ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ອາດໃຊ້ກໍາລັງ ກັບອີຣ່ານ ຖ້າຈໍາເປັນ


ເອກອັກຄະລັດຖະທູດສະຫະລັດ ປະຈຳອິສຣາແອລ ທ່ານ Daniel B. Shapiro
ເອກອັກຄະລັດຖະທູດສະຫະລັດ ປະຈຳອິສຣາແອລ ທ່ານ Daniel B. Shapiro

ເອກ​ອັກຄະ​ລັດຖະທູດ​ຂອງສະຫະລັດປະຈຳອິສຣາ​ແອ​ລ ກ່າວໃນ​ອາທິດ​ນີ້ວ່າ
ວໍ​ຊິງ​ຕັນຍິນ​ດີ​ທີ່​ຈະໃຊ້ກໍາລັງ​ທະຫານ ຖ້າ​ຫາກ​ວ່າ​ມີ​ຄວາມ​ຈໍ​າ​ເປັນ ໃນ​ການ​ຢຸດ​
ຢັ້ງ ອີຣ່ານ ບໍ່​ໃຫ້ສ້າງ​ອາ​ວຸດ​ນີວ​ເຄລຍ ​ແລະໄດ້ມີການວາງແຜນ​ໄວ້​ແລ້ວ ​ທີ່​ອາດ
ຈະ​ທໍາ​ການ​ໂຈມ​ຕີ.

​ເອກ​ອັກ​ຄະ​ລັດຖະທູດ Daniel Shapiro ກ່າວ​ຕໍ່​ສະມາຊິກສະມາຄົມ​ທະນາຍ​
ຄວາມ​ຂອງ​ອິສຣາ​ແອ​ລວ່າ “ມັນ​ຈະ​ເປັນ​ການ​ເໝາະ​ສົມ​ກວ່າທີ່​ຈະ​ແກ້ໄຂກັນບັນ
ຫາ​ດັ່ງກ່າວທາງ​ດ້ານ​ການ​ທູດ ​ແລະໂດຍ​ຜ່ານການ​ໃຊ້ການກົດ​ດັນ ກວ່າການ
ໃຊ້ກໍາລັງ​ທະຫານ.”

ແຕ່​ທ່ານ​ກ່າວ​ວ່າ “ມັນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ​ທາງ​ເລືອກ​ນັ້ນ​ຍັງບໍ່​ມີ​ໄວ້ຢ່າງ​ເຕັມ
ທີ່​ເທື່ອ. ບໍ່​ແມ່ນ​ວ່າ​ ມີ​ໄວ້​ທໍ່​ນັ້ນ ແຕ່​ວ່າມັນ​ຕຽມ​ພ້ອມ​ແລ້ວ. ​ແຜນການວາງ​ທີ່​ມີ​
ຄວາມ​ຈໍາ​ເປັນ​ຕ່າງໆໄດ້ເສັດ​ສິ້ນຮຽບຮ້ອຍແລ້ວ​ເພື່ອ​ຄໍ້າ​ປະກັນ​ວ່າ​ມັນ​ຕຽມ​
ພ້ອມ​ແລ້ວ.”

ອີງ​ຕາມອົງການ​ຂ່າວ​ເອ​ເພີ ຊຶ່ງ​ໄດ້​ລາຍ​ງານ​ວ່າ ຕົນມີ​ເທບ​ບັນທຶກ​ຄໍາ​ຖະ​ແຫລ​ງ
ນັ້ນ ທ່ານ Shapiro ຮັບ​ຮູ້​ວ່າ ​ໄລຍະ​ເວລາ​ສຳ​ຫຼັບການ​ເຄື່ອນໄຫວ ດ້ານ​ການ
ທູດ​ນັ້ນ​ກໍາລັງດຳເນີນ​ໄປ​. ທ່ານ​ເວົ້າວ່າ “ພວກ​ເຮົາ​ເຊື່ອ​ວ່າ​ມັນ​ຍັງ​ມີ​ເວລາ​ຢູ່ແຕ່​ບໍ່​
ຫຼາຍບໍ່​ແມ່ນວ່າ​ມີ​ເວລາ​ບໍ່​ຈໍາກັດ. ແຕ່​ເມື່ອ​ເຖິງ​ຈຸດ​ໃດ​ຈຸດ​ນຶ່ງ ພວກ​ເຮົາອາດຕ້ອງ​
ໄດ້​ຊັ່ງ​ຊາວ່າ ການ​ດຳ​ເນີນ​ການ​ດ້ານ​ການ​ທູດຈະ​ບໍ່​ໄດ້ຜົນ.”

