ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອບິນບໍ່ມີຄົນຂັບ ສະຫະລັດ ສັງຫານ ເຈົ້າໜ້າທີ່ຂັ້ນສູງ ກຸ່ມຫົວຮຸນແຮງ al-Shabab


ອາວຸດ ແລະລູກກະສຸນ ທີ່ຍຶດໄດ້ຈາກການໂຈມຕີ ຂອງພວກຫົວຮຸນແຮງ al-Sabab ໃນໂຊມາເລຍ.
ອາວຸດ ແລະລູກກະສຸນ ທີ່ຍຶດໄດ້ຈາກການໂຈມຕີ ຂອງພວກຫົວຮຸນແຮງ al-Sabab ໃນໂຊມາເລຍ.

ແຫ​ລ່ງຂ່າວ ວີ​ໂອ​ເອ ​ໃນ ໂຊ​ມາເລຍ ລາຍ​ງານ​ວ່າ ​ການໂຈມຕີ
ທີ່ປາກົດວ່າມາ ຈາກເຮືອບິນບໍ່​ມີ​ຄົນ​ຂັບ​ຂອງສະຫະລັດ ​ໄດ້​ສັງ
ຫານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ນຶ່ງ​ຂອງ ກຸ່ມ​ຫົວ​ຮຸນ​ແຮງ al-Shabab.

ບັນດາ​ເຈົ້າ​ໜ້າ​ທີ່ ​ໂຊ​ມາ​ເລຍ ​ແລະ​ສ່ວນ​ບຸກຄົນ​ທີ່​ໃກ້ຊິດ​ກັບກຸ່ມ
al-Shabab ກ່່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກ​ໂຊມາ​ເລຍວ່າ ​ເຮືອບິນ​ບໍ່​
ມີ​ຄົນ​ຂັບ​ໄດ້​ໂຈມ​ຕີລົດ​ຄັນ​ນຶ່ງ ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ຢູ່​
ນອກ​ເມືອງ Bardhere ທາງ​ພາກ​ຕາ​ເວັນຕົກຂອງປະເທດ. ​ເຂົາ
​ເຈົ້າ​ກ່າວ​ວ່າ ລົດ​ທີ່​ເປັນເປົ້າໝາຍ ໃນການໂຈມຕີນັ້ນ ເປັນ​ຂອງ
ທ້າວ Adan Garaar ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ນຶ່ງຂອງໜ່ວຍ​ຮັກສາ​
ຄວາມ​ປອດ​ໄພ Ammniyat ຂອງກຸ່ມ al-Shabab.

​ແຫ​ລ່ງຂ່າວ​ແຈ້ງໃຫ້ ວີ​ໂອ​ເອ ຊາບວ່າ ລົດຄັນ​ດັ່ງກ່າວ​ໄດ້​ຖືກ​ທຳລາຍ​ຈາກການ​ໂຈມ​ຕີ​
ໂດຍ​ເຮືອບິນບໍ່​ມີ​ຄົນ​ຂັບ ​ແລະ​ທ້າວ Garaar ​ໄດ້​ເສຍ​ຊີວິດ.

ເມືອງ Baidoa ໃນໂຊມາເລຍ
ເມືອງ Baidoa ໃນໂຊມາເລຍ

ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ຍັງ​ບໍ່​ທັນ​ໄດ້​ຢືນຢັນ ຕໍ່​ລາຍ​ງານ
ການ​ໂຈ​ມຕີ ຫລື​ການ​ເສຍ​ຊີວິດ​ຂອງ ທ້າວ Garaar.

​ເປັນ​ທີ່​ເຊື່ອ​ວ່າ ລາວພົວພັນ​ກັບ​ພວກມື​ປຶ​ນ ​ທີ່​ໄດ້​ທຳ​ການ​ໂຈມ
​ຕີ ຮ້ານ​ຄ້າສັບພະ​ສິນຄ້າ Wesgate ທີ່ປະ​ເທດ​ເຄັນ​ຢາ ​ໃນ​ປີ
2013 ​ທີ່ເຮັດ​ໃຫ້ຫລາຍ​ກວ່າ 60 ຄົນ​ເສຍ​ຊີວິດນັ້ນ.

​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້ ກຸ່ມ al-Shabab ​ໄດ້​ອ້າງ​ເອົາ
​ຄວາ​ມຮັບຜິດຊອບ ໃນການ​ໂຈມຕີ ​ທີ່​ແນເປົ້າ​ໝາຍໃສ່ ຜູ້ນຳ​
ການ​ເມືອງຄົນ​ສຳຄັນ​ຂອງ​ໂຊ​ມາ​ເລຍ​ແລະເຮັດ​ໃຫ້​ຢ່າງໜ້ອຍ​ແປດ​ຄົນ​ເສຍ​ຊີວິດ.

XS
SM
MD
LG