ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Brennan ກ່າວປ້ອງກັນ ນະໂຍບາຍ ໃຊ້ເຮືອບິນ ບໍ່ມີຄົນຂັບ ໂຈມຕີ (ວີດີໂອ)


ທ່ານ John Brennan ທີ່ຖືກແຕ່ງຕັ້ງ ໃຫ້ເປັນຫົວໜ້າອົງການສືບລັບ ຊີໄອເອ ກ່າວປ້ອງກັນ ນະໂຍາຍຂອງສະຫະລັດ ທີ່ໃຊ້ເຮືອບິນບໍ່ມີຄົນຂັບ ໂຈມຕີພວກທີ່ສົງໄສເປັນຜູ້ກໍ່ການຮ້າຍ ໃນການໃຫ້ການຕໍ່ກຳມະການສະພາສູງສະຫະລັດ (7 ກຸມພາ 2013)
ທ່ານ John Brennan ທີ່ຖືກແຕ່ງຕັ້ງ ໃຫ້ເປັນຫົວໜ້າອົງການສືບລັບ ຊີໄອເອ ກ່າວປ້ອງກັນ ນະໂຍາຍຂອງສະຫະລັດ ທີ່ໃຊ້ເຮືອບິນບໍ່ມີຄົນຂັບ ໂຈມຕີພວກທີ່ສົງໄສເປັນຜູ້ກໍ່ການຮ້າຍ ໃນການໃຫ້ການຕໍ່ກຳມະການສະພາສູງສະຫະລັດ (7 ກຸມພາ 2013)
ທ່ານ John Brennan ຜູ້ທີ່ປະທານາທິບໍດີບາຣັກ ໂອບາມາແຕ່ງ
ຕັ້ງ ໃຫ້ເຂົ້າຮັບຕຳແໜ່ງ ເປັນຫົວໜ້າອົງການສືບລັບຊີໄອເອກ່າວ
ວ່າ ການໃຊ້ເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໂຈມຕີພວກທີ່ສົງ ໄສວ່າເປັນຜູ້ກໍ່ການຮ້າຍ ຢູ່ໃນຕ່າງປະເທດນັ້ນ ມີແຕ່ຈະປ້ອງກັນ
ບໍ່ໃຫ້ເກີດການໂຈມຕີຕື່ມອີກທໍ່ນັ້ນແລະບໍ່ແມ່ນເປັນການລົງໂທດ
ຕໍ່ການໂຈມຕີໃນຄັ້ງກ່ອນໆ.

ທ່ານ Brennan ໄດ້ກ່າວປ້ອງກັນນະໂຍບາຍຂອງສະຫະລັດທີ່ ເປັນບັນຫາຖົກຖຽງໂຕ້ແຍ້ງໃນລະຫວ່າງການຮັບຟັງຄຳໃຫ້ການ
ເພື່ອຮັບຮອງເອົາການແຕ່ງຕັ້ງທ່ານຕໍ່ຄະນະກຳມະການສືບລັບ
ຂອງສະພາສູງສະຫະລັດ ໃນວັນພະຫັດວານນີ້.

ເຮືອບິນບໍ່ມີຄົນຂັບໄດ້ສັງຫານພົນລະເມືອງອາເມຣິກັນທີ່ສົງໄສ
ວ່າພົວພັນກັບພວກກໍ່ການຮ້າຍ. ກຸ່ມສະໜັບສະໜຸນສັງຄົມພົນລະເຮືອນກ່າວວ່າ ມັນຄືກັນ ກັບເປັນການລົງໂທດປະຫານຊີວິດຕໍ່ຄົນອາເມຣິກັນ ໂດຍປາດສະຈາກການດຳເນີນຄະດີ ທີ່ເປັນທຳ.

ທ່ານ Brennan ຊຶ່ງເປັນຫົວໜ້າທີ່ປຶກສາຂອງທ່ານໂອບາມາ ໃນດ້ານຕໍ່ຕ້ານການກໍ່ການ ຮ້າຍກ່າວວ່າ ສະຫະລັດກຳລັງເຮັດສົງຄາມ ກັບພວກກໍ່ການຮ້າຍອາລກາອີດາ. ທ່ານເວົ້າ ວ່າ ສະຫະລັດມີຂັ້ນຕອນທີ່ເຂັ້ມງວດໃນການຕັດສິນໃຈກ່ຽວກັບວ່າ ເວລາໃດຄວນທີ່ຈະໃຊ້ ກຳລັງທີ່ຮຸນແຮງແລະການກະທຳທີ່ວ່ານັ້ນແມ່ນໄດ້ຮັບການຄໍ້າປະກັນໂດຍກົດໝາຍ. ທ່ານ ກ່າວວ່າ ການຕັດສິນໃຈໃນການທີ່ຈະສັງຫານຜູ້ຕ້ອງສົງໄ ແມ່ນມາດຕະການອັນສຸດທ້າຍ ບ່ອນທີ່ບໍ່ມີທາງເລືອກແນວອື່ນແລະໃນເວລາທີ່ໄພຂົ່ມຂູ່ຂອງພວກກໍ່ການຮ້າຍແມ່ນໃກ້ຈະ ເກີດຂຶ້ນຫລືມາເຖິງໂຕແລ້ວ.

ພວກປະທ້ວງໄດ້ລົບກວນເປັນເວລາສັ້ນໆ ຫຼາຍໆຄັ້ງ ຕໍ່ການຮັບຟັງຄຳໃຫ້ການຊຶ່ງຂັ້ນຕອນ ດັ່ງກ່າວໄດ້ຍຸຕິລົງແລະພວກທີ່ເຂົ້າໄປເບິ່ງ ໄດ້ຖືກບອກໃຫ້ອອກໄປຈາກຫ້ອງ.

ທ່ານ Brennan ເວົ້າວ່າ ຂະນະທີ່ທ່ານເຮັດວຽກກັບອົງການຊີໄອເອເວລາທ່ານ George W. Bush ເປັນປະທານາທິບໍດີນັ້ນທ່ານກໍຮູ້ວ່າວິທີສອບປາກຄຳແບບຮ້າຍແຮງທີ່ເອີ້ນວ່າ waterboarding ນັ້ນ ແມ່ນໄດ້ມີການນຳໃຊ້ເພື່ອລ້ວງເອົາຂໍ້ມູນຄວາມລັບຈາກພວກທີ່ສົງ ໄສວ່າເປັນຜູ້ກໍ່ການຮ້າຍ. ທ່ານກ່າວວ່າ ທ່ານບໍ່ມັກວິທີການກະທຳດັ່ງກ່າວແລະຄິດວ່າມັນ ຈະປະສົບກັບຄວາມລົ້ມແຫຼວ ແຕ່ກໍບໍ່ໄດ້ເຮັດຫຍັງເພື່ອຍຸຕິການກະທຳທີ່ວ່ານັ້ນ.

ທ່ານ Brennan ກ່າວຕໍ່ບັນດາສະມາຊິກສະພາສູງວ່າ ຖ້າຫາກມີການຢືນຢັນຮັບຮອງເອົາ ການແຕ່ງຕັ້ງທ່ານແລ້ວ ທ່ານກໍຈະເປັນບຸກຄົນ ທີ່ບໍ່ສັງກັດພັກການເມືອງໃດ. ທ່ານເວົ້າວ່າ ທ່ານຈະບໍ່ບອກປະທານາທິບໍດີໃນສິ່ງທີ່ປະທານາທິບໍດີຕ້ອງການໄດ້ຍິນໄດ້ຟັງທໍ່ນັ້ນແຕ່ຈະ ບອກທ່ານໃນສິ່ງທີ່ທ່ານຈຳເປັນຈະຕ້ອງໄດ້ຟັງ.

ກ່ຽວຂ້ອງກັນ

XS
SM
MD
LG