ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ອະນຸມັດ ການຊ່ອຍເຫຼືອ ທາງທະຫານ ແກ່ອີຈິບ


ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton

ເຈົ້​າໜ້າ​ທີ່ກະ​ຊວງ​ການຕ່າງປະ​ເທດສະຫະລັດ​ກ່າວ​ວ່າ ສະຫະລັດ​ກໍ​າລັງ​ຕຽມ​ທີ່​ຈະ​ປ່ອຍ​
ເງິນ​ ຈໍາ​ນວນ 1 ພັນ 300 ລ້ານ​ໂດ​ລາ ຊຶ່ງ​ເປັນເງິນ​ຊ່ວຍ​ເຫລືອ​ປະ​ຈໍາປີ​ແກ່ອີ​ຈິບ ​ເຖິງ​ແມ່ນ
​ໄດ້​ມີຄວາມ​ວິຕົກ​ກັງວົນວ່າ​ອີ​ຈິບບໍ່​ໄດ້​ທຳ​ການ​ປະຕິ​ຮູບປະຊາທິປະໄຕ​ຫຼາຍພໍ​ກໍ​ຕາ​ມ.

ເຈົ້າ​ໜ້າ​ທີ່ ທີ່ຂໍ​ສະຫງວນ​ຊື່ ກ່າວວ່າ ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ
Hillary Clinton ຈະ​ປະກາດ​ໃນ​ວັນ​ສຸກ​ນີ້​ວ່າ ວໍ​ຊິງ​ຕັນໄດ້​ຕັດ​ສີນ​ໃຈ​ໃຫ້ການ​ຍົກ​ເວັ້ນທາງ
ດ້ານ​ກົດໝາຍເພື່ອໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ທະ​ຫານແກ່​ອີ​ຈິບທີ່​ມີເງື່ອນ​ໄຂ​ກ່ຽວກັບ​ດ້ານ
ປະຊາທິປະໄຕ​ບາງ​ຢ່າງ.

ໃນ​ເດືອນ​ທັນວາທີ່​ຜ່ານ​ມາ ລັດ​ຖະສະ​ພາສະຫະລັດ​ໄດ້​ຮັບຜ່ານ​ກົດໝາຍ​ທີ່ບັງຄັບ​ໃຫ້​ພວກ​
ທະຫານ​ອີ​ຈິບທີ່​ປົກຄອງ​ປະ​ເທດ​ຢູ່​ນັ້ນ ​ໃຫ້ການ​ສະໜັບສະ​ໜຸນ ​ຕໍ່​ການ​ໂອນ​ການ​ປົກຄອງ
ໃຫ້​ພົນລະ​ເຮືອນ ຈັດການ​ເລືອກຕັ້ງທີ່​ເສລີ​ ແລະ​ຍຸຕິ​ທຳ ແລະ​ປົກ​ປ້ອງ​ອິດ​ສະຫຼະພາບ​ໃນ​
ການ​ນັບຖື​ສາສະໜາ ​ແລະ​ການ​ໂຮມ​ຊຸມນຸມກ່ອນ​ທີ່​ຈະ​ມີ​ການ​ປ່ອຍ​ເງິນ​ຊ່ອຍ​ເຫຼືອທາງ​ທະ
ຫານ.

ເຈົ້າ​ໜ້າ​ທີ່​ກ່າວໃນ​ວັນ​ພະຫັດວານ​ນີ້ວ່າ ເງື່ອນ​ໄຂ​ດັ່ງກ່າວ​ໄດ້​ຖືກ​ຍົກ​ເວັ້ນ ບົນ​ພື້ນຖານ​ຜົນ
ປະ​ໂຫຍ​ດດ້ານຄວາມ​ປອດໄພ​ແຫ່ງ​ຊາດຂອງ​ສະຫະລັດ ທ່ານ​ຍັງກ່າວ​ຕື່ມ​ວ່າ ການ​ຊ່ອຍ​
ເຫຼືອ​ເພີ່ມ​ຕື່ມອີກ​ຈໍານວນ $200 ລ້ານ​ໂດ​ລາໃນດ້ານ​ເສດ​ຖະ​ກິດ​ຈະ​ໄດ້​ຮັບ​ການ​ອະນຸມັດ
ຍ້ອນ​ອີີ​ຈິບ​ໄດ້​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນຕາມ​ສົນທິສັນຍາ​ສັນຕິພາບລະຫວ່າງ​ອິສຣາ​
ແອ​ລກັບ​ອີ​ຈິບນັ້ນ.

ບັນດາ​ສະມາຊິກສະພາ​ຫລາຍໆ​ຄົນແລະ​ກຸ່ມ​ປົກ​ປ້ອງ​ສິດ​ທິມະນຸດ​ ໄດ້​ສະແດງ​ຄວາມ​ຜິດ
ຫວັງ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ ຜູ້​ນໍາ​ການ​ປົກຄອງຊົ່ວຄາວ​ທະຫານ
ຂອງອີຈິບ ຍັງ​ບໍ່​ໄດ້​ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ພາກັນ​ຕັດ​ສີນ​ໃຈ​ທີ່​ຈະທຳ​ການ
ປະຕິ​ຮູບ​ປະຊາທິ​ປະ​ໄຕໂດຍ​ເຕັມ​ນັ້ນ.

XS
SM
MD
LG