ຄໍາ​ຖະ​ແຫລ​ງຂອງເອກ​ອັກ​ຄະ​ລັດຖະທູດ​ສະຫະລັດດັ່ງກ່າວ​ ໄດ້​ມີ​ການລາຍ​ງານ
​ເປັນຄັ້ງ​ທໍາ​ອິດ​ໃນ​ວັນ​ພະຫັດວານ​ນີ້ ​ໂດຍໜັງ​ສື​ພິມ Makor Rishon ຂອງ​
ອິສຣາ​ແອ​ລ. ທ່ານ Shapiro ​ໃຫ້​ຄວາມເຫັນທີ່​ວ່າ​ນີ້​ໃນ​ວັນ​ອັງ​ຄານຜ່ານ​ມາ. ​
ໂຄສົກ​ສະຖານທູດ​ສະຫະ​ລັດ ທີ່​ກຸງ​ແຕນອາ​ວິບ ​ໄດ້ປະຕິ​ເສດບໍ່​ຍອມ​ໃຫ້​ການ​
ອະທິ ບາຍ​ຫຍັງ​ເພີ່ມ​ຕື່ມ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ຂອງ​ເອກ​ອັກຄະ​ລັດຖະ
ທູດ​ສະຫະລັດ ທີ່​ໄດ້​ອອກອາກາດ ​ໂດຍວິທະຍຸແລະ​ໂທລະພາບ​ຂອງອິສຣາ​ແອ​ລ.

ສະຫະລັດ ອິສຣາ​ແອ​ລ ​ແລະປະ​ຊາ​ຄົມນາໆ​ຊາດເຊື່ອວ່າ ​ໂຄງການ​ນີວ​ເຄລຍ
ຂອງອີຣ່ານນັ້ນ ​ແມ່ນມີ​ເປົ້າໝາຍເພື່ອ​ພະຍາຍາມສ້າງ​ອາວຸດ​ນີວ​ເຄລຍ ​ແຕ່​ເປັນ
ຂໍ້ກ່າວ​ຫາ​ທີ່ເຕ​ເຮຣານ​ໄດ້ປະຕິ​ເສດ ​ໂດ​ຍກ່າວ​ວ່າ ໂຄ​ງການ​ນິວ​ເຄລຍຂອງ​ຕົນ​
ເປັ​ນ​ໂຄງການພະລັງງານນິວ​ເຄລຍດ້ານ​ພົນລະ​ເຮືອນ ​ແລະ​ເພື່ອນຳ​ໃຊ້ທາງ
​ດ້ານ​ການ​ແພດ.

​ໃນ​ຂະນະ​ດຽວ​ກັນລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດທ່ານ Leon Panetta
ກ່າວ​ວ່າ ທຳນຽບຫ້າ​ແຈຈະໃຫ້​ເງິນ​ຊ່ອຍ​ເຫຼືອເພີ້​ມຕື່ມ 70 ລ້ານ​ໂດ​ລາແກ່
ອິສຣາ​ແອ​ລ ເພື່ອ​ສ້າງ​ລະບົບ​ຕໍ່ຕ້ານຈະ​ຫລວດລະຍະ​ສັ້ນ ທີ່​ຮູ້ກັນໃນ​ນາມ
“Iron Dome” ນັ້ນ.

ທ່ານ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ ຫລັງ​ຈາກ​ໄດ້​ພົບ​ປະ​ກັບຄູ່ຕຳ​ແໜ່​ງຝ່າຍ​ອິສຣາ​ແອ​ລ
ທ່ານ Ehud Barak ທີ່​ກຸງວໍ​ຊິງ​ຕັນ​ໃນ​ວັນ​ພະຫັດວານ​ນີ້.

XS
SM
MD
LG