ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະກອບທຸລະກິດ ແມ່ຍິງ ອາເມຣິກັນ ເຊື້ອສາຍອາຟຣິກາ ພາກັນຊັ່ງຊາເບິ່ງການເລືອກຕັ້ງ


African-American Women Entrepreneurs Weigh in on US Election
please wait

No media source currently available

0:00 0:02:55 0:00

ຖ້າຫາກການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ໄດ້ກາຍມາເປັນ ລະຫວ່າງ ທ່ານ Donald Trump ສັງກັດພັກຣີພັບບລີກັນ ກັບ ທ່ານນາງ Hillary Clinton ສັງກັດ ພັກເດໂມແຄຣັດ ແລ້ວ 60 ເປີເຊັນ ຂອງພວກແມ່ຍິງ ທີ່ໄດ້ໃຫ້ຄຳເຫັນ ໃນການຢັ່ງຫາງ ສຽງ ຂອງການສຳຫຼວດ ທີ່ຈັດທຳໂດຍຕາໜ່າງຂ່າວ CNN ເມື່ອບໍ່ນານມານີ້ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະປ່ອນບັດເລືອກເອົາທ່ານນາງ ຄລິນຕັນ. ໃນຂະນະທີ່ ບັນດາຜູ້ສະໝັກ ແຂ່ງຂັນ ເອື້ອມອອກຫາພວກແມ່ຍິງທີ່ມີສິດອອກສຽງຢູ່ນັ້ນ ຜູ້ສື່ຂ່າວວີໂອເອ Aru Pande ກໍໄດ້ ໂອ້ລົມກັບພວກຍ້າຍຖິ່ນຖານໃໝ່ ຈາກອາຟຣິກາ ຜູ້ປະກອບທຸລະກິດ ທີ່ເປັນເພດ ຍິງ ກ່ຽວກັບ ຄວາມທ້າທາຍຕ່າງໆ ໃນການເລີ້ມຕົ້ນທຸລະກິດຂະໜາດນ້ອຍ ທີ່ແມ່ຍິງເປັນ ເຈົ້າຂອງ ແລະວ່າ ຜູ້ໃດ ທີ່ພວກເຂົາຈະສະໜັບສະໜູນ ເມື່ອຕົກມາຮອດເດືອນພະຈິກ. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານນາງ Anne Segal ເວົ້າວ່າ “ໃນຖານະທີ່ເປັນ ແມ່ຍິງ ຜູ້ໃດຈະຄິດວ່າ? ຂ້າພະເຈົ້າ ມາຈາກທະວີບອາຟຣິກາ. ຂ້າພະເຈົ້າອາດຈະບໍ່ຄິດວ່າ ຈະເລີ້ມເຮັດທຸລະກິດ ຢູ່ໃນ ອາເມຣິກາ.”

ເມື່ອປີກາຍນີ້ ກໍເປັນປີນຶ່ງ ທີ່ບໍ່ປາດສະຈາກ ການທ້າທາຍໃດໆ ສຳລັບ ຮ້ານຂາຍກະແຫຼ້ມ Sweets & Treats Creamery ທີ່ນາງ Anne Segal ເປັນເຈົ້າຂອງ.

ທ່ານນາງເປັນຄົນອາເມຣິກັນ ເຊື້ອສາຍຢູການດາ ທັງເປັນແມ່ຂອງລູກສາວນ້ອຍໆ ໄດ້ນຳ ໃຊ້ເງິນທີ່ຄອບຄົວເກັບທ້ອນໄວ້ ເພື່ອເປີດກິດຈະການ ໃນເມືອງ Laurel ຂອງລັດ Maryland.

ນາງ Segal ເວົ້າວ່າ “ມັນເປັນການງ່າຍດາຍແທ້ໆ ສຳລັບ ພວກຜູ້ຊາຍ ທີ່ຈະໄປທະນາ ຄານ ແລ້ວກໍຈະໄດ້ເງິນກູ້ຢືມມາ. ຂ້ອຍ ເປັນແມ່ຍິງ ຖ້າບຸກຄົນໃດນຶ່ງ ຖາມວ່າ ເຈົ້າເຮັດ ຫຍັງ? ໂອ້ ຂ້ອຍເປັນແມ່ເຮືອນ. ພວກເຂົາເຈົ້າ ກໍຈະເວົ້າວ່າ ໂອ້ ແມ່ນຫວະ ແທ້ໆຫວະ. ແລ້ວກໍຈະບໍ່ມີຜູ້ໃດໃຫ້ເຈົ້າຢືມເງິນ.”

ທ່ານນາງ Margot Dorfman ຫົວໜ້າຜູ້ບໍຮິຫານສະພາການຄ້າຂອງແມ່ຍິງສະຫະລັດ ກ່າວວ່າ ການທ້າທາຍຕ່າງໆ ຂອງການເປັນແມ່ຍິງ ທີ່ເປັນເຈົ້າຂອງທຸລະກິດ ແມ່ນໄດ້ສະ ທ້ອນໃຫ້ເຫັນ ຢູ່ໃນສະຖິຕິທັງຫຼາຍ.

