ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິສະວະກອນ ແລະຜູ້ຊ່ຽວງຊານ ເຂື່ອນໄຟຟ້າ ສະຫະລັດ ຝຶກອົບຮົມ ເຈົ້າໜ້າທີ່ລາວ


ນັກວິສະວະກອນ ແລະນັກຊ່ຽວຊານດ້ານຄວາມປອດໄພ
ເຂື່ອນໄຟຟ້າ ຂອງ ສະຫະລັດ ມາເຖິງ ສປປ ລາວ ເພື່ອເປີດ ການຝຶກອົບຮົບແກ່ນັກວິສະວະກອນ ແລະ ນັກວິຊາການລາວ.
ນັກວິສະວະກອນ ແລະນັກຊ່ຽວຊານດ້ານຄວາມປອດໄພ ເຂື່ອນໄຟຟ້າ ຂອງ ສະຫະລັດ ມາເຖິງ ສປປ ລາວ ເພື່ອເປີດ ການຝຶກອົບຮົບແກ່ນັກວິສະວະກອນ ແລະ ນັກວິຊາການລາວ.

ບັນດານັກວິສະວະກອນ ແລະ ນັກຊ່ຽວຊານດ້ານຄວາມປອດ
ໄພຂອງເຂື່ອນໄຟຟ້າຂອງສະຫະລັດໄດ້​ເດີນທາງມາ ສປປ
ລາວ ໃນລະຫວ່າງ ວັນທີ 18 ຫາ 22 ມັງກອນເພື່ອເປີດການ
ຝຶກອົບຮົບ​ໃຫ້ແກ່ວິສະວະກອນແລະນັກວິຊາ ການຈາກກະ
ຊວງພະລັງງານ ແລະ ບໍ່ແຮ່ ແລະວິສະຫະກິດໄຟຟ້າລາວ
ອີງຕາມ​ລາຍ​ງານ​ເຟສບຸກຂອງ​ສະຖານທູດ​ສະຫະລັດ ທີ່
​ນະຄອນ​ວຽງ​ຈັນ.

ພວກນັກວິສະວະກອນ ແລະ ຊ່ຽວຊານດ້ານຄວາມປອດໄພຂອງເຂື່ອນໄຟຟ້າ ສະຫະລັດ
ແມ່ນມາຈາກສູນຄຸ້ມຄອງຄວາມສ່ຽງ ສະຖາບັນຊັບພະຍາກອນນ້ຳພາຍໃຕ້ໜ່ວຍງານ
ຊ່າງແສງຂອງກອງທັບບົກ ແລະກະຊວງຊັບພະຍາກອນ​ທຳມະ​ຊາດຂອງສະຫະລັດ ຈະ
ຈັດການຝຶກອົບຮົມຢູ່ນະຄອນຫລວງວຽງຈັນ ແລະ ທ່າລາດກ່ຽວກັບຫົວຂໍ້ການກວດສອບ

ຄວາມປອດໄພຂອງເຂື່ອນໄຟຟ້າແລະການຕິດຕາມໄພອັນຕະລາຍທາງດ້ານອຸທົກກະ
ສາດແລະແຜ່ນດິນໄຫວ ແລະໄພພິ ບັດທີ່ອາດເກີດຂຶ້ນກັບເຂື່ອນໂດຍຜ່ານການໃຫ້ທຶນ
ຊ່ວຍເຫລືອຈາກລັດຖະບານສະຫະລັດແກ່​ໂຄງການ​ພື້ນຖານ​ໂຄງ​ລ່າງ​ແບບ​ທັ​ນສະ​ໄໝ
​ຫຼື SIM. ກະຊວງ​ພະລັງງານແລະບໍ່ແຮ່ໄດ້ຮຽກຮ້ອງໃຫ້ມີການຝຶກອົບຮົມເນື່ອງຈາກວ່າ
ປະເທດລາວໄດ້ມີແຜນການກໍ່ສ້າງເຂື່ອນໄຟຟ້າຫລາຍແຫ່ງ ໃນທົ່ວປະເທດ. ລວມທັງ
ຄວາມຮຽກຮ້ອງໃຫ້ມີໂຄງການທີ່ມີຄຸນນະພາບເພື່ອຫລຸດຜ່ອນຜົນກະທົບທາງລົບຕໍ່
ສະພາບແວດລ້ອມ.

ໃນໄລຍະຕົ້ນປີນີ້ ຕົວແທນຈາກໜ່ວຍງານຊ່າງແສງຂອງກອງທັບບົກ ແລະກະ ຊວງຊັບ
ພະຍາກອນ​ທຳ​ມະ​ຊາດຂອງສະຫະລັດ ໄດ້ຈັດການຝຶກອົບຮົມ​ໃນ​ຫົວ​ຂໍ້ກ່ຽວກັບການຫລັ່ງ
ໄຫລຂອງຕະກອນ. ນອກຈາກນັ້ນ ຍັງມີການຝຶກອົບຮົມອີກສອງຄັ້ງ​ໃນຫົວຂໍ້ຄວາມປອດ
ໄພຂອງເຂື່ອນໄຟຟ້າ ແລະການວິເຄາະຄວາມສ່ຽງຕ່າງໆທີ່ອາດເກີດຂຶ້ນ. ແລະຈະມີການ
ຝຶກອົບຮົມ ກ່ຽວກັບການຫລັ່ງໄຫລຂອງ ຕະກອນຂັ້ນສູງ ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 1 ຫາ 12 ກຸມພາ 2016 ນີ້.

U.S. engineers and dam safety experts were in Lao PDR between January 18-22 to train forty Lao engineers and operators from the Ministry of Energy and Mines and Electricité du Laos (EDL).

U.S. engineers and dam safety experts from the U.S. Army Corps of Engineers, Institute of Water Resources, Risk Management Center and U.S. Department of Interior, Bureau of Reclamation will conducted training in Vientiane and Thalat on dam safety inspection and monitoring, hydrologic and seismic hazards, and potential dam failure concerns under the auspices of the U.S. government funded Smart Infrastructure for the Mekong Program. The Ministry of Energy and Mines requested the workshops due to the extensive hydropower construction being planned for the country, as well as the Ministry’s desire to have quality projects that mitigate negative environmental impacts.

Earlier this year, representatives of the U.S. Army Corps of Engineers and U.S. Department of Interior conducted three workshops on hydro-
power sedimentation management and two workshops on dam safety fundamentals and potential failure mode analysis. Two additional workshops on advanced sedimentation management are scheduled
Feb 1-12, 2016.

XS
SM
MD
LG