ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກປະຕິຮູບ ເວົ້າວ່າ ລະບົບການເງິນ ສຫລ ໝັ້ນຄົງກວ່າ ເມື່ອ 5 ປີກ່ອນ (ວີດີໂອ)


ທ່ານ Barney Frank ອະດີດສະມາຊິກສະພາຕໍ່າ ສັງກັດພັກ Democrat ຈາກ ລັດ Massachusetts
ທ່ານ Barney Frank ອະດີດສະມາຊິກສະພາຕໍ່າ ສັງກັດພັກ Democrat ຈາກ ລັດ Massachusetts
ຫ້າ​ປີ​ ຫຼັງ​ຈາກ​ເກີດ​ວິ​ກິດ​ການດ້ານ​ການ​ເງິນ​ຢ່າງຮ້າຍ​ແຮງ​ນັ້ນ ຜູ້​
ຮ່ວມ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປະຕິ​ຮູບ​ຕະຫຼາດຊື້ຂາຍ​ຮຸ້ນ​ຍັກ​
ໃຫຍ່​ Wall Street ຂອງ​ສະຫະລັດ ​ເວົ້າ​ວ່າ ບັດ​ນີ້​ລະບົບ​ການ
​ເງິນ​ ແມ່ນ​ປອດ​ໄພ​ໝັ້ນຄົງ​ຫຼາຍ​ຂຶ້ນກວ່າ​ເກົ່າ. ທ່ານ Barney
Frank ອະດີດ​ສະມາຊິກ​ສະພາ​ຕໍ່າ​ສະຫະລັດກ່າວ​ຕໍ່ວີ​ໂອ​ເອ ວ່າ
ການ​ປະຕິບັດການ​ຕ່າງ​ໆ ເພື່ອ​ແກ້​ໄຂ​ບັນຫາຫຼັງ​ຈາກ​ ​ເກີດ​ວິ​ກິດ
​ການ​ດັ່ງກ່າວ ເມື່ອ​ປີ 2008 ນັ້ນ ​ແມ່ນ​ຈະ​ຊ່ວຍ​ປ້ອງ​ກັນ​ ບໍ່​ໃຫ້​ວິ​
ກິດການ​ທໍານອງດຽວກັນນີ້​ ເກີດ​ຂຶ້ນອີກ​ໃນ​ອະນາຄົດ​ໄດ້. ແຕ່
Mil Arcega ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ວ່າ ບັນດາ​ນັກ​ເສດຖະ
ສາດ​ເວົ້າ​ວ່າ ປັດຈຸບັນ​ນີ້ ພວກ​ເຮົາ​ຍັງບໍ່​ພົ້ນ​ຈາກສະພາວະ​ທີ່​ຝືດ
​ເຄືອງນີ້ເທື່ອ. ຊຶ່ງ​ທອງ​ປານ ມີ​ລາຍ​ລະອຽດຂອງ​ເລຶ່ອງນີ້ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ຫ້າ​ປີ​ຫຼັງ​ຈາກ​ເກີດວິ​ກິ​ດການ​ດ້ານການ​ເງິນ​ທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ຕັ້ງແຕ່​ໄດ້​ເກີດສະພາ​ບ ເສດຖະກິດ​ຕົກ​ຕໍ່າ​ທີ່​ໃຫຍ່​ທີ່ສຸດ​ ໃນ​ສະຫະລັດ ຫຼື Great Depression ​ເມື່ອ​ຊຸມ​ປີ 1930 ​ເປັນ​ຕົ້ນ​ມາ ຊຶ່ງ​ອະດີດ​ສະມາຊິກ​ສະພາ​ຕໍ່າ​ສະຫະລັດ ທ່ານ Barney Frank ​ເວົ້າ​ວ່າ ລະດັບຄວາມ​ສ່ຽງ​ໃນ​ດ້ານ​ຕ່າງໆ​ທີ່​ວ່າ ຈະ​ເກີດ​ຄວາມ​ຫາ​ຍະ​ນະ​ຈາກ​ຄວາມ​ລົ້ມແ​ຫຼວຂອງ​ທະນາຄານ​ ທີ່​ອາດ​ເຮັດ​ໃຫ້ເກີດ​ສະ​ພາວະ​ເສ​ດຖະກິດ​ຖົດຖອຍ​ອີກ​ນັ້ນ ​ແມ່ນໄດ້ລົດ​ຕໍ່າລົງ​ໄປ​ແລ້ວ.

ທ່ານ Barney Frank ​ເວົ້າ​ວ່າ: “ເອີ້ ຖ້າ​ຈະ​ເວົ້າ​ແລ້ວ ​ເສດຖະກິດ​ແມ່ນ ດີ​ຂຶ້ນ ຫຼາຍ​ກວ່າ​ເມື່ອ​ຫ້າ​ປີຜ່ານມາ ສໍາລັບເກືອ​ບ​ທຸກໆ​ຄົນ”

​ແຕ່​ໃນ​ຂະນະ​ທີ່​ທ່ານ Frank ຢືນຢັດ​ວ່າ ຄວາມ​ສ່ຽງ​ຕ່າງໆ​ແມ່ນ​ລົດ​ຕໍ່າລົງໄປ​ຫຼາຍແລ້ວ ກໍ​ຈິງ ​ແຕ່​ບັນດາ​ນັກ​ເສດຖະສາດ​ເວົ້າ​ວ່າ ການ​ຟື້ນ​ຕົວຄືນ​ຂອງ​ເສດຖະກິດ​ສະຫະລັດ​ນັ້ນ ຍັງ​ຄົງ​ສັບສົນ​ພໍ​ສົມຄວນ​ຢູ່.

ທ່ານ Robert Bixby ຜູ້​ສະໜັບສະໜຸນ​ການ​ປະຕິ​ຮູບ​ດ້ານ​ງົບປະມານ​ປະ​ຈໍາ​ອົງການ Concord Coalition ​ເວົ້າ​ວ່າ ​ເຫດການທີ່​ເກີດ​ຂຶ້ນຄັ້ງ​ນີ້ ບໍ່​ແມ່ນ​ວິ​ກິດການ​ແບບ​ທໍາ​ມະ​ດາທົ່ວ​ໄປ.

ທ່ານ Bixby ​ເວົ້າວ່າ: “ມັນ​ເປັນການລະ​ເບີດ​ຂອງ​ຟອງ​ນໍ້າ ທີ່​ສ້າງຄວາມ​ຫາ​ຍະ​ນະ​ຄັ້ງ​ໃຫຍ່​ທີ່​ສຸດ​ບັ້ນ​ນຶ່ງ ​ແລະສະນັ້ນ​ຕ້ອງໄດ້ໃຊ້​ເວລາ​ດົນ​ນານສົມຄວນ ກ່ອນ ທີ່ຈະພື້ນ​ຕົວ​ຄືນ​ສູ່​ປົກກະຕິ​ໄດ້.”

ທ່ານ Henry Paulson ອະດີດ​ລັດຖະມົນຕີ​ກະຊວງ​ການ​ເງິນ​ ສະຫະລັດ ຜູ້​ທີ່​ມີ​ບົດ ບາດ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ບໍລິສັດ​ການ​ເງິນ​ໃຫຍ່​ທີ່​ສຸດ​ຈຳນວນ​ນຶ່ງ ໃນ​ປີ 2008 ນັ້ນ ​ເວົ້າ​ວ່າ ດັ່ງ​ທີ່​ມີ​ຄົນ​ຕ້ອງ​ຕິ​ກັນ​ຢ່າງ​ໃຫຍ່ນັ້ນ ກໍ​ຄື​ວ່າ ​ໂຄງການ​ບັນ​ເທົາ​ຊັບສິນ​ທີ່​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ ຫຼື TARP ນັ້ນ ​ເປັນຜູ້​ອະນຸມັດ​ໃຫ້​ລັດຖະບານ​ຮັບຊື້ພວກ​ຊັບ​ສິນ​ທີ່​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ທັງຫຼາຍ​ໃນ​ມູນ​ຄ່າ 700 ພັນ​ລ້ານ​ໂດ​ລ່າ ​ຊຶ່ງກໍ​ປະກົດ​ວ່າໄດ້​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິກິດ​ການ​ທີ່​ໃຫຍ່​ກວ່ານັ້ນ​ຂຶ້ນມາອີກ​ໄດ້​.

ທ່ານ Paulson ​ເວົ້າ​ວ່າ: “​ແລະ​ຊາວ​ອາ​ເມຣິກັນທັງຫຼາຍ ກໍ​ບໍ່​ເຄີຍ​ວ່າ​ຈະເຂົ້າ​ໃຈ ​ເຂົ້າ​ໃຈ​ໃນ​ເລຶ່ອງນີ້​ເລີຍ ຄືທີ່​ພວກ​ເຮົາ​ເຮັດ​ໄປ​ນີ້ ​ແມ່ນ​ເພື່ອ​ປ້ອງ​ກັນ​ໄພພິບັດຈະ​ເກີດ​ຂື້ນ. ສິ່ງ​ນຶ່ງ​ທີ່ ທັງທ່ານ Barney ​ແລະ​ຂ້າພະ​ເຈົ້າ ​ເຂົ້າ​ໃຈດີ ຊຶ່ງນັ້ນ​ກໍ​ຄືວ່າພວກ​ເຮົາ​ອາດປະ​ເຊີນ​ກັບ​ເຫດການແນວ​ໃດ​ແນວ​ນຶ່ງ ແບບ​ດຽວ​ກັນກັບ ສະພາບ​ເສດຖະກິດ​ຕົກ​ຕໍ່າ​ທີ່​ໃຫຍ່​ທີ່​ສຸດ ຫຼື Great Depression ​ເມື່ອ​ຄັ້ງ​ຊຸມ​ປີ 1930 ກໍ​ເປັນ​ໄດ້.”

ມາ​ບັດ​ນີ້ ຄື​ຫ້າ​ປີ​ຕໍ່​ມາ ບັນດາ​ທະນາຄານ​ລາຍໃຫຍ່​ທີ່​ສຸດ​ທັງ​ຫຼາຍ​ກໍ​ພາກັນ​ໄດ້​ໝາກຜົນ​ກໍາໄລ​ກັນ​ຄືນ​ມາ​ອີກ ລາຄາ​ຕະຫຼາດ​ຮຸ້ນ​ສະຫະລັດ​ສູງ​ຂຶ້ນ 26% ກວ່າ​ເມື່ອ​ປີ 2008 ​ແລະ​ບັນດາ​ຫົວໜ້າ​ບໍລິຫານ​ລະດັບ​ສູງ​ສຸດ​ມີ​ລາຍ​ໄດ້ຫຼາຍ​ກວ່າ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ ກ່ອນ​ວິ​ກິດ​ການດ້ານ​ການ​ເງິນ​ຂອງໂລກ.

​ແຕ່ວ່າ ອັດຕາ​ການ​ວ່າງ​ງານ​ຍັງ​ສູງ​ຢູ່ ​ແລະ​ລາຍ​ໄດ້​ໂດຍ​ສະ​ເລ່ຍປານ​ກາງ ສໍາລັບ​ຊາວ​ອາ​ເມຣິກັນນັ້ນ ກໍ​ຍັງ​ຕໍ່າ​ກວ່າ ກ່ອນເກີດ​ວິ​ກິດ​ການ​ນັ້ນ​ຢູ່.

ອົງການ​ເພື່ອ​ການ​ຮ່ວມ​ມື​ທາງ​ເສ​ດຖະ​ກິດ ​ແລະ​ການ​ພັດທະນາ ຫຼື OECD ​ເວົ້າ​ວ່າ ບັດ​ນີ້ ສະຫະລັດ​ມີ​ບັນຫາ​ກັບ​ລາຍ​ໄດ້​ທີ່​ບໍ່​ກໍ້າ​ເກິ່ງ​ກັນ​ຢ່າງ​ໃຫຍ່​ຫຼວງ ທີ່​ສຸດ ຢູ່​ໃນ​ໂລກ​ທີ່​ຈະ​ເຣີນ​ແລ້ວ.

ທ່ານ Barney Frank ອະທິບາຍ​ເລຶ່ອງນີ້​ເພີ່ມ​ຕື່ມ​ວ່າ

ທ່ານ Frank ​ເວົ້າ​ວ່າ: “ຄວາມ​ບໍ່​ເທົ່າ​ທຽມ​ກັນ​ໃນ​ອາ​ເມຣິກາ ​ການຜູກຂາດ​ ຂອງ​ລາຍ​ໄດ້​ໃນ​ລະດັບ​ສູງ​ກວ່າ ບໍ່​ໄດ້​ເກີ​ດຈາກ​ວິກິດ​ການ​ດ້ານການ​ເງິນ​ແຕ່​ຢ່າງ​ໃດ ແລະ​ມັນ​ມີ​ມາ​ກ່ອນ​ວິ​ກິດ​ການ​ດ້ານ​ການ​ເງິນ. ສະ​ນັ້ນ ການ​ທີ່​ຈະ​ຫາ​ທາງ​ແກ້​ໄຂ​ບັນຫາ​ວິ​ກິດ​ການ​ດ້ານການ​ເງິນ​ນັ້ນ ຂ້າ​ພະ​ເຈົ້າຢາກ​ຂໍ​ໃຫ້​ທັດສະນະ​ດັ່ງ​ນີ້ ຄື​ສິ່ງ​ທີ່​ພວກ​ເຮົາ​ໄດ້ເຮັດ​ໄປ​ກັບ​ກົດໝາຍ​ຄວບ​ຄຸ​ມການ​ເງິນ​ນັ້ນ ​ກໍ​ແມ່ນ​ເພື່ອ​ຍຸຕິ​ບໍ່​ໃຫ້​ສິ່ງ​ທີ່​ຊົ່ວ​ຮ້າຍ​ເກີດ​ຂຶ້ນອີກ ​ແຕ່​ຂະນະ​ດຽວ​ກັນກໍບໍ່ເຫັນມີ​ຫຍັງ​ໃນ​ກົດໝາຍ​ນັ້ນ ທີ່​ວ່າຈະ​ເຮັດ​ສິ່ງ​ທີ່​ດີໆ​ເກີດ​ຂຶ້ນ​ໄດ້ເຊັ່ນ​ກັນ.”

ບາງ​ຄົນ​ກໍ​ຖິ້ມ​ໂທດໃສ່ການ​ຟື້ນ​ຕົວ​ຄືນ​ທີ່​ຊັກ​ຊ້າ ຍ້ອນສອງພັກ​ໃຫຍ່ ກໍ​ຄື​ພັກ​ເດ​ໂມ​ ແຄຣັດ ແລະ ຣີພັບ​ບລິ​ກັນ ທີ່​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ ຫຼື​ຂາດສະມັດຖະ​ພາບນັ້ນ​ເອງ.

ນັກ​ເສດຖະສາດ Joe Gagnon ​ເວົ້າ​ວ່າ ການ​ຖົກ​ຖຽງ​ກັນ​ແບບ​ບໍ່​ສິ້ນ​ສຸດ​ ດ້ານ​ງົບປະ​ມານ ປີ 2010 ​ນັ້ນ ​ແລະ ການ​ຕັດ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ລົງ​ຢ່າງ​ຫຼວງຫຼາຍ ທີ່​ໄດ້​ປະກາດ​ໃຊ້​ເປັນ​ກົດໝາຍ​ໂດຍ​ສະພາ​ຄອງ​ແກຣັສ ​ເມື່ອ​ຕົ້ນ​ປີ​ນີ້ ພໍ​ເຮັດ​ໃຫ້ໝັ້ນ​ໃຈ​ວ່າ ການ​ຟື້ນ​ຕົວ​ຄືນ​ຂອງ​ເສດຖະກິດ ຍັງ​ຄົງ​ຈະ​ຊັກ​ຊ້າ ​ແລະບໍ່​ສະໝໍ່າສະ​ເໝີ​ຢູ່.

ຂະນະ​ດຽວ​ກັນ ນັກ​ເສດຖະສາດ Gagnon ຍັງ​ເປັນ​ຫ່ວງ​ກ່ຽວ​ກັບ ການ​ຖົກ​ຖຽງ​ກັນ ເລຶ່ອງງົບປະມານ​ທີ່​ໃຫຍ່​ກວ່າ ​ໃນ​ທ້າຍ​ເດືອນ​ກັນ​ຍາ​ນີ້ ​ເວລາອໍານາດການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ກາງ​ໝົດ​ອາຍຸ​ລົງ.

ທ່ານ ​ແກັກ​ນັນ ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ມີ​ພຽງ​ສິ່ງນຶ່ງ​ທີ່ອາດ​ເຮັດ​ໃຫ້ ພວກ​ເຮົາ​ເດືອດຮ້ອນໃນ​ໄລຍະ​ສັ້ນ​ນັ້ນ ກໍ​ຄືສະພາ​ບການ​ບໍ່​ໄປ​ບໍ່​ມາທາງ​ດ້ານ ກາ​ນ​ເມືອງ​ລະຫວ່າງ​ສອງ​ພັກ ຢູ່​ໃນ​ວໍ​ຊິງ​ຕັນ​ດີ​ຊີ ເຊັ່ນການ​ປິດ​ກິດຈະການ​ຂອງລັດ ຖະບານກາງ​ລົງນັ້ນ ​ແມ່ນ​ສາມາດຍືດ​ເຍື້ອ​ໄປ​ ເປັນ​ເວລາ​ຫຼາຍ​ໆ ເດືອນ​ໄດ້.”​

Barney Frank: Financial System Safer Five Years After Crisis
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG