ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຜ່ອນຜັນ ການຫ້າມ ຂາຍອາວຸດ ຮ້າຍແຮງ ໃຫ້ແກ່ ຫວຽດນາມ


ສະຫະລັດ ​ໄດ້​ຍົກເລີກເປັນບາງພາກສ່ວນ ໃນການ​ຫ້າມ​ຂາຍ​
ອາວຸດຮ້າຍ​ແຮງ​ໃຫ້​ແກ່ຫວຽດນາມ ທີ່ມີ​ມາ​ໄດ້ຫຼາ​ຍທົດ​ສະ​ວັດ
​ແລ້ວ​ນັ້ນ ຊຶ່ງເປັນການເຄື່ອນ​ໄຫວ ​ຄັ້ງ​ປະຫວັດ​ສາດ ທີ່​ມີ​ຂື້ນ​
ເກືອບສີ່​ສິບ​ປີຫລັງ​ຈາກສົງຄາມ​ຫວຽດນາ​ມສິ້ນສຸດລົງ.

ກະຊວງ​ຕ່າງປະ​ເທດສະຫະລັດ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້
​ກ່າວເຖິງການ​ເຄຶ່ອນ​ໄຫວນີ້​ວ່າ “ແມ່ນເພື່ອອຳນວຍໃຫ້ ມີ
ການມອບໂອນໃນອະນາຄົດ ກ່ຽວກັບອຸບ ປະກອນທີ່ພົວ
ພັນກັບ​ຄວາມ​ປອດ​ໄພ​ທາງ​ທະເລ” ໃນດ້ານ​ທາງ​ທະຫານ
​ໃຫ້​ແກ່​ອະດີດ​ຄູ່ສັດຕູ. ​ໂຄສົກ​ຍິງ ທ່ານ​ນາງ Jen Psaki
ກ່າວ​ວ່າ ສະຫະລັດ ຮູ້ຢູ່ ກ່ຽວກັບ​ຄວາມ​ເປັນ​ຫ່ວງ​ດ້ານ​ສິດທິ​ມະນຸດ ​ໃນຫວຽດນາມ ​ໂດຍ​ກ່າວ​ວ່າ ການ​ຂາຍ​ອາວຸດ ຈະ​ຖືກ​ພິຈາລະນາ ​ເປັນກໍລະນີໆໄປ.

ທ່ານນາງ Psaki ເວົ້າວ່າ “ຄວາມສຳພັນໃນດ້ານ​ຄວາມ​ປອດ​ໄພ ຂອງ​ພວກ​ເຮົາ ຍັງ​ຢູ່​ໃນ
ຂັ້ນທົບທວນ​ຢູ່​ເປັນ​ປະຈຳ. ​ເປັນ​ທີ່​ແຈ່ມ​ແຈ້ງ​ແລ້ວວ່າ ຍັງ​ມີ​ວຽກ​ງານ​ຫລາຍ​ຢ່າງ​ທີ່​ຈຳເປັນ
ຈະຕ້ອງໄດ້ເຮັດ ຢູ່​ໃນ​ຂົງເຂດວຽກງານ ເຊັ່ນດ້ານ ສິດທິ​ມະນຸດ ​ແລະ​ນັ້ນ​ແມ່ນ​ສິ່ງ​ນຶ່ງ​ທີ່ລັດ
ຖະມົນຕີ ຕ່າງປະ​ເທດ ທ່ານ John Kerry ​ໄດ້​ກ່າວ​ ຢູ່ໃນ​ລະ​ຫວ່າງການ​ປະຊຸມ ​ແລະ​ນີ້​ເປັນການຍົກເລີກ​ພາກສ່ວນ​ນຶ່ງເທົ່ານັ້ນ.”

ຫວຽດນາມ ກຳລັງ​ປະ​ເຊີນ​ໜ້າ​ເພີ້​ມຂຶ້ນການ​ຮຸກຮານໃນການອ້າງກຳມະສິດເອົາ ເຂດນ້ຳ
ແດນດິນຂອງຈີນ ໃນ​ທະ​ເລ​ຈີນ​ໃຕ້ ​ພ້ອມທັງ​ບໍ່ແຮ່​ແລະສົມບັດ​ພະລັງ ງານ. ເຮືອ​ລາດ​ຕະ​ເວນໃນທະເລຂອງຫວຽດນາມ ​ໄດ້​ປະ​ເຊີນ​ໜ້າ​ກັບກອງທັບ ເຮືອ​ຈີນ ຢູ່​ໃນ​ຫລາຍໆ​ໂອກາດ ​ໃນຂະນະ​ທີ່​ຄວາມ​ເຄັ່ງ​ຕືງ​ໄດ້​ເພີ້​ມຂື້ນ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້.

ສະມາຊິກ​ສະພາ​ສູງສະຫະລັດ ທ່ານ John McCain ອະດີດນັກ​ບິນກອງທັບເຮືອ ​ແລະ​ຊະເລີຍເສິກສົງຄາມຫວຽດນາມ ​ໄດ້​ເຫັນ​ດີ​ກັບ​ການ​ຍົກເລີກດັ່ງກ່າວ. ​ແຕ່ອົງການ​ຂ່າວ Reuters ອ້າງ​ຄຳ​ເວົ້າ​ທ່ານ ທີ່ກາວວ່າ ​ທ່ານໄດ້​ຮ້ອງ​ໃຫ້​ ລັດຖະບານ​ຮາໂນ່ຍປັບປຸງ
ປະຫວັດການນັບຖືສິດທິມະນຸດຂອງຕົນ

US VIETNAM ARMS VOSOT
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG