ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດສະຫະລັດ ປະຈຳ ສປຊ ຊຸກຍູ້ ໃຫ້ເພີ້ມ ການຮັບມື ກັບການລະບາດ ຂອງອີໂບລາ


ທ່ານນາງ Samantha Power ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນ Accra ປະເທດ Ghana ວັນທີ 29 ຕຸລາ 2014
ທ່ານນາງ Samantha Power ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນ Accra ປະເທດ Ghana ວັນທີ 29 ຕຸລາ 2014

ທ່ານ​ນາງ Samantha Powers ​ເອກອັກຄະ​ລັດຖະທູດ​ສະ
ຫະລັດ​ ປະຈຳ​ສະຫະປະຊາ​ຊາດ ກຳນົດ​ຈະ​ພົບ​ປະ​ກັບ​ບັນດາ​
ຜູ້ນຳ​ປະ​ເທດ​ໃນ​ສະຫະພາບ​ຢູ​ໂຣບ ​ແລະ​ກ່າວ​ປາ​ໄສ​ໃນ​ວັນ
​ພະຫັດ​ມື້​ນີ້ ທີ່​ນະຄອນຫຼວງ Brussels ​ທີ່ຈະຮຽກຮ້ອງໃຫ້​ມີ
ການນຳໃຊ້​ແຫຼ່ງຊັບພະຍາກອນ​ຫຼາຍ​ຂຶ້ນ ​ເພື່ອ​ຕໍ່ສູ້​ກັບ​ການລະ
ບາດ​ຂອງ​ເຊື້ອ​ອີ​ໂບລາທີ່​ໄດ້​ສັງຫານ​ປະຊາຊົນ​ໄປ​ແລ້ວ​ຫຼາຍ​
ກວ່າ 4900 ຄົນ​ໃນ​ອາ​ຟຣິກາ​ຕາ​ເວັນຕົກ.

ການ​ຢຸດ​ແວ່​ທີ່ Belgium ມີ​ຂຶ້ນ​ຫຼັງ​ຈາກ​ທ່ານ​ນາງ​ໄດ້ໄປ​ຢ້ຽມ
ຢາມ​ປະເທດ​ກີ​ນີ Sierra Leone ​ແລະ​ໄລ​ເບ​ເຣຍ ໃນ​ສັບປະ
ດາ​ແລ້ວ​ນີ້ ບ່ອນ​ທີ່​ປະຊາຊົນ ໃນ ​ຈຳນວນ​ເກືອບ 14 ພັນ​ຄົນ
​ໄດ້​ຮັບ​ການ​ຢືນຢັນວ່າ ອາດເປັນ​ໄປ​ໄດ້​ແລະ​ສົງ​ໄສ​ວ່າ​ ເປັນກໍລະນີ​ຕິດ​ເຊື້ອ​ອີ​ໂບລາ​ນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ທ່ານ​ນາງ​ໄດ້​ພົບ​ປະ​ກັບ​ທ່ານ Anthony Banbury ຫົວໜ້າ​ໜ່ວຍຮັບ
ມືສຸກເສີນກັບເຊື້ອ​ອີ​ໂບລາ​ຂອງ​ສະຫະ​ປະຊາ​ຊາດ ທີ່ສຳນັກງານ​ໃຫຍ່​ຂອງ​ໜ່ວຍ​ປະຕິ
ບັດງານດັ່ງກ່າວ​ທີ່​ນະ​ຄອນຫຼວງ Accra ຂອງ Ghana ບ່ອນ​ທີ່​ພວກ​ທ່ານ​ທັງ​ສອງ​ໄດ້
​ທ່ຽວ​ເບິ່ງ​ສາງ​ເກັບ​ເຄື່ອງ​ຊ່ອຍ​ເຫຼືອແລະທ່ານ Banbury ໄດ້ລາຍງານໃຫ້ຊາບ ກ່ຽວກັບ​
ຄວາມ​ພະຍາຍາມ ​ເພື່ອຮັບມືກັບເຊື້ອ​ພະຍາດ​ດັ່ງ ກ່າວ.

ທ່ານ Banbury ກ່າວ​ວ່າ “​ໄດ້​ມີ​ການ​ລະດົມ​ພະນັກງານ​ຫຼາຍ​ສົມຄວນ” ​ແລະ​ແຫຼ່ງຊັບພະຍາກອນ​ອື່ນໆ ຊຶ່ງພວມ​ເລີ້ມ​ສະແດງຜົນໃຫ້ເຫັນແລ້ວ ​ແຕ່​ກໍຍັງ​ຕ້ອງ ການ​ແຫຼ່ງຊັບພະຍາກອນ​ຕື່ມ​ອີກ.

ທ່ານ Anthony Banbury ກ່າວ​ວ່າ “ອັນ​ທີ່​ພວກ​ເຮົາ​ຕ້ອງການ ​ແມ່ນ​ສິ່ງ​ພື້ນ ຖານ 3 ຢ່າງ ​ເພື່ອ​ເຮັດ​ໃຫ້​ວິ​ກິດ​ການ​ດັ່ງກ່າວໃຫ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ​ເພື່ອ ສົມທົບ​ໃສ່​
ກັບ​ຄວາມ​ພະຍາຍາມ​ນີ້. ພວກ​ເຮົາ​ຕ້ອງການ​ຜູ້​ຄົນ ​ໂດຍ​ສະ​ເພາະ​ພວກ​ພະນັກ
ງານ​ການ​ແພດ​ທີ່​ໄດ້​ຮັບ​ການ​ເຝິກ​ແອບ ຜູ້​ຄົນ​ທີ່​ສາມາດ​ເຮັດວຽກຢູ່​ໃນຄລີ​ນິກ
ຕ່າງໆ ພ້ອມ​ທັງຄລີ​ນິກທີ່​ປິ່ນປົວ​ຄົນ​ຕິດ​ເຊື້ອ​ອີ​ໂບລາ ​ແລະສຸກສາລາ​ປະຊາ​ຄົມ. ພວກ​ເຮົາ​ຕ້ອງການ​ວັດຖຸ ​ແລະ​ຕ້ອງການ​ເງິນ​ຄຳ.”


ebola30october14
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG