ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເສດຖະກິດ ສະຫະລັດ ຫົດໂຕເຂົ້າ 1 ເປີເຊັນ ໃນໄຕມາດ ທຳອິດ ປີນີ້ (ວີດີໂອ )


US Economy Shrinks 1% in First Quarter
please wait

No media source currently available

0:00 0:02:02 0:00
ລະດູ​ໜາວ​ທີ່​ຮ້າຍ​ແຮງ​ປາກົດ​ວ່າ​ ໄດ້​ທຳລາຍ​ການ​ເສດຖະ
ກິດ​ຂອງ​ສະຫະລັດ​ຫຼາຍ​ກວ່າ​ທີ່​ໄດ້​ຄິດ​ກັນ​ມາ​ກ່ອນ. ກະຊວງ
​ການ​ຄ້າ ກ່າວວ່າ ຄວາມ​ຈິງ​ແລ້ວ ​ເສດຖະກິດ​ໄດ້​ຫົດ​ໂຕ​ເຂົ້າ
1 ​ເປີ​ເຊັນ​ເຕັມ​ໃນ​ຊ່ວງ 3 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ຊຶ່ງ​ຂີ້ຮ້າຍ​ກວ່າ
​ການ​ປະ​ເມິ​ນກັນ​ຂັ້ນ​ທຳ​ອິດ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ເສດຖະກິດ
​ໄດ້​ເຕີບ​ໂຕ​ຂຶ້ນ ​ແຕ່​ພຽງ .10 ​ເປີ​ເຊັນ ​ໃນ​ລະຫວ່າງ​ເດືອນ​ມັງກອນ
​ແລະ​ເດືອນ​ມີນາ​ນັ້ນ. ການ​ປະ​ເມິ​ນຄັ້ງ​ຫຼ້າ​ສຸດ​ຂອງ​ຜົນ​ຜະລິດ​
ຮວມພາຍ​ໃນ​ປະ​ເທດ​ເປັນ​ຂີດ​ໝາຍ​ທຳອິດ​ຂອງ​ການຫົດ​ໂຕ​ເຂົ້າ
ຂອງ​ເສດຖະກິດ​ໃນ​ຮອບ 3 ປີຜ່ານມາ. ​ແຕ່​ຕາມ​ລາຍ​ງານ​ຂ່າວ
​ຂອງ​ຜູ້​ສື່​ຂາວ​ວີ​ໂອ​ເອ ​ແຈ້ງ​ໃຫ້​ຊາບ​ນັ້ນ ກໍ​ແມ່ນ​ວ່າ ບັນດາ​ນັກວິ
​ເຄາະ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ການ​ຊັກຊ້າລົງຂອງ​ເສດຖະກິດ​ນີ້ ຈະ​
ເປັນ​ພຽງ​ຊົ່ວຄາວ​ເທົ່ານັ້ນ. ສິງ​ມີ​ລາຍ​ງານເລື້ອງ​ນີ້​ ຈາກ​ຜູ້​ສື່​ຂ່າວ
ວີ​ໂອ​ເອ ມາສະ​ເໜີ​ທ່ານ​ຕໍ່​ໄປ…

ມີການຖິ້ມໂທດໃສ່ວ່າ ສະພາບດິນ​ຟ້າ​ອາກາດທີ່​ໜາ​ວກວ່າຄາດ​ຄິດ​ໄວ້ ​ແມ່ນ
​ເປັນສາ​ເຫດ​ຂອງ​ການ​ເຕີບ​ໂຕ​ຊ້າ​ລົງ​ຂອງ​ຜົນ​ຜະລິດ​ຮວມ ພາຍ​ໃນປະ​ເທດ​ສະ
ຫະລັດ​ແຕ່​ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ມັນ​ເປັນ​ເລື້ອງ​ ຫຍຸ້ງຍາກ​ແລະ​ຊັບຊ້ອນ
​ກວ່າ​ນັ້ນ. ທ່ານ Mark Hamrick ຊຶ່ງ​ເປັນຫົວໜ້າ​ຫ້ອງການ ຂອງບໍລິສັດ
Bankrate.comທີ່​ນະຄອນຫຼວງ​ວໍຊິງ​ຕັນ ກ່າວ​ວ່າ:

