ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊົນກຸ່ມນ້ອຍໃນສະຫະລັດ ພາກັນສະຫລອງ ບຸນຄຣິສມັສ ຕາມປະເພນີນິຍົມ ຂອງໃຜລາວ (ວີດີໂອ/ສະໄລດ໌)


ພວກເຊື້ອສາຍສະເປນ ສະຫລອງບຸນ ຄຣິສມັສ ເປັນເວລາ 9 ມື້ 9 ຄືນ ຢູ່ນະຄອນ Los Angeles ລັດແຄລິຟໍເນຍ.
ພວກເຊື້ອສາຍສະເປນ ສະຫລອງບຸນ ຄຣິສມັສ ເປັນເວລາ 9 ມື້ 9 ຄືນ ຢູ່ນະຄອນ Los Angeles ລັດແຄລິຟໍເນຍ.
ປະຊາຊົນ​ຊາວ​ຄຣິສຕ໌ໃນ​ທົ່ວ​ໂລກ ພາກັນ
​ສະ​ເຫລີ​ມສະຫລອງ​ບຸນຄຣິສມັສ ​ໃນ​ມື້​ນີ້ ທີ 25 ທັນວາ ​ທີ່​ຖື​ກັນ​
ວ່າ​ເປັນ​ວັນ​ຄ້າຍ​ວັນປະສູດ​ຂອງ​ພະ​ເຍຊູ ຜູ້​ກໍ່​ຕັ້ງ​ສາສະໜາ​ຄຣິສຕ໌.
ຢູ່​ໃນ​ສະຫະລັດ​ນີ້ ບຸນຄຣິສມັສ ​ແມ່ນ​ເປັນ​ບຸນ​ສໍາຄັນທີ່​ມີ​ການ​ເອ້
ຍ້ອງ​ສະຫລອງ​ກັນຢ່າງໃຫຍ່​ ສໍາລັບບາງຊົນ​ຊາດ ທີ່ໄດ້​ນໍາ​ເອົາ
ປະ​ເພນີ​ອັນ​ມີ​ສີສັນຂອງ​ເຂົາ​ເຈົ້າ ມາ​ປະຕິບັດ​ກັນ​ຢູ່​ໃນ​ປະ​ເທດທີ່
​ເຂົາ​ເຈົ້າ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່. ດາຣາມີ​ເລື້ອງ​ລາວ​ກ່ຽວ​ກັບການ
​ສະຫລອງ​ຂອງສາມ​ປະຊາ​ຄົມ ຢູ່​ໃນ​ເຂດ​ນະຄອນ ລອສ ​ແອນ​ຈີ​
ແລ​ສ ລັດ​ແຄ​ລິຟໍ​ເນຍ ມາສະ​ເໜີ​ທ່ານ ຈາກ​ລາຍ​ງານ​ຂອງຜູ້​ສື່
​ຂ່າວ​ວີ​ໂອ​ເອ Mike Sullivan ທີ່​ໄດ້​ໄປ​ຢ້ຽມຢາມ​ປະຊາ​ຄົມ​ເຫລົ່າ​ນັ້ນ.


ເບິ່ງວີດີໂອກ່ຽວກັບລາຍງານນີ້:

US Ethnic Communities Celebrate Christmas
please wait

No media source currently available

0:00 0:02:22 0:00
ລິງໂດຍກົງ

ປ​ະຊາ​ຊົນ​ເຊື້ອສາຍ​ສະ​ເປ​ນ ຫລື hispanic ​ໃນ ​ລອສ ​ແອນ​ຈີ​ແລ​ສ ພາກັນ​ສະຫລອງ​ບຸນ
ຄຣິສມັສ ​ເປັນ​ເວລາ 9 ມື້ 9 ຄືນ ​ໂດຍ​ຈັດການສະ​ແດງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ Las Pasadas
ຂຶ້ນ​ໃນ​ແຕ່ລະ​ຄືນ ຊື່​ງ​ເປັນຂະ​ບວນ​ແຫ່​ ທີ່ສະ​ແດງການຊອກ​ຄົ້ນ​ຂອງ Mary
ກັບ Joseph
ກໍ​ຄືມານ​ດາ​ແລະ​ບິດາ​ຂອງ​ພະ​ເຍຊູ ​ເພື່ອຫາ​ບ່ອນທີ່​ເໝາະ​ສົມ ພັກ​ເຊົາຂະນະ​ທີ່​ Mary
ກໍາລັງ​ກຽມ​ຈະຄອດ​ພະ​ເຍຊູນ້ອຍ ​ອອກ​ມາ​ນັ້ນ.

ຜູ້​ຄົນ​ຈໍານວນ​ຫລວງຫລາຍ​ພາກັນ​ແຕ່ງ​ຊຸດ​ເສື້ອ​ຜ້າ​ງາມໆ ​ເຂົ້າ​ຮ່ວມ​ໃນ​ຂະ​ບວນດັ່ງກ່າວ
ຍ່າງໄປ​ຕາມ​ຖະໜົນ ​Olvera ທີ່​ເປັນ​ສູນ​ກາງຂອງ​ຊາວຮິ​ສ​ແປ​ນິກ ​ໃນ​ລອສ ​ແອນ​ຈີ​ແລ​ສ.
Arturo Najera ກໍ​ເປັນ​ຜູ້​ນຶ່ງ​ທີ່​ມາຮ່ວມ​ສະຫລອງ​ໃນ​ຄຸ້ມ​ປະຫວັດສາດ​ແຫ່ງ​ນີ້ ພ້ອມ​ກັບ​
Rosario ​ເມຍ​ຂອງ​ລາວ​ກັບ​ຄອບຄົວ.

Arturo ​ເວົ້າ​ວ່າ: “ມາ​ພາກັນ​ສະຫລອງ​ໃຫ້​ມ່ວນ​ຊື່ນ ​ໃນ​ວິທີ​ທາງ​ໃດ​ກໍ​ຕາມ​ທີ່
​ພວກ​ເຮົາ​ສາມາດ​ເຮັດ​ໄດ້. ນີ້​ແມ່ນ​ເຫດການ​ທີ່ຍິ່ງ​ໃຫຍ່ ສໍາລັບ​ພວກ​ເຮົາ
ຊາວ
Latinos ຫລື​ເຊື້ອ​ສາຍລາ​ຕິນ ​ໂດຍສະ​ເພາະ​ຊາວກາ​ໂຕ​ລິກ.”

ນາງ Maria Berumen ​ຈາກ​ກຸຍ​ບາ ເຂົ້າ​ມາ​ຢູ່​ສະຫະລັດຕັ້ງ​ແຕ່​ຍັງ​ນ້ອຍໆ ​ແຕ່​ນີ້ແມ່ນ
ເປັນເທື່ອ​ທໍາ​ອິດ ທີ່​ນາງໄດ້​ມາ​ເຫັນຂະ​ບວນ​ແຫ່ Las Pasadas.

Maria ​ເວົ້າ​ວ່າ: “ຂ້ອຍ​ຢາກ​ມາເຫັນ ​ຫລາຍ​ປີ​ແລ້ວ. ​ແລະ​ເທື່ອນີ້ ຂ້ອຍ​ຮູ້ຈັກວ່າ
ກໍາລັງ​ມີ​ການ​ສະຫລອງ​ນີ້ ​ກໍ​ເພາະວ່າ​ຂ້ອຍ​ເຫັນ​ຂ່າວ ອອກທາງ​ເຟັສບຸກ.”


ປະຊາຊົນທົ່ວໂລກພາກັນ ກຽມສະຫລອງຄຣິສມັສ:


ຊາວ​ຟີ​ລິບ​ປີນ​ໃນ​ລອສ ​ແອນ​ຈີ​ແລ​ສ ກໍ​ພາກັນ​ສະຫລອງ​ຢູ່​ໂບດ Filipino Christian
Church ​ຂອງ​ເຂົາ​ເຈົ້າ ຊຶ່ງ​ໃນ​ມື້​ທີ່​ນັກ​ຂ່າວ​ວີ​ໂອ​ເອ Mike Sullivan ​ໄປ​ຢາມ​ນັ້ນ ກໍາລັງ​ມີ​
ການ​ຕົກ​ແຕ່ງ​ເອ້ຍ້ອງ ສະຖານ​ທີ່​ກັນ​ຢູ່. ສໍາລັບນາງ Helen Culp ທີ່​ມາ​ຈາກ​ຟີ​ລິບ​ປິນນັ້ນ
ເວລາ​ນີ້​ແມ່ນ​ເວລາສະ​ເຫລີ​ມສະຫລອງ ​ກັບ​ຄອບຄົວ.

ນາງ Helen ​ເວົ້າອີກ​ວ່າ: “ຂ້ອຍ​ຄິດ​ວ່າ ຟີ​ລິບ​ປິນ​ເປັນ​ປະ​ເທດ​ທີ່​ມີ​ການເອ້ຍ້ອງ
ສະຫລອງ​ບຸນຄຣິສມັສ ໃຫຍ່ທີ່​ສຸດ​ໃນ​ໂລກ.”


ຢູ່​ຈອມ​ຕົ້ນ​ຄຣິສມັສ ​ມີ​ຮູບດາວ​ໃຫຍ່ໆ​ຢອງ​ຢູ່. ນາງ Ely Obillo ອະທິບາຍ​ວ່າ ຮູບ​ດາວທີ່​
ປະກາດ​ໃຫ້​ຮູ້​ວ່າພະ​ເຍຊູ​ປະສູດ​ແລ້ວ​ນັ້ນ ​ແມ່ນເປັນສັນຍາ​ລັກ​ຂອງ​ບຸນຄຣິສມັສ ທີ່​ຊາວ​
ຟີ​ລິບ​ປິນ ທັງ​ຢູ່​ພາຍ​ໃນ​ປະ​ເທດ​ແລະ​ຢູ່​ລອສ ​ແອນ​ຈີ​ແລ​ສນໍາ​ ແມ່ນມັກ​ຫລາຍ​ແລະຈະຂາດ
​ບໍ່​ໄດ້.

Ely ​ເວົ້າ​ວ່າ: “ມັນ​ເຮັດ​ດ້ວ​ຍໄມ້​ໃຜ່ ຫລື​ບໍ່​ກໍ​ດ້ວຍໂຄງ​ຮ່າງ​ທີ່​ເປັນ​ໄມ້. ​ແລ້ວ​ເຂົາ
​ເຈົ້າ​ກໍ​ຈະ​ເອົາ​ເຈ້ຍ​ຫຸ້ມມັນທຸກໆ​ປີ. ສ່ວນ​ໃຫຍ່​ແລ້ວ ​ເຂົາ​ເຈົ້າ​ຈະ​ເອົາ​ເຈ້ຍ​ສີ​
ບາງໆ​ ຫຸ້ມມັນ.”


ວີດີໂອ ສະແດງແສງສີເອ້ຍ້ອງ ເທດສະການຄຣິສມັສ ໃນເມືອງນຶ່ງຂອງສະຫະລັດ:

Huge Display of Lights Brings Out Christmas Spirit in US
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ

​ໃນ​ຂະນະ​ທີ່​ປະຊາ​ຄົມ​ຊາວ​ຟີ​ລິບ​ປິນກັບ​ຊາວ​ເກົາຫລີ ​ໃນ​ລອສ ​ແອນ​ຈີ​ແລ​ສ ປະດັບປະດາ
​ໂບດ​ຂອງ​ພວກ​ເຂົາ​ເຈົ້າ ດ້ວຍ​ເຄື່ອງເອ້ຍ້ອງ​ຕາມ​ເທດສະການ​ຄຣິສມັສນັ້ນ ຄຸນ​ພໍ່ John
Bakas ທີ່​ໂບດ St. Sophia Greek Orthodox Cathedral ກໍ​ຫ້າງ​ຫາ​ສໍາລັບ​ບຸນ​ນີ້​ເຊັ່ນ
​ກັນ ຊຶ່ງ​ຢູ່​ທີ່​ໂບດ​ຂອງ​ທ່ານ​ນີ້ ​ແມ່ນຈະ​ສະຫລອງ​ກັນ​ ຕັ້ງ​ແຕ່​ຄຣິສມັສໄປ​ຈົນ​ຮອດ ບຸນ​ທີ່ເອີ້ນ
​ວ່າ The Feast of Epiphany ຂອງ​ສາສະໜາຄຣິສ Orthodox ​ໃນ​ວັນ​ທີ 6 ​ເດືອນ​ມັງ
ກອນ. ທ່ານ​ໄດ້​ກ່າວ​ເຕືອນ​ໃຈ​ບັນ ດາສະມາຊິກ​ໂບດ​ວ່າ ນີ້​ແມ່ນ​ການສະ​ເຫລີມ​ສະຫລອງ
​ທາງ​ຈິດ​ໃຈ.

