ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ, ສະຫະພາບຢູໂຣບ ໃຫ້ຄວາມເຫັນ ໃນແງ່ດີ ກ່ຽວກັບ ຂໍ້ສະເໜີຂອງອີຣ່ານ


A skytrain passes over vehicles on the road in Bangkok, Thailand..
A skytrain passes over vehicles on the road in Bangkok, Thailand..

ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ​ໄດ້​ສະ​ແດງ​ຄວາມ​ຫວັງ​ໄປ​ໃນແງ່​ດີ​ແບບ​ລະມັດ​ລະວັງໃນ
ມື້ວັນ​ສຸກ​ວານ​ນີ້ ກ່ຽວ​ກັບ​ການສະ​ເໜີ​ຂອງ​ອີຣ່ານ ທີ່​ຈະໄຂ​ການ​ເຈລະ​ຈາກ່ຽວ​ກັບໂຄງການ
ນິວ​ເຄລຍຂອງ​ຕົນ​ຄືນໃໝ່ກັບບັນດາ​ປະ​ເທດ​ມະຫາ​ອຳນາດຂອງ​ໂລກ.

ໃນ​ການ​ຖະ​ແຫຼງ ທີ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໃນ​ມື້ວານ​ນີ້ ລັດຖະມົນຕີ​ການ​ຕ່າງ
ປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ແລະ​ຜູ້​ຮັບຜິດຊອບດ້ານ​ນະ​ໂຍບາຍ​ການ​
ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ທ່ານ​ນາງ Catherine Ashton ກ່າວ​ວ່າ ຕົນ​ພວມ
ຊັ່ງຊາ​ຕີ​ລາຄາເບິ່ງຈົດໝາຍ​ຂອງ​ອີຣ່ານເພື່ອ​ ຂໍ​ເປີດ​ການ​ເຈລະຈາ ​ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​
ບໍ່​ມານັ້ນ ຄືນ​ໃໝ່. ຈົດ​ໝາຍຂອງທ່ານ Saeed Jalili ຫົວໜ້າ​ເຈລະຈາ​ໃນ​ດ້ານ​ນິວ​ເຄລຍ
ຂອງ​ອີຣ່ານສະບັບ​ນີ້ ​ແມ່ນ​ເປັນ​ຄຳ​ຕອບ ຕໍ່​ຈົດໝາຍ​ຂອງ​ທ່ານ​ນາງ Ashton ທີ່​ສົ່ງ​ໄປ​ຫາ
ໃນ​ເດືອນ​ຕຸລາ​ປີ​ກາຍ.

ທ່ານ​ນາງ Clinton ​ເອີ້ນການ​ຕອບ​ຂອງ​ຝ່າຍ​ອີຣ່ານວ່າ ​ເປັນ​ບາດກ້າວ​ທີ່​ສຳຄັນ.

ກຸ່ມ P5+1 ​ແ​ມ່ນປະກອບ​ດ້ວຍ​ ສະມາຊິກ​ຖາວອນ 5 ປະ​ເທດ​ ໃນ​ສະພາ​ຄວາມໝັ້ນຄົງ​
ຂອງ​ອົງການ​ສະຫະ​ປະຊາ​ຊາດ ຊຶ່ງ​ມີ​ ສະຫະລັດ ອັງກິດ ຈີນ ຝຣັ່ງ​ ແລະຣັດ​ເຊຍ ບວກ​
ເຢຍຣະມັນ.

ທ່ານ​ນາງ Ashton ຊຶ່ງ​ເປັນ​ຜູ້ຕາງໜ້າ​ຂອງ​ກຸ່ມ ​ໃນ​ການ​ຕິດ​ຕໍ່​ກັບ​ອີຣ່ານນັ້ນ ກ່າວ​ໃນມື້​
ວັນ​ສຸກ​ວານ​ນີ້ວ່າ ຈົດໝາຍ​ຂອງ​ອີຣ່ານໃຫ້​ສັນຍານ​ເຖິງ​ຄວາມ​ອາດ​ສາມາດທີ່​ເປັນ​ໄປ​ໄດ້
ທີ່​ວ່າ​ອີຣ່ານອາດ​ພ້ອມ​ແລ້ວ​ທີ່​ຈະ​ເລີ່​ມການ​ເຈ​ລະ​ຈາ​ຄືນ​ໃໝ່.

ສະຫະລັດ​ ແລະ​ສະພຫາບ​ຢູ​ໂຣບ​ ໄດ້​ທຳ​ການ​ລົງ​ໂທດ​ໜັກ​ຂຶ້ນຕໍ່​ອີຣ່ານ ຍ້ອນ​ມີ​ຄວາມ​ວິ
ຕົກ​ກັງວົນ​ວ່າ ອີຣ່ານກຳລັງ​ພະຍາ​ຍາ​ຍາມ​ທີ່​ຈະ​ສ້າງ​ອາວຸດ​ນິວ​ເຄລຍ. ອີຣ່ານຢືນ​ຢັດ​ວ່າ
ໂຄງການ​ນິວ​ເຄລຍຂອງ​ຕົນມີ​ຈຸດປະສົງ​ໃນ​ທາງ​ສັນຕິ.

ທ່ານ​ນາງ Ashton ​ເວົ້າວ່າ ການ​ລົງ​ໂທດ​ພວມ​ໃຫ້ຜົນ​ກະທົບ ​ແຕ່​ປະຊາ​ຄົມນາໆ​ຊາດ
ຕ້ອງການ​ແກ້​ໄຂ​ບັນຫາ​ນິວ​ເຄລຍຂອງ​ອີຣ່ານດ້ວຍ​ການ​ເຈລະຈາ.

ນອກ​ນັ້ນ​ແລ້ວ ​ໃນມື້ວານ​ນີ້ ທຳນຽບຂາວ​ກໍ​ກ່າວ​ວ່າ ທີ່​ປຶກສາ​ທາງ​ດ້ານ​ຄວາມ​ໝັ້ນຄົງແຫ່ງ​
ຊາດ​ຂອງ​ສະຫະລັດທ່ານ Tom Donilon ຈະ​ເດີນທາງ​ໄປ​ອິສຣາ​ແອ​ລ​ແຕ່​ວັນ​ທີ 18 ຫາ​
ວັນ​ທີ 20 ກຸມພາ​ນີ້ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ອີຣ່ານ ຊີ​ເຣຍ​ແລະ​ບັນຫາດ້ານ​ຄວາມ
ໝັ້ນຄົງ​ອື່ນໆຢູ່​ໃນ​ພູມີພາກ. ພວກ​ຜູ້ນຳ​ຂອງ​ອິສຣາ​ແອ​ລໄດ້​ເຕືອນ​ຊໍ້າ​ແລ້ວຊໍ້າ​ອີກ​ວ່າ ຕ້ອງ​
ມີ​ການ​ປ້ອງ​ກັນ​ບໍ່​ໃຫ້​ອີຣ່ານ​ໄດ້​ຮັບ​ອາວຸດນິວ​ເຄລຍ.

XS
SM
MD
LG