ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກການທູດ ສຫລ ອີຣ່ານ ແລະອີຢູ ພົບປະກັນອີກ ໃນມື້ນີ້


ທ່ານນາງ Wendy Sherman ລມຕ​ ຊ່ອຍວ່າການ​ກະຊວງ​ຕ່າງປະ​ເທດ ສຫລ ຮັບຜິດຊອບ ​ກິດຈະການດ້ານນະໂຍບາຍການເມືອງ
ທ່ານນາງ Wendy Sherman ລມຕ​ ຊ່ອຍວ່າການ​ກະຊວງ​ຕ່າງປະ​ເທດ ສຫລ ຮັບຜິດຊອບ ​ກິດຈະການດ້ານນະໂຍບາຍການເມືອງ
ບັນດາ​ນັກ​ການ​ທູດ​ຈາກ​ອີຣານ ສະຫະລັດ ​ແລະ​ສະຫະພາບ
ຢູ​ໂຣບຫລືອີຢູມີ​ກໍານົດ​ທີ່​ຈະ​ພົບ​ປະກັນໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​
ການ​ເຈລະຈາຮອບຫຼ້າ​ສຸດ ​ເພື່ອຈັດຕັ້ງປະຕິບັດ​ຂໍ້​ຕົກລົງກ່ຽວ
​ກັບ​ໂຄງການ​ນິວ​ເຄລຍອີຣ່ານ.

ຮອງລັດ​ຖະມົນຕີກະຊວງ​ຕ່າງປະ​ເທດອີຣານ ທ່ານ Abbas
Aragchi ຈະ​ພົບ​ປະ​ທີ່​ນະຄອນ​ເຈ​ນີວາ ກັບທ່ານ​ນາງ Wendy
Sherman ລັດ​ຖະມົນຕີ​ຊ່ອຍວ່າການ​ ກະຊວງ​ຕ່າງປະ​ເທດ
ສະຫະລັດ ຮັບຜິດຊອບ​ກິດຈະການດ້ານນະໂຍບາຍການ
ເມືອງ ​ແລະຮອງ ຫົວໜ້າ​ດ້ານນະໂຍບານການຕ່າງປະເທດ
ຂອງສະຫະພາບ​ຢູ​ໂຣບ ທ່ານນາງ Helga Schmid.

ລັດ​ຖະມົນຕີກະຊວງ​ຕ່າງປະ​ເທດອີຣານ ທ່ານ Mohammed Javzd Zarif ໄດ້ສະ​ແດງ
ຄວາມ​ຫວັງ​ໄປ​ໃນ​ແງ່​ດີກ່ອນ​ການ​ເຈລະຈາ ໂດຍກ່າວວ່າ ອີຣານມີ​ຄວາມ​ໝັ້ນໝາຍ​ທີ່​ຈະ​
ດຳ​ເນີນ​ງານ​ໄປ​ສູ່ການຈັດຕັ້ງປະຕິບັດ​ຂໍ້​ຕົກລົງທີ່​ໄດ້​ບັນລຸກັບບັນດາປະ​ເທດມະຫາອໍານາດ
ຂອງໂລກ ໃນເດືອນພະຈິກຜ່ານ​ມານີ້.

ນອກນັ້ນທ່ານຍັງໄດ້ກ່າວຍົກຍ້ອງການປະຊຸມໃນລະດັບນັກ​ຊ່ຽວຊານ​ຫລາຍໆ​ຮອບ ທີ່ໄດ້
ດໍາເນີນມາ ລະຫວ່າງອີຣານແລະກຸ່ມ ທີ່ຮວມມີ 5 ປະ​ເທດສະມາຊິກຖາວອນຂອງສະພາ
ຄວາມໝັ້ນຄົງອົງການສະຫະປະຊາຊາດ​ແລະເຢຍຣະມັນ. ທ່ານ Zarif ໄດ້ກ່າວວ່າ
​ການສົນທະນາທັງຫຼາຍ ກ່ຽວ​ກັບ​ລາຍ​ລະອຽດ​ທີ່​ວ່າ ຈະ​ຫລຸດຜ່ອນໂຄງການ​ນິວ​ເຄລຍ
ອີຣ່ານລົງ ​ແບບ​ໃດ ​ເພື່ອ​ແລກປ່ຽນ​ກັບ​ການ​ຜ່ອນຜັນ​ຕໍ່​ການ​ລົງ​ໂທດ​ແບບ​ຈຳກັດ ​
“ຊຶ່ງມັນໄດ້ບັນລຸຜົນ ໃນທາງບວກ” ນັ້ນ.

ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໃນວັນພຸດ
ວານນີ້ວ່າ ທ່ານນາງຍັງບໍ່ຢາກທໍານາຍວ່າ ເມື່ອໃດຂໍ້ຕົກລົງທີ່ວ່ານີ້ ຈະເລີ່ມມີ​ການຈັດຕັ້ງ
XS
SM
MD
LG