ຄຸນ​ພໍ່ Bakas ​ເວົ້າ​ວ່າ: “​ເພາະວ່າ ​ເຮົາ​ສະຫລອງ​ການ​ປະສູດ​ຂອງ​ພະ​ເຍຊູ ຢູ່
​ບ່ອນ​ໄກໆ​ແຫ່ງ​ນັ້ນ​ເມື່ອ 2000 ປີປາຍ​ມາ​ແລ້ວ​ ສິ່ງ​ສໍາຄັນ​ສໍາລັບ​ພວກ​ເຮົາຊາວ​
ຄຣິສ
Orthodox ກໍ​ຄື ​ໃຫ້​ຄິດວ່າ​ພະ​ເຍຊູ​ປະສູດ​ ຢູ່​ໃນ​ໃຈ​ຂອງ​ພວກ​ເຮົາ​ເອງ.”

​ເຖິງ​ຈະ​ມີ​ການສະ​ເຫລີ​ມສະຫລອງ​ທີ່​ແຕກ​ຕ່າງ​ກັນ ຕາມ​ປະ​ເພ​ນີນິຍົມ​ຂອງ​ໃຜລາວ​ກໍ​ຕາມ ​
ແຕ່​ສໍາລັບ​ຊາວ​ຄຣິສຈາກ​ທຸກ​ເຊື້ອ​ຊາດ​ແລ້ວ ບຸນຄຣິສມັສແມ່ນ​ເປັນ​ເວລາແຫ່ງ​ການ​ມີ​ນໍ້າ​
ໃຈຮັກ​ຫອມ ​ເອື້ອ​ເຟື້ອ​ເພື່ອ​ແພ່ ​ຊຶ່ງ​ກັນ​ແລະ​ກັນ ດ້ວຍການ​ໃຫ້ຂອງຂວັນ ແລະຊ່ວຍ​ເຫລືອ​
ປະຊາ​ຄົ​ມ.

ເບິ່ງວີດີໂອ ການຊ່ວຍເຫລືອຄົນທຸກ ໃນລອສ ແອນຈີແລສ ໃນຍາມຄຣິສມັສ:

Volunteers Bring Holiday Cheer to LA's Poor, Homeless
please wait

No media source currently available

0:00 0:01:20 0:00
ລິງໂດຍກົງ

ພ້ອມ​ນີ້ ພວກ​ເຮົາ ຊາວ​ຄະນະ​ວີ​ໂອ​ເອ ກໍ​ຂໍ​ອວຍພອນ​ໄຊ​ໃຫ້​ບັນດາ​ທ່ານ ຈົ່ງ​ມີ​ແຕ່​ຄວາມ​
ມ່ວນ​ຊື່ນ​ໃນ​ວັນຄຣິສມັສນີ້ ​ແລະ​ຂໍ​ໃຫ້​ມີ​ແຕ່​ຄວາມສຸກ​ສົດ​ຊື່ນ​ສົມ​ຫວັງ ພະ​ລາ​ນາ​ໄມ​ແຂງ​ແຮງ
ປາດ​ສະ​ຈາກ​ໂຮກ​ໄພ​ໄຂ້​ເຈັບ ຕະຫລອດ​ປີ​ໃໝ່​ທີ່​ຈະ​ມາ​ເຖິງ​ນີ້ດ້ວຍ. Merry Christmas and Happy New Year.

ລິງໂດຍກົງ

ວີດີໂອກ່ຽວກັບການສະຫລອງບຸນຄຣິສມັສ ຂອງຊາວເກົາຫລີເໜືອ
ທີ່ໂຕນໜີ ໄປຢູ່ເກົາຫລີໃຕ້:


N. Korean Defectors Celebrate Christmas
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ
XS
SM
MD
LG