່ໜ້ານີ້ແມ່ນຈະເປັນໄພ
ອັນຕະລາຍຕໍ່ຄວາມໝັ້ນຄົງຂອງອິສຣາແອລແລະພາກຕາ ເວັນອອກກາງ."

ການຄັດຄ້ານດັ່ງກ່າວ ມີຂຶ້ນນຶ່ງອາທິດກວ່າໆ ຫລັງຈາກຈົດໝາຍອີກສະບັບນຶ່ງ ທີ່ສົ່ງໂດຍ ພວກນາຍທະຫານອະວຸໂສ 36 ຄົນທີ່ອອກກິນເບ້ຍບຳນານແລ້ວສະແດງການສະໜັບສະ
ໜຸນຕໍ່ຂໍ້ຕົກລົງນີ້.

ພວກນາຍທະຫານເວົ້າວ່າ “ສະຫະລັດແລະພັນທະມິດ ຢູ່ໃນພາກຕາເວັນອອກກາງແລະ ໃນທົ່ວໂລກ ຈະມີຄວາມປອດໄພຕື່ມຂຶ້ນ ເວລາໃດທີ່ຂໍ້ຕົກລົງນີ້ໄດ້ມີການຈັດຕັ້ງປະຕິບັດ ໂດຍເຕັມ.”

ລັດຖະສະພາສະຫະລັດມີເວລາໄປຈົນຮອດວັນທີ 17 ກັນຍາເພື່ອໃຫ້ການອະນຸມັດຫຼືປະ ຕິເສດຕໍ່ຂໍ້ຕົກລົງນີ້ ຊຶ່ງຈະຍົກເລີກການລົງໂທດຂອງນາໆຊາດ ເພື່ອເປັນການແລກປ່ຽນ ໃຫ້ອີຣ່ານຫລຸດຜ່ອນ ແລະອະນຸຍາດໃຫ້ ຄະນະກວດກາ ເຂົ້າໄປກວດເບິ່ງໂຄງການນິວ ເຄລຍຂອງຕົນ.

ຂໍ້ຕົກລົງນີ້ຍັງຈະອະນຸຍາດໃຫ້ໃນອັນທີ່ລັດຖະບານທ່ານໂອບາມາກ່າວປ້ອງກັນວ່າ ມີລະ ບົບການກວດກາທີ່ເຂັ້ມງວດທີ່ສຸດ ເພື່ອຄ້ຳປະກັນວ່າອີຣ່ານຈະບໍ່ສາມາດຕົວະ ແລະລັກ ສ້າງອາວຸດນິວເຄລຍຢ່າງລັບໆໄດ້.

ຈົດໝາຍ ທີ່ພິມເຜີຍແຜ່ໂດຍໜັງສືພິມ Washington Post ແລະລົງວັນທີໃນວັນອັງຄານ ທີ່ຜ່ານມາກ່າວວ່າ ຂັ້ນຕອນໃນການກວດກາບໍ່ເປັນທີ່ໜ້າເຊື່ອຖືໄດ້ແລະຂໍ້ຕົກລົງທີ່ໄດ້ບັນ ລຸກັນໃນເດືອນກໍລະກົດຜ່ານມານັ້ນ ແມ່ນບໍ່ສາມາດກວດພິສູດໄດ້.

Iran Nuclear
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG