ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍເອເຊຍ ປ່ອນບັດເອົາ ທ່ານ Obama (ສະໄລດ໌)


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ຮັບການ ສະໜັບ ະໜູນ ຈາກ ປະຊາຄົມ ເຊື້ອສາຍ ເອເຊຍ-ອາເມຣິກັນ ຢ່າງລົ້ນເຫລືອ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ຮັບການ ສະໜັບ ະໜູນ ຈາກ ປະຊາຄົມ ເຊື້ອສາຍ ເອເຊຍ-ອາເມຣິກັນ ຢ່າງລົ້ນເຫລືອ.
ຜົນ​ການຢັ່ງ​ສຽງ​ພວກ​ທີ່​ໄປ​ປ່ອນ​ບັດສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​
ອາ​ເມຣິ ກັນ​ເຊື້ອສາຍເອ​ເຊຍ ພາກັນ​ປ່ອນ​ບັດ ​ເອົາປະທານາ
ທິບໍດີ Barack Obama ຢ່າງ​ລົ້ນ​ເຫ​ລືອ ​ໃນ​ການ​ເລືອກ​ຕັ້ງ
ປະທານາທິບໍດີໃນ​ວັນ​ອັງ ຄານວານ​ນີ້ ທີ່​ເຮັດ​ໃຫ້​ຜູ້​ສະມັກ
ຂອງພັກ​ເດ​ໂມ​ແຄຣັທໄດ້​ຮັບ​ໄຊຊະນະເຂົ້າ​ໄປ​ກຳຕໍາ​ແໜ່​ງ​
ຢູ່ໃນທໍາ​ນຽບຂາວອີ​ກ ເປັນ​ສະ​ໄໝທີ​ສອງ.


ຂໍ້​ມູນ​ຈາກຜົນ​ການ​ຢັ່ງ​ຫາງ​ສຽງ​ຂັ້ນຕົ້ນພວກ​ທີ່​ໄປປ່ອນ​ບັດ​ທົ່ວ​ປະ​ເທດ ສະ​ແດງ​ໃຫ້​ເຫັນ​ວ່າ 73 ​ເປີ​ເຊັນຂອງຊາວ​ອາ​ເມຣິກັນ​ເຊື້ອສາຍເອ​ເຊຍ ລົງ​ຄະ​ແນ​ນສຽງ​ເອົາປະທານ​າທິບໍດີ ​ໂອ​ບາ​ມາ ​ໃນ​ຂະ​ນະ​ທີ່ອີກ 26 ​ເປີ​ເຊັນ ພາກັນສະໜັບສະໜູນ​ຄູ່ແຂ່ງຈາກ​ພັກຣີພັບ​ບລິ​ກັນ ທ່ານ Mitt Romney.

ຕົວ​ເລກ​ເຫຼົ່ານີ້​ແມ່ນ​ສອດຄ່ອງ​ກັບ​ການ​ຕັດສິນ​ໃຈ​ໃນ​ການ​ປ່ອນ​ບັດຂອງ​ ບັນດາຊົນ​ກຸ່ມ
ນ້ອຍ ​ທີ່​ສຳຄັນ​ອື່ນໆຂອງສະຫະລັດ. 71 ​ເປີ​ເຊັ​ນຂອງ ພວກ​ຮິ​ສ​ແປ​ນິກ​ກ່າວ​ວ່າ ​ເຂົາ​ເຈົ້າ​ສະໜັບສະໜຸນ ທ່ານ Obama ​ໃນ​ຂະນະ​ທີ່ 93 ​ເປີ​ເຊັ​ນຂອງ​ຊາວອາ​ເມຣິກັນ​ເຊື້ອສາຍ
ອາ​ຟຣິກາ ມີ​ລາຍ ງານ​ວ່າ ປ່ອນ​ບັດ​ເອົາປະທານາທິບໍດີ​ໂອ​ບາ​ມາ.

​ເຖິງ​ແມ່ນ​ວ່າຊາວ​ອາ​ເມຣິກັນ​ເຊື້ອສາຍເອ​ເຊຍ ​ເປັນກຸ່ມນຶ່ງ​ຂອງພົນລະ​ເມືອ​ງທີ່ເຕີບ​ໂຕ​ໄວ​ທີ່​ສຸດຢູ່ໃນສ​ະ​ຫະລັດກໍຕາມ ​ແຕ່​ເຂົາ​ເຈົ້າກໍ​ເປັນ​ພຽງ ສ່ວນ​ປະກອບ​ນ້ອຍໆໃນ​ຄະ​ແນນ​ສຽງຂອງກຳມະການ​ເລືອກ​ຕັ້ງ​ໂດຍ​ທົ່ວ​ໄປ. ຈາກ​ຜົນ​ການຢັ່ງ​ຫາງ​ສຽງ​ພວກ​ທີ່​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ວັນ​ອັງຄານ​ວານ​ນີ້ມີພຽງ​ແຕ່ 3 ​ເປີ​ເຊັ​ນຂອງ​ຜູ້​ປ່ອນ​ບັດທໍ່​ນັ້ນກ່າວ​ວ່າ ​ເຂົາ​ເຈົ້າ​ເປັນຄົນ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ.

​ເພາະສະ​ນັ້ນເອງ ບັນດາ​ຜູ້​ສັງ​ເກດ​ການກ່າວ​ວ່າ ທັງ​ການ​ໂຄສະນາ​ຫາ ສຽງ​ຂອງ​ທ່ານ Obama ​ແລະທ່ານ Romney ​ໄດ້​ໃຊ້​ເວລາ​ແຕ່ພຽງ​ເລັກ​ນ້ອຍ​ເທົ່ານັ້ນ ​ເພື່ອພະຍາຍາມເກ້​ຍກ່ອມ ​ເອົາ​ການ​ປ່ອນ​ບັດ​ຂອງ ຊາວອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ.

XS
SM
MD
LG