ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຖີ້ມລະເບີດ ໃຫຍ່ທີ່ສຸດ ລົງໃສ່ທີ່ຢູ່ຂອງ ພວກກໍ່ການຮ້າຍ IS


ລະເບີດ (MOAB) ກຳລັງຖືກທົດງລອງ ຢູ່ທີ່ເດີນບິນ ກອງທັບອາກາດ Eglin ຂອງສະຫະລັດ.
ລະເບີດ (MOAB) ກຳລັງຖືກທົດງລອງ ຢູ່ທີ່ເດີນບິນ ກອງທັບອາກາດ Eglin ຂອງສະຫະລັດ.

ສະຫະ​ລັດໄດ້​ຖິ້ມລະ​ເບີດ​ທີ່​ບໍ່​ແມ່ນ​ນີວ​ເຄລຍລູກໃຫຍ່ທີ່​ສຸດ​ ທີ່​ມີ​ຢູ່ໃນ​ຄັງ​ອາວຸດ​ຂອງ
ຕົນໃສ່​ເຂດຄຸ້ມ​ອຸບ​ມຸງ ​ແລະ​ຖໍ້າ​ທີ່​ນັກ​ລົບຂອງ​ກຸ່ມ​ລັດ​ອິສລາມ ຫລື IS ​ໃຊ້​ເປັນ​ບ່ອນ​ປະ
ຕິບັດ​ງານ​ຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ຂອງ​ແຂວງ Nangarhar ຂອງອັຟການິສຖານ ໃນ​
ວັນ​ພະຫັດ​ວານ​ນີ້. ​ໂຄສົກ​ລັດຖະບານ​ປະ​ຈໍາ​ແຂວງ​ດັ່ງກ່າວ​ເວົ້າວ່າ ລາວ​ບໍ່​ໄດ້​ຖືກ​ແຈ້ງ
​ໃຫ້​ຊາບ​ແຕ່​ຢ່າງ​ໃດ​ກ່ອນໜ້າທີ່​ຈະ​ມີ​ການຖິ້ມລະ​ເບີດ​ດັ່ງກ່າວ​.​ ເຈົ້າໜ້າທີ່​ທະຫານ​ສະ
ຫະລັດ​ເວົ້າວ່າ ​ພວກ​ເຂົາ​ເຈົ້າບໍ່ຮູ້ໃນ​ທັນ​ໃດວ່າມີ​ນັກ​ລົບ​ຂອງກຸ່ມ ​IS ຫລື ພົນລະ​ເຮືອນ​
ເສຍ​ຊີວິດ​ຫລາຍ​ປານ​ໃດ.

ນັກ​ຊ່ຽວຊານ​ດ້ານ​ທະຫານ​ກ່າວ​ວ່າ ລູກ​ລະ​ເບີດ​ຂະໜາດ​ໃຫຍ່ GBU-43 ທີ່​ມີ​ຊື່​ນ້ອຍ​
ວ່າ “ລູກ​ລະ​ເບີດ​ແມ່” ​ແມ່ນ​ໃຊ້​ລະ​ເບີດ​ເທິງໜ້າດິນໃຫ້ແຕກ​ກະຈາຍ ​ແລະເມື່ອມັນລະ
​ເບີດຂຶ້ນ ​ແມ່ນ​ເປັນຕາ​ຢ້ານ​ຫລາຍ. ນີ້​ເປັນຄັ້ງທໍາ​ອິດທີ່​ລະ​ເບີດ​ປະ​ເພ​ດນີ້​ໄດ້​ຖື​ກ​ເອົາ
​ໄປ​ໃຊ້​ເຂົ້າ​ໃນ​ການ​ສູ້​ລົບ.​

DOD Footage of MOAB Bomb US Dropped on IS Bunker in Afghanistan
please wait

No media source currently available

0:00 0:00:36 0:00

ທ່ານ Sean Spicer, ​ໂຄສົກ​ປະ​ຈໍາ​ທໍານຽບຂາວ ຮ້ອງ​ລູກ​ລະ​ເບີດ​ດັ່ງກ່າວ​ວ່າ ​ເປັນ​
ລະເບີດ​ລູກ​ໃຫຍ່ ມີ​ພະລັງສູງ ​ແລະ​ກໍເປັນ​ອາວຸດ​ທີ່​ຖິ້​ມ​ໃຫ້​ຖືກ​ຈຸດ​ຢ່າງ​ແມ້ນ​ຢໍາ.

