ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຈີນ ສະແດງ ຄວາມຊົມເຊີຍ ມາຍັງ ທ່ານໂອບາມາ (ວີດິໂອ 2 ເລື້ອງ)


ຕໍາຫລວດຈີນປະຈໍາສະພາແຫ່ງຊາດສະຫະລັດ ຢືນຍາມຢູ່ຕໍ່ໜ້າຈະຕຸລັດ ທຽວອັນເໝິນໃນນະຄອນປັກກິ່ງ ໃນວັນທີ 7 ພະຈິກ, 2012.
ຕໍາຫລວດຈີນປະຈໍາສະພາແຫ່ງຊາດສະຫະລັດ ຢືນຍາມຢູ່ຕໍ່ໜ້າຈະຕຸລັດ ທຽວອັນເໝິນໃນນະຄອນປັກກິ່ງ ໃນວັນທີ 7 ພະຈິກ, 2012.
ພວກຜູ້ນໍາຂອງພັກຄອມມີວນີສຈີນ ໄດ້ສະແດງຄວາມຊົມເຊີຍ
ມາຍັງ ປະທານາທິ ບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່
ຊະນະການເລືອກຕັ້ງຄືນອີກ ແມ່ນແຕ່ ໃນຂະນະທີ່ລັດຖະບານ
ປັກກິ່ງເອງ ກໍກໍາລັງສຸມໃສ່ການໂອນອໍານາດທາງການ ເມືອງ
ຂອງຕົນ ທີ່ຈະເລີ່ມຂຶ້ນໃນອາທິດນີ້.

ໂຄສົກປະຈໍາກະຊວງການຕ່າງປະເທດຈີນ ທ່ານ Hong Lei
ກ່າວຕໍ່ພວກນັກສື່ ຂ່າວວ່າ ປະທານປະເທດຈີນທ່ານ Hu Jintao ແລະຮອງປະທານປະເທດ Xi Jinping ຜູ້ທີ່ຈະຂຶ້ນຄອງຕໍາ
ແໜ່ງແທນທ່ານ Hu ໃນມໍ່ໆນີ້ ມີຄວາມກະຕືລືລົ້ນ ທີ່ຈະໄດ້ ທໍາງານຮ່ວມກັບທ່ານໂອບາມາ ເພື່ອເສີມຂະຫຍາຍສາຍສໍາ
ພັນລະຫວ່າງ ຈີນ ແລະອາເມຣິກາ. ທ່ານກ່າວໃຫ້ຄໍາເຫັນດັ່ງນີ້:

“ການສືບຕໍ່ຮັກສາ ການພັດທະນາສາຍສໍາພັນລະຫວ່າງຈີນ ແລະອາເມຣິກາ ທີ່ ສະໝໍ່າສະເໝີ, ເຂັ້ມແຂງ ແລະໝັ້ນຄົງ ແມ່ນເປັນການຮັບໃຊ້ຜົນປະໂຫຍດ ຂອງທັງສອງປະເທດ ແລະປະຊາຊົນສອງຊາດ ພ້ອມທັງສັນຕິພາບ, ສະ ຖຽນລະພາບ ແລະ ການພັດທະນາຢູ່ໃນຂົງເຂດເອເຊຍປາຊີຟິກ ແລະກາຍ ນັ້ນໄປອີກ. ຈີນແມ່ນພ້ອມແລ້ວ ທີ່ຈະເຮັດວຽກຮ່ວມກັບຝ່າຍສະຫະລັດ ມອງ ເບິ່ງໄປຍັງອະນາ ຄົດ ແລະດໍາເນີນຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອສ້າງ ຄວາມກ້າວໜ້າອັນໃໝ່ ແລະຍິ່ງໃຫຍ່ກວ່າເກົ່າ ໃນການສ້າງຕັ້ງການເປັນພາຄີ ກັນ ທີ່ມີການຮ່ວມມືກັນ ລະຫວ່າງຈີນ-ອາເມຣິກາ ແລະນໍາເອົາຜົນປະໂຫຍດ ອັນໃຫຍ່ຫລວງກວ່າເກົ່າ ມາສູ່ ປະຊາຊົນສອງຊາດ ກໍຄືປະຊາຊົນຂອງໂລກ.”
ເບິ່ງວີດິໂອ

ພວກຜູ້ນໍາຂອງຈີນ ບໍ່ໄດ້ສະໜັບສະໜຸນ ທ່ານໂອບາມາ ຫລື ທ່ານ Mitt Romney ຢ່າງອອກໜ້າອອກຕາ ຊຶ່ງທັງສອງທ່ານໄດ້ສັນຍາວ່າ ຈະເອົາ ບາດກ້າວອັນແຂັງຂັນຕໍ່ຈີນ ຖ້າຫາກຖືກເລືອກຕັ້ງ.

ບົດບັນນາທິການຂອງອົງການຂ່າວຊິນຫົວຂອງທາງການຈີນ ສະບັບວັນອັງ ຄານວານນີ້ ສະແດງຄວາມຫວັງວ່າ ການສິ້ນສຸດລົງຂອງການໂຄສະນາຫາສຽງ ຈະເຮັດໃຫ້ສິ່ງທີ່ເອີ້ນ ວ່າ “ການກ່າວໂຈມຕີຈີນ” ຂອງຜູ້ສະມັກເອົາຕໍາແໜ່ງປະທານາທິບໍດີ ແຕ່ລະທ່ານນັ້ນ ຈົບສິ້ນລົງ.

ເບິ່ງວີດິໂອສະແດງໄຊຊະນະຂອງທ່ານໂອບາມາ

XS
SM
MD
LG