ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ຈະປິດ ສະຖານທູດ ຫລາຍແຫ່ງ ໃນວັນທີ 4 ສິງຫານີ້ (ວີດິໂອ)


ທຸງສະຫະລັດປີວສະບັດຢູ່ເທິງຫລັງນົກອິນຊີໃຫຍ່ ຢູ່ເທິງຫລັງຄາຂອງສະຖານທູດສະຫະລັດ ທີ່ນະຄອນລອນດອນ ຂອງອັງກິດ
ທຸງສະຫະລັດປີວສະບັດຢູ່ເທິງຫລັງນົກອິນຊີໃຫຍ່ ຢູ່ເທິງຫລັງຄາຂອງສະຖານທູດສະຫະລັດ ທີ່ນະຄອນລອນດອນ ຂອງອັງກິດ
ສະຫະລັດຈະປິດສະຖານທູດ ແລະສະຖານກົງສຸນຈໍານວນ
ນຶ່ງຂອງຕົນຢູ່ຫຼາຍແຫ່ງໃນໂລກ ໃນວັນອາທິດຈະມາເຖິງນີ້
ຍ້ອນ​ເຫດຜົນ​ດ້ານຄວາມປອດໄພ.

ກະຊວງການຕ່າງປະເທດສະຫະລັດບໍ່ໄດ້ລະບຸຢ່າງເຈາະຈົງວ່າ
ສະຖານທູດ ຫລືກົງສຸນໃດໄດ້ຖືກສັ່ງໃຫ້ປິດ ແລະໄພຂົ່ມຂູ່ທີ່
ສະຖານທູດ​ແລະ​ກົງ​ສຸນ​ເຫຼົ່ານີ້ ປະເຊີນຢູ່ນັ້ນແມ່ນປະເພດໃດ
ກັນແທ້. ແຕ່ຖະແຫລງຂ່າວເວົ້າວ່າ ສະຖານທູດ ແລະກົງສຸນ ທີ່ຖືກສັ່ງໃຫ້ປິດນັ້ນ ແມ່ນຕາມປົກກະຕິແລ້ວ ເປີດບໍລິການໃນວັນ ອາທິດ ຊຶ່ງຈະເປັນສະຖານທູດ ຢູ່ໃນບັນດາປະເທດທີ່​ນັບຖື​ສາສະໜາ​ອິສລາມ ທີ່ມື້ເຂົ້າການໂດຍລວມແລ້ວ ເລີ້ມແຕ່ວັນອາທິດ ຫາວັນພະຫັດ.

ທ່ານນາງ Marie Harf ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ເອີ້ນການເຄື່ອນໄຫວ
ດັ່ງກ່າວວ່າເປັນມາດຕະການເພື່ອປ້ອງກັນໄວ້. ທ່ານນາງ ກ່າວວ່າ:

“ກະຊວງການຕ່າງປະເທດໄດ້ສັ່ງໃຫ້ສະຖານທູດແລະສະຖານກົງສຸນຈໍານວນ ນຶ່ງປິດຫລືງົດການປະຕິບັດງານໃນວັນອາທິດ ທີ 4 ສິງຫານີ້ໄວ້. ກະຊວງ ໄດ້
ແຈ້ງຂ່າວເຊັ່ນນັ້ນ ຍ້ອນມີຂໍ້ມູນທີ່ບອກໃຫ້ມີຄວາມລະມັດລະວັງຢ່າງຫລວງ ຫລາຍ ແລະຍ້ອນຄວາມເປັນຫ່ວງຕໍ່ພະນັກງານຂອງພວກເຮົາ ແລະຄົນອື່ນ
ທີ່ອາດຈະໄປຍັງສະຖານທີ່ທໍາງານຂອງພວກເຮົາ ທີ່​ສະ​ແດງໃຫ້​ເຫັນ​ວ່າ
ພວກເຮົາ ຄວນດໍາເນີນບາດກ້າວທີ່ເປັນການລະມັດລະວັງເຫລົ່ານີ້. ເມື່ອໃດ
ສະພາບການ ຫາກມີການອໍານວຍໃຫ້ແລ້ວ ທາງກະຊວງດໍາເນີນບາດກ້າວ
ເຫລົ່ານີ້ ເພື່ອ​ໃຫ້ ມີ​ຄວາມ​ກໍ້າ​ເກິ່ງໃນການ​ສືບ​ຕໍ່ປະຕິບັດງານຂອງພວກ​ເຮົາ ກັບຄວາມໝັ້ນຄົງ ແລະຄວາມປອດໄພ.”


ເຈົ້າໜ້າທີ່ເວົ້າອີກວ່າ ການປິດສະຖານທູດດັ່ງກ່າວລົງໄວ້ຈະມີ​ການແກ່ຍາວອອກໄປ
ຕື່ມອີກ ລຸນຫລັງທີ່ມີການປະເມີນເຫດການ​ແລ້ວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

US Embassies Threats
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG