ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຫິມະຕົກ ຫລາຍກວ່າ 60 ຊັງຕີແມັດ​​ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ ຂອງ ສະຫະລັດ


ຈະຕຸລັດ Times Square ໃນນະຄອນນິວຢອກ ຂະນະທີ່ຫິມະພວມຕົກ. (23 ມັງກອນ 2016)
ຈະຕຸລັດ Times Square ໃນນະຄອນນິວຢອກ ຂະນະທີ່ຫິມະພວມຕົກ. (23 ມັງກອນ 2016)

ຊາວ​ອາ​ເມຣິກັນຫຼາຍລ້ານ​ຄົນໃນ​ເຂດ​ແຄມ​ຝັ່ງ​ທະ​ເລ​ທາງ​ກ້ຳ​ຕາ
​ເວັນ​ອອກ​ຂອງສະຫະລັດ​ຈະ​ໃຊ້​ເວລາ​ໃນ​ອັນ​ອາທິດ​ມື້ນີ້​ ຊ້ວນ​ຫິ
ມະ​ອອກ​ຈາກ ​ທາງຂັບ​ລົດ​ເຂົ້າ​ເຮືອນ ​ແລະຢູ່ຕາມ​ທາງ​ຍ່າງໜ້​າ
ບ້ານ ຫລັງ​ຈາກ​ລົມພາຍຸ​ຫິມະ​ທີ່​ໃຫຍ່​ທີ່​ສຸດ​ຫົວ ນຶ່ງ​ເປັນ​ປະຫວັດ
​ການ​ພັດ​ເຂົ້າຖະຫລົ່ມ.

​ຫິມະ ​ໄດ້ເຊົາ​ຕົກ​ໃນ​ຄືນ​ແລ້ວນີ້ ໃນ​ນະຄອນຫຼວງວໍ​ຊິງ​ຕັນ​ແລະ
​ເຂດ​ອ້ອມແອ້ມ ຊຶ່ງ​ຢູ່​ໃນ​ຫລາຍໆ​ຈຸດ​ໃກ້​ກັບ​ນະຄອນຫຼວງຂອງ
​ສະຫະລັດ​ ​ແມ່ນ​ມີ​ຫິມະ​ຕົກ​ຫລາຍ ກວ່າ 60 ຊັງ​ຕີ​ແມັດ.​ ​ເນື່ອງ
​ຈາກ​ລົມພາຍຸ​ຫົວນີ້​ທາງ​ເຈົ້າໜ້າ​ທີ່​ຈຶ່ງໄດ້​ພາກັນ​ອັດຖະໜົນຫົນ
ທາງ ຮວມທັງ​ທາງ​ຫຼວງ​ສາຍ​ສຳຄັນໆ​ ຕະຫລອດ​ທັງ​ລະບົບ​ລົດ​
ໄຟ ​ໃຕ້​ດິນແລະ​ສະໜາມ​ບິນ​ແຫ່ງ​ຕ່າງໆ.

ຢູ່​ທາງ​ເໜືອ​ຂຶ້ນ​ໄປ​ນັ້ນອົງການ​ພະຍາກອນ​ອາກາດ​ແຫ່ງ​ຊາດ​ຂອງ​ສະຫະລັດ​ກ່າວວ່າ​ເຂດ
ສວນສາ​ທາລະນະ Central Park ​ຢູ່​ນະຄອນ​ນິວຢອກ​ມີ​ຫິມະ​ຕົກ​ຫຼາຍ​ເປັນ​ປະຫວັດ​ການ
ຄື​ບໍ່​ຫລຸດ 64 ຊັງ​ຕີ​ແມັດ.

Despite Blizzard, New York Locals, Tourists Come Out to Play
please wait

No media source currently available

0:00 0:01:35 0:00

ຜູ້​ປົກຄອງ​ລັດ​ນິວຢອກ ທ່ານ Andrew Cuomo ​ໄດ້​ອອກ​ຄຳ​ສັ່ງ​ຫ້າ​ມບໍ່​ໃຫ້​ສັນຈອນ​ໄປມາ​
ໃນ​ວັນ​ເສົາວານ​ນີ້ສຳລັບປະຊາຊົນ 8 ລ້ານ 4 ​ແສນ​ຄົນໃນ​ນະຄອນດັ່ງກ່າວ​ແລະ​ເຂດ​ຊານ​
ເມືອງ ​ເຈົ້າຄອງ​ນະຄອນ​ນິວຢອກທ່ານ Bill de Blasio ກ່າ​ວວ່າຕຳຫຼວດຈະ​ປະຕິບັດ​ຕາມ​
ຄຳ​ສັ່ງ​ຫ້າມ​ຂອງ​ຜູ້​ປົກຄອງ​ລັດ.​ ການ​ຂົນ​ສົ່ງສາທາລະນະ​ທຸກໆ​ປະ​ເພດ​ໄດ້​ຢຸດ​ບໍລິການ​ຕະ
ຫຼອດ​ທັງ​ Broadway ກໍ​ໄດ້​ຍົກເລີກ​ການສະ​ແດງ ຫໍພິພິດທະພັນ ​ແລະ​ຫ້າງ​ຮ້ານ​ຕ່າງໆ ​ກໍ​
ໄດ້​ພາກັນ​ອັດ​ກິດຈະການ.

ມີ​ປະຊາຊົນ​ຫຼາຍ​ເຖິງ 85 ລ້ານ​ຄົນຢູ່​ໃນ​ເສັ້ນທາງ​ຂອງ​ລົມພາຍຸ​ຫິມະ​ຫົວນີ້​ແລະຫຼາຍລ້ານ
​ ຄົນ​ບໍ່​ມີ​ໄຟຟ້າ​ໃຊ້ ​ໃນ​ຂະນະ​ທີ່​ອີກ​ຫຼາຍ​ພັນ​ຄົນ ຕົກ​ຄ້າງ​ຢູ່​ຕາມ​ສະ​ຖານທີ່ຕ່າງໆ ຫຼັງຈາກ​
ລົມພາຍຸ ​ໄດ້​ເຮັດ​ໃຫ້ການ​ສັນຈອນ​ໄປມາ​ທາງ​ລົດ ທາງ​ລົດ​ໄຟ ​ແລະ​ທາງ​ເຮືອບິນ​ໃນ​ເຂດ
​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ສະຫະລັດ​ເປັນ​ອຳມະ​ພາດ​.

'Snowzilla' Invades Washington
please wait

No media source currently available

0:00 0:00:57 0:00

XS
SM
MD
LG