ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

6 ຄົນ ຖືກສັງຫານ ໃນການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ຢູ່ເຢເມນ (ວີດີໂອ)


ພາບລວມຂອງສະຖານທູດ ສະແດງໃຫ້ເຫັນ ຮົ້ວກັ້ນທາງເຂົ້າສະຖານທູດອາເມຣິກາ ທີ່ນະຄອນ Sanaa, ຂອງເຢເມນ ໃນວັນທີ 7 ສິງຫາ 2013.
ພາບລວມຂອງສະຖານທູດ ສະແດງໃຫ້ເຫັນ ຮົ້ວກັ້ນທາງເຂົ້າສະຖານທູດອາເມຣິກາ ທີ່ນະຄອນ Sanaa, ຂອງເຢເມນ ໃນວັນທີ 7 ສິງຫາ 2013.
ການໂຈມຕີທີ່ສົງໄສວ່າ ມາ​ຈາກເຮືອບິນທີ່ບໍ່ຄົນຂັບຂອງສະ
ຫະລັດ ໄດ້ສັງຫານຢ່າງໜ້ອຍ 6 ຄົນທີ່ຖືກກ່າວຫາວ່າ ເປັນ
ພວກຫົວຮຸນແຮງໃນເຄືອຂ່າຍ al-Qaida ຢູ່ໃນພາກກາງຂອງ
ເຢເມນທີ່ສືບຕໍ່ທໍາການໂຈມຕີເປັນຫລາຍໆ ບັ້ນລຽນຕິດກັນ
ຖ້າມກາງການເຕືອນ​ໃຫ້​ມີ​ການລະ​ວັງໄພຈາກການກໍ່ການຮ້າຍ
ໂດຍສະຫະລັດ ແລະການ​ປະຕິບັດ​ງານ​ຕໍ່ຕ້ານພວກກໍ່ການຮ້າຍ
ໂດຍເຈົ້າໜ້າທີ່ເຢ​ເມນ.

ພວກເຈົ້າໜ້າທີ່ເວົ້າວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃນ
ວັນພະຫັດມື້ ນີ້ ໄດ້ແນເປົ້າໝາຍໃສ່ພາຫະນະຄັນນຶ່ງໃນແຂວງ
Marib.

ມັນເປັນການໂຈມຕີຄັ້ງທີ 6 ຢູ່ໃນເຢ​ເມນ ໃນເວລາບໍ່ຮອດສອງອາທິດຜ່ານມານີ້. ສະຫະ
ລັດ ໄດ້ໃຊ້ເຮືອບິນບໍ່ມີຄົນຂັບເພື່ອທໍາການໂຈມຕີຢູ່ເລື້ອຍໆ ໃນຊຸມປີມໍ່ໆມານີ້ ເພື່ອແນ
ເປົ້າໝາຍໃສ່ສະມາຊິກຂອງກຸ່ມ al-Qaida.

ເຈົ້າໜ້າທີ່ເຢ​ເມນເວົ້າໃນວັນພຸດວານນີ້ວ່າ ພວກເຂົາເຈົ້າໄດ້ທໍາລາຍແຜນການຂອງ​ກຸ່ມ​
ກໍ່​ການ​ຮ້າຍ al-Qaida ທີ່​ຈະຍຶດເອົາຫົວເມືອງສອງແຫ່ງ ໃນພາກໃຕ້ຂອງປະເທດ ແລະ
ຖະຫລົ່ມສະຖານທີ່​ເກັບນໍ້າມັນ ແລະອາຍແກັສທີ່ມີລັກສະນະຍຸດທະສາດ ຢູ່ໃກ້ກັນນັ້ນ. ພວກເຂົາເຈົ້າເວົ້າອີກວ່າ ແຜນການດັ່ງກ່າວ ແມ່ນກ່ຽວພັນກັບການລັກພາຕົວ ແລະສັງ
ຫານຊາວ ຕ່າງປະເທດທີ່ເຮັດວຽກຢູ່ທີ່ນັ້ນ.

ສະຫະລັດໄດ້ປິດສະຖານທູດຂອງ​ຕົນ ຢູ່ທົ່ວພາກຕາເວັນອອກກາງ ແລະທະວີບອາຟຣິກາ
ໃນທ້າຍອາທິດແລ້ວນີ້ ຍ້ອນມີການນາບຂູ່ວ່າອາດມີການ ໂຈມຕີ​ເກີດ​ຂຶ້ນ. ໃນອາທິດນີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ ອອກຄໍາສັ່ງໃຫ້ພະນັກງານຂອງຕົນ ທີ່ບໍ່ມີຄວາມ
ຈໍາເປັນອອກຈາກເຢ​ເມນ, ແລະຍ້າຍພວກເຂົາເຈົ້າໄປຢູ່ໃນສະຖານກົງສຸນໃນນະຄອນ Frankfurt ປະ​ເທດເຢຍຣະມັນ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ​ເວົ້າໃນວັນພຸດວານນີ້ ໃນລະຫວ່າງທີ່
ກ່າວຄໍາປາໄສ ຕໍ່ທະຫານມາຣິນຂອງສະຫະລັດວ່າ ປະເທດຊາດ ​ແມ່ນໄດ້ຖືເອົາການ
ນາບຂູ່ດັ່ງກ່າວຢ່າງຈິງຈັງ ແຕ່ວ່າ ຈະບໍ່ຍອມກົ້ມຫົວໃຫ້ມັນ. ທ່ານໃຫ້ຄໍາເຫັນວ່າ:

“ສໍາລັບພວກຫົວຮຸນແຮງຈັດພວກນີ້ ສິ່ງນີ້ຄືອັນທີ່ພວກທີ່ຢາກຈະທໍາການ ການໂຈມຕີແບບຄົນຂີ້ຂ້າຕາຂາວ ຕໍ່ພົນລະເມືອງຂອງເຮົາບໍ່ເຂົ້າໃຈ. ສະຫະ
ລັດ ຈະບໍ່ຍອມຖອຍຈາກການມີໜ້າຢູ່ໃນທົ່ວໂລກ. ພວກເຮົາຈະບໍ່ຕື່ນ​ຕົກ​ໃຈ
ຈາກການກໍ່ການຮ້າຍ.”


ວີດີໂອ ການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ
please wait

No media source currently available

0:00 0:02:13 0:00
ລິງໂດຍກົງ
XS
SM
MD
LG