ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

3 ຄົນເສຍຊີວິດ ໃນການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ຢູ່ປາກິສຖານ


ເຄື່ອງບິນທີ່ບໍ່ມີຄົນຂັບ ຫລື Drone ຂອງສະຫະລັດ ໄດ້ສັງຫານຜູ້ຕ້ອງສົງໄສທີ່ເປັນຫົວຮຸນແຮງ 3 ຄົນ
ທີ່ພາກເໜືອຂອງປາກິສຖານ.
ເຄື່ອງບິນທີ່ບໍ່ມີຄົນຂັບ ຫລື Drone ຂອງສະຫະລັດ ໄດ້ສັງຫານຜູ້ຕ້ອງສົງໄສທີ່ເປັນຫົວຮຸນແຮງ 3 ຄົນ ທີ່ພາກເໜືອຂອງປາກິສຖານ.

ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງປາ​ກິ​ສຖານ ກ່າວ​ວ່າ ​
ການ​ໂຈມ​ຕີ​ໂດຍເຮື​ອບິນ​ທີ່​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 3 ຄົນ ທີ່
​ສົງໄສເປັນ​ພວກ​ຫົວຮຸນ​ແຮງ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍລູກສອນໄຟໃນ​ວັນ​ເສົາມື້ນີ້ ເກີດ​ຂື້ນ​ຢູ່​ໃນ​ເມືອງ
Miran Shah ຊຶ່ງ​ເປັນ​ເມືອງສຳຄັນໃນ​ເຂດ​ຊົນ​ເຜົ່າ​ Waziristan ​ເໜືອ ​ຊຶ່ງ​ເປັນ​ທີ່​ຊາບ
​ກັນ​ດີວ່າ​ ​ເປັນບ່ອນ​ຫລົບ​ລີ້​ຂອງກຸ່ມ​ Taliban ​ແລະກຸ່ມ​ຫົວ​ຮຸນ​ແຮງ ທີ່​ເປັນ​ເຄືອ​ຂ່າຍ
​ຂອງກຸ່ມ​ກໍ່​ການຮ້າຍ al-Qaida.

ການ​ໂຈມ​ຕີໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ໄດ້​ກາຍ​ເປັນບັນຫາ​ທີ່​ມີ​ການ​ໂຕ້ຖຽງ​ກັນ​ຫຼາຍຂຶ້ນ
ລະຫວ່າງວໍ​ຊິງ​ຕັນ ​ແລະອິສລາມາ​ບັດ. ຄວາມ​ສໍາພັນ​ລະ​ໄມ​ຕີ​ລະຫວ່າ​ງ​ປະ​ເທດພັນ
ທະ​ມິດທັງ​ສອງ​ໄດ້​ຫລຸດ​ລົງ​ມາກາຍ​ເປັນ​ວິ​ກິດ​ການ ຫລັງ​ຈາ​ກການ​ໂຈມ​ຕີ​ທາງ​ອາກາດ
ຂອງສະຫະລັດ ​ໄດ້​ເຮັດ​ໃຫ້​ທະຫານປາ​ກິ​ສຖານເສຍ​ຊີວິດໄປ 24 ຄົນ ​ໃນ​ເດືອນ​ພະຈິກ
ຊຶ່ງ​ເປັນ​ເຫດໃຫ້ປາກິ​ສຖານ ​ປິດ​ຊາຍ​ແດນບໍ່​ໃຫ້​ອົງການ​ເນ​ໂຕ້​ສົ່ງ​ອຸບປະກອນ​ເຂົ້າ​ໄປ
​ໃນອັ​ຟ​ກາ​ນິສຖານ.

ປາກິ​ສຖານ ​ໄດ້​ຮຽກຮ້ອງ​ໃຫ້ສະຫະລັດຂໍ​ຂະມາ​ໂທດ​ຕໍ່​ການ​ໂຈ​ມຕີທາງ​ອາກາດ ​ໃນ
​ເດືອນ​ພະຈິກປີ​ກາຍ​ນີ້​. ​ແຕ່ວໍ​ຊິງ​ຕັນ​ໄດ້​ປະຕິ​ເສດ​.

ປາກິ​ສຖານກ່າວ​ວ່າ ການ​ໂຈມ​ຕີດ້ວຍ​ລູກ​ສອນ​ໄຟ ​ບໍ່​ໄດ້​ໃຫ້​ຜົນ​ຫຍັງ ພ້ອມ​ທັງເປັນ
​ການ​ລ່ວງ​ລະ​ເມີດ​ຕໍ່​ອະທິປະ​ໄຕ​ ສັງຫານ​ພົນລະ​ເຮືອນ ​ແລະພາ​ໃຫ້​ເກີດ​ມີຄວາມ​ຮູ້ສຶກ
​ຕໍ່ຕ້ານ​ສະຫະລັດ​ຫຼາຍຂຶ້ນ.

XS
SM
MD
LG