ທ່ານ Hamrick ກ່າວ​ວ່າ “ພວກ​ບໍລິ​ໂພ​ກອຸບປະ​ໂພ​ກ​ໄດ້​ໃຊ້​ຈ່າຍ​ເງິນ​ໃນ​
ອັດຕາ​ທີ່​ດີ​ໃນ​ໄຕ​ມາດ​ທຳ​ອິດ ​ເຖິງ​ແມ່ນ​ດິນ​ຟ້າ​ອາກາດ​ບໍ່​ດີ​ໃນ​ເນື້ອ​ທີ່​
ສອງສ່ວນ​ສາມ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ນັ້ນ​ກໍ​ຕາມ. ຄວາມ
ຈິງ​ແລ້ວ ມັນ​ແມ່ນ​ວົງ​ການທຸລະ​ກິດ​ທີ່​ເຮັດ​ໃຫ້ການເສດຖະກິດ​ເຕີບ​ໂຕ​
ຊ້າ​ນັ້ນ.”


ທ່ານ Hamrick ກ່າວ​ວ່າ ວົງ​ການ​ທຸລະ​ກິດ​ອາດ​ບໍ່​ໄດ້​ຕັ້ງ​ໃຈ​ເຮັດ​ໃຫ້​ເສດຖະກິດ​
ຂອງ​ສະຫະລັດ​ເຕີບ​ໂຕ​ຊ້າ​ລົງ ​ໂດຍ​ລົດ​ຜ່ອນ​ຄັງ​ສິນຄ້າ​ຂອງ ຕົນ​ລົງ​ແລະ​ຕັດ​ການ​
ລົງທຶນ​ຂອງ​ຕົນ​ລົງ​ໃນ​ການ​ຄາດ​ຫວັງ​ໄວ້​ລ່ວງ​ໜ້າ​ທີ່ວ່າ​ພວກ​ບໍລິ​ໂພ​ກຈະ​ຕັດ
​ຄວາມ​ຮຽກຮ້ອງ​ຕ້ອງການ​ສິນຄ້າ​ຂອງ​ຕົນ​ລົງ​ນັ້ນ.

ທີ່​ຕະຫຼາດ​ຮຸ້ນ Wall Street ພວກ​ນັກ​ລົງທຶນ​ປາກົດ​ວ່າ ບໍ່​ສັບສົນ​ຫຼື​ຕົກ​ໃຈ​ນຳ​
ຂ່າວ​ທີ່​ຜິດ​ຫວັງ​ທີ່​ວ່າ​ນີ້ ໂດຍທີ່​ດັດຊະນີ​ຂອງ​ຮຸ້ນສຳຄັນໆ​ຍັງ​ຄົງຢູ່​ໃນ​ລະດັບ​ທາງ​
ບວກ​ຢູ່.

ທ່ານ Hamrick ກ່າວ​ວ່າ ມັນ​ເປັນ​ເຊັ່ນ​ນີ້ ກໍ​ເພາະວ່າ ພວກ​ນັກ​ລົງທຶນ​ໄດ້​ມອງ​ໄປ​
ຂ້າງ​ໜ້າ​ແລ້ວ​ ເພື່ອ​ເບິ່ງ​ໃນ​ຂັ້ນ​ຕໍ່​ໄປ​ຂອງ​ປີ​ນີ້..

ທ່ານ Hamrick ກ່າວ​ວ່າ “ຄວາມ​ຈິງ​ແລ້ວ ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​
ຫຼາຍ​ຂຶ້ນ​ກ່ຽວ​ກັບ​ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ໄຕມາດ​ໃນ​ປັດຈຸບັນ ​ໄປ​ຫາ​ຊ່ວງ​
ທີ​ສອງຂອງ​ປີ​ນີ້ ​ແລະ​ມີ​ການ​ເຊື່ອ​ກັນ​ຢ່າງ​ກວ້າງຂວາງ​ວ່າ ການ​ເຕີບ​ໂຕ​
ຂອງ​ເສດຖະກິດ​ໃນ​ໄຕ​ມາດ​ໃນ​ປັດຈຸບັນ​ກຳລັງ​ດຳ​ເນີນ​ໄປ​ດີ​ຂຶ້ນ ບາງ
ທີ​ຈະ​ດຳເນີນ​ໄປ​ດີກ​ວ່າເພື່ອທົດແທນການ​ຫົດ​ໂຕ​ເຂົ້າ​ໃນ​ໄຕ​ມາດ​ທຳ​
ອິດ​ອີກດ້ວຍ.”


ການ​ປະ​ເມິ​ນຂອງນັກວິເຄາະ​ບາງ​ຄົນ​ສະ​ເໜີ​ແນະ​ວ່າ ການ​ເສດຖະກິດ​ຂອງ​ສະ
ຫະລັດ​ສາມາດ​ເຕີບ​ໂຕ​ຂຶ້ນ​ໃນ​ລະຫວ່າງ 4 ຫາ 5 ​ເປີ​ເຊັນໄດ້ ໃນ​ຊ່ວງ​ທີ​ສອງ
​ຂອງປີ​ 2014 ນີ້ ​ແຕ່​ບໍ່​ແນ່​ນອນ​ປານ​ໃດ​ກ່ຽວ​ກັບ​ພາບ​ພົດ​ຂອງຕະຫຼາດ​ຂາຍ​|
ບ້ານ​ເຮືອ​ນນັ້ນ.

ທ່ານ Daren Blomquist ຈາກບໍລິສັດ​ອະສັງຫາລິມະ​ຊັບ Realty Trac ກ່າວ
​ວ່າ ການ​ຂາຍ​ບ້ານ​ເຮືອນ​ແລະ​ລາຄາ​ບ້ານ​ເຮືອນ​ໄດ້​ລົດ​ລົງ​ຢ່າງ​ຫຼວງ​ຫຼາຍ ​ນັບ​
ແຕ່​ປີ 2013 ​ເປັນ​ຕົ້ນ​ມາ ຊຶ່ງ​ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ ຜ່ານທາງ Skype ວ່າ..

ທ່ານ Blomquist ກ່າວ​ວ່າ “ ພວກ​ເຮົາກຳລັງ​ເຫັນ​ ການ​ຂາຍ​ບ້າ​ນ​ເຮືອນ
​ນີ້​ລົດ​ລົງ​ໃນໄຕ​ມາດ​ທຳ​ອິດ ​ແລະ​ແມ່ນ​ແຕ່​ໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້ ​ແຕ່​
ຂ້າພະ​ເຈົ້າ​ບໍ່​ຄຶດ​ວ່າ ມັນ​ເປັນເລື້ອງ​ກ່ຽວ​ກັບ​ດິນ​ຟ້າ​ອາກດ​ເທົ່າ​ນັ້ນ ຂ້າ​ພະ​
ເຈົ້າ​ຄຶດ​ວ່າ ມັນ​ເປັນ​ເລື້ອງ​ພື້ນຖານ​ຫຼາຍ​ກວ່າ​ເລື້ອງ​ສິນຄ້າ​ທີ່​ເກັບ​ໄວ້​ນັ້ນ.”


ບັນດາ​ນັກ​ເສດຖະສາດ​ກ່າວ​ວ່າ ສິນຄ້າ​ທີ່​ມີ​ໜ້ອຍ​ນັ້ນ ອາດ​ຈະ​ເປັນ​ຜົນທີ່​ຊາວ​
ອະ​ເມຣິກັນໃນ​ຈຳນວນ​ໜ້ອຍ​ລົງ​ເສຍ​ເຮືອນ​ຊານ​ທີ່​ບໍ່​ສາມາດ​ຈ່າຍ​ຄ່າ​ຜ່ອນ​ສົ່ງ
ໃຫ້​ພວກ​ທະນາຄານ​ໃຫ້​ເງິນ​ກູ້​ຢືມ​ນັ້ນ​ໄດ້ ພ້ອມ​ທັງລະບຽບ ການໃນ​ການ​ກູ້​ຢືມ
​ເງິນຂອງ​ທະນາຄານ​ກໍຮັດ​ເຄັ່ງຕື່ມ​ຂຶ້ນ.

​ໃນ​ພາກສ່ວນ​ທີ່ດີ​ນັ້ນ ກໍ​ແມ່ນ​ວ່າ ຕະຫຼາດ​ວຽກ​ການ​ໃນ​ສະຫະລັດ​ ສືບ​ຕໍ່​ດີຂຶ້ນ.
ລາຍ​ງານ​ສະບັບ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ ຈຳນວນ​ຄົນ​ຫວ່າງ​ງານ ທີ່​ກຳລັງ​ຊອກ​
ຫາ​ການ​ຊ່ອຍ​ເຫຼືອ​ຈາກ​ລັດຖະບານ​ນັ້ນໄດ້​ລົດ​ລົງ 27 ພັນ ​ຄົນ​ໃນ​ສັບປະດາແລ້ວ
ຊຶ່ງ​ນີ້ ​ເປັນ​ຈຳນວນ​ຕ່ຳສຸດໃນ​ຮອບເກືອບ​ 7 ປີ ຜ່ານມາໃນ​ຕົ້ນ​ເດືອນ​ນີ້.
XS
SM
MD
LG