ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດເສຍ ຄະແນນສິນເຊື່ອ ເປັນເທື່ອທໍາອິດ


ຕຶກອາຄານຫ້ອງການອົງການໃຫ້ຄະແນນສິນເຊື່ອThe Standard & Poor's ທີ່ນະຄອນນີວຢອກ.
ຕຶກອາຄານຫ້ອງການອົງການໃຫ້ຄະແນນສິນເຊື່ອThe Standard & Poor's ທີ່ນະຄອນນີວຢອກ.

ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ Standard & Poor’s ​ໄດ້​ລົດ​ລະດັບຄະ​ແນນ​ສິນ​ເຊື່ອ​ຂອງ​ສະຫະລັດລົງ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຈາກລະດັບສູງ​ສຸດ​ ​3A ລົງ​ມາ​ເປັນ 2A ບວກ ຫລື 2A-Plusນັ້ນ.

ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ S&P ກ່າວ​ວ່າ ຕົນ​ຫລຸດ​ຄະ​ແນນ​ລົງ​ກໍ​ເພາະວ່າ ​ແຜນການ​ລົດ​ການ​ຂາດດູນ​ງົບປະມານທີ່​ລັດຖະສະພາ​ສະຫະລັດ​ໄດ້​ຮັບ​ຜ່ານ​ໃນ​ວັນອັງຄານ​ຜ່ານ​ມາ​ນີ້ ບໍ່​ໄດ້ດໍາ​ເນີນ​ໄປຫລາຍ​ພໍ​ເພື່ອ​ຈະ​ເຮັດ​ໃຫ້​ສະຖານະ​ການ​ດ້ານ​ໜີ້​ສິນ​ຂອງ​ຊາດ​ທຸ່ນ​ທ່ຽງນັ້ນ.

ອົງການ​ດັ່ງກ່າວ​ເວົ້າ​ຕື່ມ​ວ່າ ການ​ລົດ​ລະດັບ​ຄະ​ແນນສິນ​ເຊື່ອ​ໃນ​ວັນ​ສຸກ​ວານ​ນີ້ ສະ​ທ້ອນ​ໃຫ້
ເຫັນ​ທັດສະນະ​ຂອງ​ຕົນ​ທີ່​ວ່າ ປະສິດທິ​ພາບ ສະຖຽນລະ​ພາບ​ແລະ​ຄວາມ​ພໍ​ທີ່ຈະ​ທໍານາຍ​ໄດ້
ການ​ວາງ​ນະ​ໂຍບາຍ​ແລະພວກ​ສະ​ຖາ​ບັນ​ການ​ເມືອງ​ຕ່າງໆ​ຂອງ​ອະ​ເມຣິກັນ​ໄດ້​ອ່ອນ​ແອ​ລົງ​
ຢ່າງ​ຫລວງຫລາຍ​ກວ່າ​ທີ່ຕົນໄດ້ຄາດ​ຄິດ​ໄວ້​ລ່ວງ​ໜ້າ​ເມື່ອຫລາຍ​ເດືອນ​ຜ່ານ

ມາ​ນັ້ນ ​ແລະ​ເວົ້າ​ຕື່ມ​ວ່າຄວາມ​ອ່ອນ​ແອ​ລົງ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ການ​ທ້າ​ທາຍ​ຕ່າງໆ​ໃນ​ດ້ານ​ງົບ​
ປະມານ​ປະ​ຈໍາປີ​ແລະ​ເສດຖະກິດ​ທີ່ພວມ​ດໍາ​ເນີນ​ໄປ​ນັ້ນ.

ອົງການ S&P ກ່າວ​ວ່າ ພາບ​ພົດ​ກ່ຽວ​ກັບ​ການ​ໃຫ້​ຄະ​ແນນ​ສິນ​ເຊື່ອ​ຄັ້ງ​ໃໝ່​ແມ່ນ​ຢູ່​ໃນ​ທາງ​
ລົບ ຊຶ່ງ​ໝາຍຄວາມ​ວ່າການ​ລົດ​ລະດັບ​ຄະ​ແນນ​ສິນເຊື່ອ​ອີກ​ຄັ້ງ​ໃໝ່​ສາມາ​ດມີ​ຂຶ້ນ​ໄດ້ພາຍ​ໃນ
ອີກ 2 ປີ​ຕໍ່ໜ້າ​ນີ້.

ກະຊວງ​ການ​ເງິນ​ຂອງ​ສະຫະລັດ​ເອີ້ນ​ການ​ຕັດສິນ​ໃນ​ອົງການ S&P ນັ້ນ​ວ່າ ມີ​ຈຸດ​ບົກພ່ອງ
ໂດຍ​ກ່າວ​ວ່າ ອົງການ​ດັ່ງກ່າວ​ໄດ້​ທໍາ​ຄວາມ​ຜິດມາ​ເປັນ​ຈໍານວນ 2 ພັນ​ຕື້​ໂດ​ລາ​ໃນ​ການ​ຄາດ​
ຄະ​ເນ​ຫລຸມ​ງົບປະມານ​ຂອງ​ສະຫະລັດ​ນັ້ນ ຊຶ່ງ​ທາງ​ອົງການ S&P ກໍ​ໄດ້​ຍອມຮັບ​ວ່າ​ມີ​ຄວາມ
ຜິດພາດ ​ແຕ່​ຢືນ​ຢັດ​ຢູ່​ໃນ​ການ​ຕັດສິນ​ໃຈ​ຂອງ​ຕົນ.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ແລະ​ລັດຖະສະພາ​ສະຫະລັດ​ໄດ້​ບັນລຸຂໍ້​ຕົກລົງ​ກັນ​ໃນ​ເວລາ
ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ຮອດ​ວັນ​ເສ້ນ​ຕາຍ​ໃນ​ວັນ​ອັງຄານ​ຜ່ານ​ມາ ​ເພື່ອ​ເພີມ​ລະດັບ​ໜີ້​
ສິນ​ທີ່​ສະຫະລັດ​ສາມາດ​ກູ້​ຢືມ​ໄດ້​ເຖິງ​ຈໍານວນ 14 ພັນ ​300ຕື້​ໂດ​ລາ ​ແລະ​ເພື່ອ​ຫລີກ​ລ້ຽງ​
ສະຖານະ​ການ​ທ່ີ​ລັດຖະບານ​ບໍ່​ສາມາດ​ຈ່າຍ​ພັນທະ​ໜີ້​ສິນ​ຂອງ​ຕົນ​ໄດ້​ນັ້ນ. ຂໍ້​ຕົກລົງ​ກັນ​ດັ່ງ
ກ່າວ​ຮຽກຮ້ອງ​ໃຫ້​ລົດ​ການ​ຂາດດູນ​ງົບປະມານ​ລົງ​ຈໍານວນ​ຫລາຍ​ກວ່າ 2 ພັນ​ຕື້​ໂດ​ລາ​ໃນ
ລະຍະ 10 ປີ​ຕໍ່ໜ້າ​ນີ້ ຊຶ່ງ​ທາງ​ອົງການS&P ຮຽກຮ້ອງ​ໃຫ້ປະຢັດ​ເງິນ​ໄວ້​ຕື່ມ​ອີກ 4 ພັນ​ຕື້​
ໂດ​ລາ​ນັ້ນ.

XS
SM
MD
LG