ໃນຂະນະທີ່ ພວກແມ່ຍິງ ເປັນເຈົ້າຂອງ 36 ເປີເຊັນ ຂອງບໍລິສັດທັງໝົດ ຂອງສະຫະລັດ ຊຶ່ງພວກບໍລິສັດເຫຼົ່ານັ້ນ ສ້າງລາຍຮັບ ພຽງ 4 ເປີເຊັນ ທີ່ເປັນລາຍຮັບປະຈຳປີ ທັງໝົດ ຂອງ ສະຫະລັດ.

ທ່ານນາງ Dorfman ກ່າວວ່າ “ພວກເຮົາໄດ້ຖືກຕີລາຄາຕ່ຳເກີນໄປ ເປັນເວລາຫຼາຍທົດ ສະຫວັດມາແລ້ວ ຈົນຮອດປັດຈຸບັນ ຄວາມຈິງແລ້ວ ກໍແມ່ນວ່າ ພວກເຮົາຍັງບໍ່ໄດ້ຮັບ ຄ່າແຮງງານທີ່ຍຸດຕິທຳ. ພວກເຮົາຈຳເປັນຕ້ອງໄດ້ອອກຈາກບໍຣິສັດຂອງອາເມຣິກາ ເພື່ອເລີ້ມຕົ້ນທຸລະກິດ ຂອງພວກເຮົາເອງ ເພື່ອທີ່ຈະໄດ້ຮັບຄ່າແຮງງານ ທີ່ເປັນທຳ ແລະເຮັດວຽກໃນສະພາບແວດລ້ອມ ທີ່ເປັນມິດຕໍ່ຄອບຄົວ ແຕ່ກໍຍັງຄົງບຸກບືນ ໃນເວລາ ທີ່ພວກເຮົາເຂົ້າໄປໃນຕະຫຼາດແຮງງານ.”

ກ່ຽວກັບວ່າ ຜູ້ໃດ ອາດແກ້ໄຂບັນຫາຄວາມຍາກລຳບາກດັ່ງກ່າວນີ້ ໄດ້ດີທີ່ສຸດນັ້ນ ທ່ານ ນາງ Dorfman ກ່າວວ່າ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ໄດ້ຖືກຮັບຮອງເຫັນດີ ຈາກການຈັດຕັ້ງຂອງທ່ານນາງ.

ຜູ້ສະໝັກລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ໃນລະຫວ່າງ ການໂຮມຊຸມນຸມ ໂຄສະນາຫາສຽງ ທີ່ນະຄອນ Seattle ຂອງລັດ Washington, ວັນທີ 22 ມີນາ 2016.
ຜູ້ສະໝັກລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ໃນລະຫວ່າງ ການໂຮມຊຸມນຸມ ໂຄສະນາຫາສຽງ ທີ່ນະຄອນ Seattle ຂອງລັດ Washington, ວັນທີ 22 ມີນາ 2016.

ທ່ານນາງ Dorfman ກ່າວຕື່ມວ່າ “ທ່ານນາງ ຄລິນຕັນ ໄດ້ໝັ້ນໝາຍ ທີ່ຈະເຮັດໃຫ້ໝັ້ນ ໃຈວ່າ ທຸລະກິດນ້ອຍ ເຂົ້າຫາໄດ້ແຫລ່ງເງິນທຶນ ແລະ ເຂົ້າຫາໄດ້ເຖິງຕະຫຼາດຕ່າງໆ ແລະ ມີຄວາມສົນໃຈຫຼາຍທີ່ສຸດ ໃນເລື້ອງການເຂົ້າເຖິງ ການຮັກສາສຸຂະພາບ ທີ່ ສາ ມາດຊື້ໄດ້.”

ທ່ານນາງ Bukie Opanuga ເປັນເພື່ອນຜູ້ນຶ່ງທີ່ສະໜັບສະໜູນ ທ່ານນາງ ຄລິນຕັນ ໄດ້ ສ້າງຕັ້ງ ບໍລິສັດ ການຕະຫຼາດດ້ານດິຈີໂຕລ ທີ່ມີຫ້ອງການຕັ້ງຢູ່ນະຄອນ Atlanta ຂຶ້ນມາ ດ້ວຍການໃຊ້ ພວກບັດສິນເຊື່ອ ທີ່ມີດອກເບ້ຍສູງ.

ໃນການໂຄສະນາຫາສຽງເພື່ອເປັນປະທານາທິບໍດີ ຄົນອາເມຣິກັນ ເຊື້ອສາຍ ໄນຈີເລຍ ຜູ້ນີ້ ກ່າວວ່າ ນາງ ແມ່ນຕິດຕາມເບິ່ງຢ່າງໃກ້ຊິດ ໃນເລື້ອງບັນຫາວຽກງານຕ່າງໆ ຂອງ ພວກແມ່ຍິງ.

ທ່ານນາງ Bukie Opanuka ຜູ້ອຳນວຍການໃຫຍ່ ບໍລິສັດ Modavate ເວົ້າວ່າ “ພວກ ຄົນບາງສ່ວນ ບໍ່ຈຳເປັນວ່າ ຈະຕ້ອງເດີນໄປຕາມເສັ້ນທາງ ຂອງຜູ້ປະກອບທຸລະກິດ ແຕ່ ພວກເຂົາຈະຕ້ອງອອກມາຈາກສຳນັກງານ ໃນທີ່ສຸດ ແລະ ກາຍມາເປັນ ພວກ ພະນັກງານ ປະເພດ 1099 ຫຼື ພວກທີ່ເຮັດວຽກຂອງຕົນເອງເພາະວ່າ ພວກເຂົາເຈົ້າ ແມ່ນຕ້ອງໄດ້ເລືອກເອົາ ລະຫວ່າງ ການໄດ້ຮັບເງິນເດືອນ ຫຼື ການທີ່ສາມາດເບິ່ງແຍງ ລູກເຕົ້າເວລາເຂົາເຈົ້າເຈັບປ່ວຍຢູ່ບ້ານເຮືອນ. ເລື້ອງເຫຼົ່ານີ້ ແມ່ນສ່ວນນຶ່ງຂອງບັນຫາ ທີ່ຂ້າພະເຈົ້າຈະເອົາໃຈໃສ່ ແລະ ພວກແມ່ຍິງທັງຫຼາຍ ກໍຄວນເອົາໃຈໃສ່ເຊັ່ນກັນ.”

ເມື່ອຫວນກັບຄືນໄປຍັງລັດ Maryland ອີກ ຈະເຫັນວ່າ ທ່ານນາງ Anne Segal ເອົາໃຈ ໃສ່ຢ່າງໃກ້ຊິດ ໃນດ້ານເສດຖະກິດ ໃນຂະນະທີ່ ທ່ານນາງເຮັດວຽກ ເພື່ອເຮັດໃຫ້ຮ້ານ ຂອງທ່ານນາງມີຜົນກຳໄລ.

ເຖິງແມ່ນວ່າ ທ່ານນາງຈະໄດ້ ປ່ອນບັດເອົາ ທ່ານບາຣັກ ໂອບາມາ ກໍຕາມ ແຕ່ທ່ານນາງ ກໍກ່າວວ່າ ທ່ານນາງເສຍໃຈຫຼາຍກັບພັກເດໂມແຄຣັດ ແລະ ດຽວນີ້ ແມ່ນກຳລັງເບິ່ງໄປ ໃນທິດທາງທີ່ແຕກຕ່າງ.

ຜູ້ສະໝັກລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງໃນລະຫວ່າງ ການໂຮມຊຸມນຸມໂຄສະນາຫາສຽງ ເມື່ອວັນທີ 6 ເມສາ 2016, ໃນເມືອງ Bethpage ຂອງລັດ New York.
ຜູ້ສະໝັກລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງໃນລະຫວ່າງ ການໂຮມຊຸມນຸມໂຄສະນາຫາສຽງ ເມື່ອວັນທີ 6 ເມສາ 2016, ໃນເມືອງ Bethpage ຂອງລັດ New York.

ທ່ານນາງ Anne Segal ເຈົ້າຂອງຮ້ານ Sweets and Treats Creamery ກ່າວວ່າ “...ໃຜແມ່ນທ່ານ Trump. ທ່ານໄດ້ສ້າງວຽກເຮັດງານທຳ. ທ່ານໄດ້ວ່າຈ້າງ ພວກຄົນ ງານ. ຄັນແມ່ນເລື້ອງຂອງເສດຖະກິດ ຢ່າງນ້ອຍ ທ່ານຮູ້ຈັກດີ ຫຼາຍກວ່າ ພວກຄົນອື່ນໆ ທີ່ແລ່ນອ້ອມທີບ ບອກພວກເຮົາ ໃຫ້ເຮັດແນວນັ້ນແນວນີ້.”

ບໍ່ວ່າຜູ້ໃດທີ່ພວກເຂົາເຈົ້າ ສະໜັບສະໜູນ ທັງທ່ານນາງ Segal ແລະ ທ່ານນາງ Opanuga ຕ່າງກໍເວົ້າວ່າ ພວກແມ່ຍິງອາເມຣິກັນ ຄວນຮັບປະກັນວ່າ ສຽງຂອງພວກເຂົາເຈົ້າ ແມ່ນຈະໄດ້ຖືກຮັບຟັງ ເວລາເດືອນພະຈິກມາເຖິງ.

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG