ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເພີ້ມ ການຮັກສາ ຄວາມປອດໄພ ຢູ່ຕາມ ສະຖານທູດ ຕ່າງໆ (ວີດີໂອ)


ກົງສຸນສະຫະລັດ ທີ່ເມືອງເບັງກາຊີຖືກຈູດ ໃນລະຫວ່າງການໂຈມຕີ ໃນວັນທີ 11 ກັນຍາປີ 2012 ທີ່ໄດ້ສັງຫານເອກອັກຄະລັດຖະທູດ ສຫລ ແລະເຈົ້າໜ້າທີ່ອີກ 3 ຄົນ.
ກົງສຸນສະຫະລັດ ທີ່ເມືອງເບັງກາຊີຖືກຈູດ ໃນລະຫວ່າງການໂຈມຕີ ໃນວັນທີ 11 ກັນຍາປີ 2012 ທີ່ໄດ້ສັງຫານເອກອັກຄະລັດຖະທູດ ສຫລ ແລະເຈົ້າໜ້າທີ່ອີກ 3 ຄົນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ໃຫ້ຄຳໝັ້ນສັນຍາວ່າ ຈະເສີມກຳລັງ ຮັກສາ ຄວາມປອດໄຟຢູ່ຕາມສະຖານທູດແລະກົງສຸນແຫ່ງຕ່າງໆຂອງສະຫະລັດ ຫຼັງຈາກຄະນະກຳມະການສືບສວນກ່ຽວ ກັບການສັງຫານທ່ານ Christopher Stevens ເອກອັກຄະລັດຖະທູດສະຫະລັດປະຈຳລີເບຍ ໄດ້ຕຳໜິຕິຕຽນ ອັນທີ່ທາງຄະນະກຳມະການດັ່ງກ່າວເອີ້ນວ່າ “ຄວາມລົ້ມແຫຼວຢ່າງເປັນລະບົບ”. Jerome Socolovsky ຜູ້ສື່ຂ່າວ ວີໂອເອ ໄດ້ໂອ້ລົມກັບອະດີດນັກການທູດ ອາເມຣິກັນທ່ານນຶ່ງ ທີ່ເຕືອນວ່າ ການເພີ້ມກຳລັງຮັກສາຄວາມປອດໄພ ອາດຈະສ້າງຄວາມເສຍຫາຍ ໃຫ້ແກ່ຄວາມສຳພັນກັບຕ່າງປະເທດ ຂອງອາເມຣິກາ.

ຫຼັງຈາກການໂຈມຕີ ສະຖານກົງສຸນສະຫະລັດ ທີ່ເມືອງເບັງກາຊີ
ປະເທດລີເບຍເມື່ອວັນທີ 11 ກັນຍາປີກາຍລັດຖະມົນຕີການຕ່າງ
ປະເທດສະຫະລັດ ທ່ານນາງ Hillary Clilnton ໄດ້ຮຽກປະຊຸມ ຄະນະກຳມະການທົບທວນຄວາມຮັບຜິດຊອບ ເພື່ອທຳການສືບ
ສວນກ່ຽວກັບເລື່ອງນີ້.

ພົນເຮືອເອກ Mike Mullen ຊຶ່ງເປັນຮອງປະທານຄະນະກຳມະ
ການດັ່ງກ່າວ ໄດ້ນຳສະເໜີຜົນການພົບເຫັນ ເມື່ອວັນທີ 18 ທັນ
ວາຜ່ານມາ.

ພົນເຮືອເອກ Mullen ເວົ້າວ່າ “ທາງຄະນະກຳມະການ ພົບ
ວ່າ ການຮັກສາຄວາມປອດໄພ ຢູ່ທີ່ສະຖານກົງສຸນແຫ່ງ
ນັ້ນແມ່ນບໍ່ພຽງພໍ ສຳລັບສະພາບແວດລ້ອມທີ່ມີການຂົ່ມຂູ່ ຢູ່ເມືອງເບັງກາຊີນັ້ນ ແລະຄວາມຈິງແລ້ວແມ່ນບໍ່ພຽງພໍຢ່າງສິ້ນເຊີງ ເພື່ອຮັບມືກັບການໂຈມຕີ ທີ່ເກີດ
ຂຶ້ນ ໃນຄືນນັ້ນ.”


ທ່ານນາງ Clilnton ໄດ້ຮັບເອົາຄຳສະເໜີແນະຂອງລາຍງານ ໝົດທັງ 19 ຂໍ້. ສະມາຊິກ ສະພາສູງ John Kerry ຊຶ່ງໄດ້ຖືກສະເໜີ ແຕ່ງຕັ້ງໃຫ້ເປັນ ຜູ້ຮັບໜ້າທີ່ ຕໍ່ຈາກທ່ານນາງ Clilnton ນັ້ນ ໄດ້ກ່າວຊົມເຊີຍການຕັດສິນໃຈຂອງທ່ານນາງໃນລະຫວ່າງການຮັບຟັງຄຳ ໃຫ້ການຂອງລັດຖະສະພາສະຫະລັດ.

ທ່ານ Kerry ເວົ້າວ່າ “ຄວາມຈິງແລ້ວ ທ່ານນາງໄດ້ດຳເນີນການຫຼາຍໄປກວ່າຄຳ ແນະນຳ ຂອງຄະນະກຳມະການ ໂດຍໄດ້ມີການເອົາບາດກ້າວຕ່າງໆ ໃນທັນທີ ເພື່ອເສີມຂະຫຍາຍ ການຮັກສາຄວາມປອດໄພ ຢູ່ຕາມສະຖານທູດແຫ່ງຕ່າງໆ
ທີ່ມີຄວາມສ່ຽງສູງແລະໄດ້ຮ້ອງຂໍອຳນາດຈາກລັດຖະສະພາ ເພື່ອໝູນໃຊ້ງົບປະ ມານແບບໃໝ່ສຳລັບເພີ້ມການໃຊ້ຈ່າຍໃນການຮັກສາຄວາມປອດໄພໃຫ້ແກ່ສະ ຖານທູດຂຶ້ນ 1 ພັນ 300 ລ້ານໂດລາ.”


ສະຖານທູດສະຫະລັດໄດ້ດຶງດູດເອົາ ບໍ່ພຽງແຕ່ການປະທ້ວງແບບນີ້ ທີ່ມີຂຶ້ນຢູ່ທີ່ບາງກອກ ເມື່ອປີກ່ອນ ແຕ່ຍັງດຶງດູດເອົາການໂຈມຕີຂອງພວກກໍ່ການຮ້າຍນຳດ້ວຍ.

ທ່ານ Daniel Serwer ເຄີຍເຮັດວຽກຢູ່ຕາມສະຖານທູດສະຫະລັດຫຼາຍໆແຫ່ງມາແລ້ວ ຮວມທັງນະຄອນຫຼວງແບັກແດັດຂອງອິຣັກແລະເວລານີ້ເປັນອາຈານສອນທີ່ສູນກາງການ ສຶກສານາໆຊາດຊັ້ນສູງຂອງມະຫາວິທະຍາໄລ Johns Hopkins.

ທ່ານ Serwer ເວົ້າວ່າ ສະຖານທູດທີ່ເບິ່ງຄືກັນກັບປ້ອມປາການ ມັກຈະກາຍເປັນສັນຍາ ລັກຂອງຄວາມບໍ່ພໍອົກພໍໃຈ.

ທ່ານ Serwer ເວົ້າວ່າ “ຂ້າພະເຈົ້າຄິດວ່າ ການທູດບໍ່ສາມາດດຳເນີນການໄດ້ຈາກ ຂ້າງໃນ ຂອງກຳແພງທີ່ສູງ 20 ຟຸດ.”

ທ່ານ Serwer ຮັບຮູ້ວ່າ ເອກອັກຄະລັດຖະທູດ Stevens ມີເຫດຜົນທີ່ດີ ທີ່ບໍ່ຍອມຫລົບ ໜີອອກຈາກບໍລິເວນສະຖານກົງສຸນ ທີ່ເມືອງເບັງກາຊີ.

ທ່ານ Serwer ເວົ້າວ່າ “ແຕ່ຖ້າຈະເວົ້າໃນເລື່ອງຄວາມສ່ຽງແລ້ວທ່ານຈະມີຄວາມ ປອດໄພ ຢູ່ຕາມຖະໜົນຫົນທາງ ບ່ອນທີ່ຊາວລີເບຍ 99 ຄົນ ຂອງ 100 ຄົນໃດ ຄົງຈະອ້າແຂນຕ້ອນຮັບທ່ານ ຫລາຍກວ່າຢູ່ໃນບ່ອນຫຼົບລີ້ແຫ່ງນັ້ນ.”

ຢ່າງໃດກໍຕາມແມ່ນແຕ່ທ່ານ Serwer ເອງກໍຍັງຍອມຮັບວ່າ ການໂຕ້ແຍ້ງຂອງທ່ານແມ່ນ ຍາກທີ່ຈະເຮັດໄດ້ ຫຼັງຈາກທ່ານເອກອັກຄະລັດຖະທູດໄດ້ຖືກສັງຫານໄປແລ້ວ ແລະດ້ວຍ ເຫດທີ່ວ່າ ລັດຖະບານທ່ານໂອບາມາຕົກເປັນຝ່າຍທີ່ຕ້ອງແກ້ໂຕກ່ຽວກັບການໂຈມຕີນີ້ຈຶ່ງ ຍັງມີທ່າທາງວ່າສະຖານທູດແຫ່ງຕ່າງໆຂອງສະຫະລັດຈະສືບຕໍ່ເປັນສະຖານທີ່ຄ້າຍຄືກັນ ກັບປ້ອມປາການ ດັ່ງທີ່ເປັນຢູ່ໃນປັດຈຸບັນ.

XS
SM
MD
LG