ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ແລະ ອີຢູ ປະນາມ ການກະທຳຂອງໄທ ທີ່ສົ່ງ ຊາວວີເກີ້ ໃຫ້ຈີນ


ເດັກນ້ອຍເຜົ່າວີເກີ ຖືກກັກຂັງໄວ້ ຢູ່ໃນລົດຕຳຫລວດ ທີ່ ຈັງວັດສົງຂລາ ປະເທດໄທ.
ເດັກນ້ອຍເຜົ່າວີເກີ ຖືກກັກຂັງໄວ້ ຢູ່ໃນລົດຕຳຫລວດ ທີ່ ຈັງວັດສົງຂລາ ປະເທດໄທ.

ສະຫະພາບ​ຢູ​ໂຣບ ໄດ້​ເຂົ້າ​ຮ່ວມສົມທົບກັບສະຫະລັດ ​ປະນາມ​
ໄທ ທີ່​ໄດ້ເນລະ ເທດຊົນກຸ່ມນ້ອຍ​ເຜົ່າ Uighurs ຫລາຍ​ກວ່າ
100 ຄົນໄປ​ຈີນ ບ່ອນ​ທີ່​ເຂົາ​ເຈົ້າ ​ອາດ​ຈະ​ປະ​ເຊີນ​ໜ້າ ກັບ​ການ​
ຖືກ​ລົງໂທດ ​ແລະ​ບໍ່ມີການ​ດຳ​ເນີນ​ຂັ້ນຕອນທາງ ກົດໝາຍ.

ຖະ​ແຫລ​ງການ ສະບັບ​ນຶ່ງ​ຂອງ ສະຫະພາບ​ຢູ​ໂຣບ ​ໃນ​ວັນ​ເສົາ
​ມື້​ນີ້ ຮ້ອງ​ການ​ເນລະ​ເທດນີ້​ວ່າ ເປັນການຝ່າ​ຝືນ​ຕໍ່ຫລັກ​ໃຈກາງ
ຂອງກົດ​ໝາຍມະນຸດ​ສະ​ທຳສາ ກົນ. ອົງການຂ້າ​ຫລວງ​ໃຫຍ່
ດ້ານອົບພະຍົບສະຫະ​ປະຊາ​ຊາດ ກ່າວ​ວ່າ ຕົນ​ຕື່ນ​ຕົກ​ໃຈ​ຕໍ່
ການ​ບັງຄັບ​ເນລະ​ເທດທີ່ວ່ານີ້ ​ໂດຍ​ກ່າວ​ວ່າ ​ຕົນໄດ້​ຮັບການ
ຄຳ້ປະກັນ​ຈາກບັນດາ​ເຈົ້າ​ໜ້າ​ທີ່​ໄທ ວ່າ​ບັນດາ​ສ່ວນ​ບຸກຄົນເຫຼົ່ານີ້ ຈະໄດ້ຮັບການປະຕິ ບັດຕໍ່ ​ອີງ​ຕາມ​ມາດຕະຖານຂອງ​ກົດໝາຍ​ສາກົນ.

​ໄທ ​ໄດ້​ສົ່ງ​ຊາວ Uighurs ຫລາຍ​ກວ່າ 100 ຄົນ ຮວມທັງ​ຜູ້ຍິງ ​ແລະເດັກ​ນ້ອຍ ກັບ​ຄືນ​ໄປ
​ຈີນ ​ເຖິງ​ແມ່ນ​ວ່າ ​ເທີ​ກີ ​ເຕັ​ມ​ໃຈ​ທີ່​ຈະ​ຮັບເອົາ​ເຂົາ​ເຈົ້າກໍຕາມ.

​ໃນ​ວັນ​ສຸກ​ວານ​ນີ້ ​ປະ​ເທດ​ໄທ ​ໄດ້​ປິດ​ສະຖານ​ທູດ​ຂອງ​ຕົນ ​ໃນ​ນະຄອນ Ankara ​ແລະ
​ກົງສຸນ ​ໃນ​ນະຄອນ Istanbul ຫລັງ​ຈາກປະ​ທ້ວງຕໍ່​ຕ້ານ​ການ​ ເນ​ລະ​ເທດດັ່ງກ່າວ.

ຊາວ​ Uighurs ເປັນ​ຊົນ​ກຸ່ມ​ນ້ອຍມຸສລິມທີ່ປາກ​ພາກ​ສາເທີກີ ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ ເຂດ
Xinjiang ທາງພາກຕາເວັນຕົກສຽງເໜືອຂອງປະ​ເທດ​ຈີນ. ​ເຂົາ​ເຈົ້າ​ໄດ້​ກ່າວຫາ ມາ​ເປັນ
​ເວລາ​ດົນນານແລ້ວ ກ່ຽວກັບການຈຳແນກກີດກັນຂອງເຈົ້າໜ້າທີ່. ຈີນກ່າວ​ວ່າ ຊາວ
Uighurs ທີ່​ຫລົບ​ໜີ​ໄປ​ນັ້ນຕ້ອງການ​ເຂົ້າ​ຮ່ວມກຸ່ມ​ກໍ່​ການ ​ຮ້າຍ​ຢູ່​ນອກປະເທດ.

XS
SM
MD
LG