ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ສ້າງວຽກການຕື່ມ ແຕ່ອັດຕາ ຄົນຫວ່າງງານ ເພີ້ມຂຶ້ນເປັນ 7.9% (ວີດີໂອ)


ພວກສະມັກເຂົ້າເຮັດວຽກ ພວມຖືກສຳພາດໂດຍພະນັກງານບໍລິສັດ Marlins ໃນລັດຟລໍຣິດາ (24 ຕຸລາ 2012)
ພວກສະມັກເຂົ້າເຮັດວຽກ ພວມຖືກສຳພາດໂດຍພະນັກງານບໍລິສັດ Marlins ໃນລັດຟລໍຣິດາ (24 ຕຸລາ 2012)
ຕະຫລາດແຮງງານໃນສະຫະລັດ ໄດ້ເພີ້ມໜ້າວຽກອີກ 171 ພັນ
ໜ້າວຽກໃນເດືອນຕຸລາຜ່ານມາໃນຂະນະທີ່ອັດຕາຄົນຫວ່າງງານ
ໄດ້ຖີບຕົວສູງຂຶ້ນ.

ລັດຖະບານລາຍງານໃນວັນສຸກວານນີ້ວ່າ ໃນຂະນະທີ່ມີຄົນຊອກ
ຫາວຽກເຮັດງານທໍາ ເພີ້ມຂຶ້ນນັ້ນ ອັດຕາຄົນຫວ່າງງານ ກໍຖີບໂຕ
ສູງຂຶ້ນເປັນ 7.9% ຊຶ່ງເປັນການເພີ້ມຂຶ້ນ 0.10% ເມື່ອທຽບໃສ່ເດືອນກັນຍາຜ່ານມາ.

ນີ້ເປັນລາຍງານເສດຖະກິດທີ່ສຳຄັນສະບັບສຸດທ້າຍກ່ອນໜ້າຈະມີການເລືອກຕັ້ງປະທານາ
ທິບໍດີສະຫະລັດໃນວັນອັງຄານຈະມາເຖິງນີ້ຊຶ່ງການໂຕ້ວາທີຕ່າງໆຂອງຜູ້ສະໝັກເລືອກຕັ້ງ ສ່ວນຫລາຍໄດ້ເພັ່ງເລັງໃສ່ວ່າ ຈະຕັດອັດຕາຄົນຫວ່າງງານລົງແລະຈະກະຕຸ້ນເສດຖະກິດ ທີ່ກຳລັງຊັກຊ້າຢູ່ນັ້ນ ໃຫ້ເດີນໄປໄດ້ແນວໃດ.

ໃນເວລາທີ່ອັດຕາຄົນຫວ່າງງານຂອງສະຫະລັດໄດ້ຫລຸດລົງເປັນ 7.8% ໃນເດືອນກັນຍາ ຜ່ານມານີ້ແມ່ນເປັນອັດຕາຄົນຫວ່າງງານທີ່ຕໍ່າທີ່ສຸດນັບຕັ້ງແຕ່ປະທານາທິບໍດີບາຣັກ ໂອ ບາມາ ໄດ້ເຂົ້າມາດໍາລົງຕໍາແໜ່ງ ໃນທໍານຽບຂາວ. ອັດຕາຄົນຫວ່າງງານ ໃນໄລຍະ 44 ເດືອນຕິດຕໍ່ກັນມາ ກ່ອນໜ້ານີ້ ແມ່ນ 8% ຫລືຂີ້ຮ້າຍກວ່ານັ້ນ. ນັບແຕ່ສົງຄາມໂລກຄັ້ງທີ ສອງເປັນຕົ້ນມາ ບໍ່ມີປະທານາທິບໍດີສະຫະລັດຄົນໃດ ຊະນະການເລືອກຕັ້ງ ເຂົ້າຮັບຕຳ ແໜ່ງຕື່ມອີກ ເມື່ອມີອັດຕາຄົນຫວ່າງງານສູງກວ່າ 7.4%.

ໃນວັນສຸກວານນີ້ ທ່ານມິດ ຣອມນີ ຄູ່ແຂ່ງຈາກພັກຣີພັບບລີກັນ ເວົ້າວ່າ ການເພີ້ມຂຶ້ນ 0.10% ຂອງອັດຕາຄົນຫວ່າງງານດັ່ງກ່າວ ເປັນການເຕືອນໃຫ້ຮູ້ວ່າ ເສດຖະກິດແມ່ນ ຢູ່ໃນສະພາບ “ເກືອບວ່າບໍ່ມີການເໜັງຕີງເລີຍ”.

ຢູ່ໃນການໂຄສະນາຫາສຽງທີ່ລັດອາຍໂອວາ ທາງພາກກາງຂອງສະຫະລັດນັ້ນ ທ່ານໂອ ບາມາໃຫ້ຂໍ້ສັງເກດວ່າ ໂຕເລກຜູ້ຄົນມີວຽກການເຮັດໃນເດືອນຕຸລາແມ່ນສູງສຸດໃນໄລຍະ
8 ເດືອນຜ່ານມາ ທີ່ທ່ານເອີ້ນວ່າ “ເປັນຄວາມກ້າວໜ້າອັນແທ້ຈິງ” ແຕ່ທ່ານກໍກ່າວຕື່ມວ່າ ຍັງມີຫຼາຍສິ່ງຫຼາຍຢ່າງຕື່ມອີກທີ່ຈະຕ້ອງໄດ້ກະທຳເພື່ອສ້າງຄວາມກ້າວໜ້າໃຫ້ແກ່ເສດຖະ ກິດ.

XS
SM
MD
LG