ທ່ານ​ກ່າວດັ່ງນີ້ “ພວກ​ເຮົາ​ໄດ້​ແນ​ເປົ້າໝາຍ​ໃສ່​ລະ​ບົບອຸບ​ມຸງ ​ແລະ​ຖໍ້າ​ທີ່ພວກນັກລົບ
ຂອງກຸ່ມ​ລັດ​ອິສລາມ ຫລື ISIS ​ໃຊ້​ເປັນ​ບ່ອນ​ເຄື່ອນ​ໄຫວ​ໄປມາ​ຢ່າງ​ສະບາຍ ​ຊຶ່ງ​ໄດ້​
ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມສະດວກຂຶ້ນ ​ໃນ​ການ​ແນ​ເປົ້າໝາຍ​ໃສ່​ບັນດາທີ່​ປຶກສາ​ທາງ​ທະຫານສະຫະລັດ ​ແລະ​ກໍາລັງ​ທະຫານຂອງລັດຖະບານອັຟການິສຖານ ຢູ່​ໃນ​ຂົງ​
ເຂດ​ດັ່ງກ່າວ. ສະຫະ​ລັດກະທໍາ​ການ​ຕໍ່ສູ້​ຕ້ານ​ກຸ່ມ ISIS ຢ່າງຈິງ​ຈັງ. ​ແລະ​ເພື່ອ​ຈະ​ຕີ​
ຖອຍ​ກຸ່ມ​ດັ່ງກ່າວ​ໃຫ້​ໄດ້ ພວກ​ເຮົາ​ຕ້ອງ​ບໍ່​ໃຫ້​ພວກ​ເຂົາ​ມີ​ບ່ອນ​ປະຕິບັດງານ​ໄດ້ ​ແລະ
​ພວກ​ເຮົາ​ກໍ​ໄດ້​ເຮັດ​ແນວ​ນັ້ນ​ແລ້ວ. ສະຫະ​ລັດ​ໄດ້​ພະຍາຍາມເຮັດ​ທຸກ​ວິທີ​ທາງທີ່ລະມັດ
ລະວັງທີ່ຈໍາ​ເປັນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ບາດ​ເຈັບ​ຂອງ​ພົນລະ​ເຮືອນ ​ແລະ ຜົນ​ທໍາ
ຮ້າຍ​ຂ້າງຄຽງ ທີ່​ເກີດ​ຈາກ​ການ​ປະຕິ​ບັດ​ງານ​ດັ່ງກ່າວ​ນັ້ນ.”



ປະທານາທິບໍດີ ດໍໂນ​ລ ທຣໍາ ​ໄດ້​ຍົກຍ້ອງ​ການຖິ້ມລະ​ເບີດ​ດັ່ງກ່າວ ​ໂດຍ​ໄດ້​ກ່າວ​ວ່າ:

“ພວກ​ເຮົາ​ມີ​ຄວາມ​ພາກພູ​ໃຈ​ຫລາຍ ​ແລະ​ນີ້ກໍ​ເປັນ​ເຫດການ​ທີ່​ມີ​ຜົນ​ສໍາ​ເລັດ​ອັນ​ນຶ່ງ.”

ລະເບີດ GBU-43/B ຮູ້ກັນອີກວ່່າ Massive Ordnance.
ລະເບີດ GBU-43/B ຮູ້ກັນອີກວ່່າ Massive Ordnance.


​ເມື່ອ​ຖືກ​ຖາມ​ວ່າ ທ່ານ​ເປັນ​ຜູ້​ສັ່ງ​ໃຫ້​ທໍາ​ການ​ໂຈມ​ຕີນັ້ນ ຫລືບໍ່ ທ່ານ​ຕອບ​ວ່າ ທຸກ​ຄົນຮູ້
​ດີ​ຢູ່​ແລ້ວ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ ​ແລະ​ສິ່ງ​ທີ່​ຂ້າພະ​ເຈົ້າ​ເຮັດ​ກໍ​ຄື ຂ້ອຍ​ອອກ​ຄໍາ​ສັ່ງ​ດ້ານ​ການ​
ທະຫານ. ພວກ​ເຮົາ​ມີ​ກໍາລັງ​ທະຫານ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ​ພວກ​ກໍາລັງ​ທະຫານ​ນີ້
ກໍ​ເຮັດໜ້າທີ່​ຂອງ​ເຂົາ​ເຈົ້າຕາມ​ປົກກະຕິ. ສະນັ້ນ ພວກ​ເຮົາ​ໄດ້​ມອບ​ສິດ​ອໍານາດ​ທັງ
ໝົດ​ໃຫ້​ແກ່​ເຂົາ​ເຈົ້າ ​ແລະ​ນັ້ນກໍ​ຄືສິ່ງ​ທີ່​ເຂົາ​ເຈົ້າກໍາລັງ​ເຮັດຢູ່.

US Drops Largest Non-Nuclear Bomb on ISIS Complex in Afghanistan
please wait

No media source currently available

0:00 0:01:58 0:00


ເມື່ອ​ຖືກ​ຖາມ​ວ່າສະຫະລັດ​ກໍາລັງ​ພະຍາຍາມ​ທີ່ຈະ​ສົ່ງ​ສັນຍານ​ເຕືອນ​ໃຫ້​ປະ​ເທດ​ອື່ນ
​ຮູ້ເຖິງ​ ຄວາມ​ຍິ່ງ​ໃຫຍ່​ຂອງກໍາລັງ​ທະຫານຂອງ​ຕົນ ​ໂດຍ​ການຖິ້ມລະ​ເບີດ​ລູກໃຫຍ່​
ນັ້ນຫລືບໍ່ ​ໂຄສົກ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ບໍ່ຂໍຕອບ​ຄໍາ​ຖາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG