ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຣືອບິນ ບໍ່ມີຄົນຂັບ ສ​ຫລ ສັງ​ຫານ 3 ຄົນ ຢູ່ ປາ​ກິ​ສ​ຖານ


ເຮືອບິນ ທີ່ບໍ່ມີຄົນຂັບ ຂອງ ສ​ຫລ ກໍາລັງລາດຕະເວນ ໃນພາກໃຕ້ ອັຟການິສຖານ
ເຮືອບິນ ທີ່ບໍ່ມີຄົນຂັບ ຂອງ ສ​ຫລ ກໍາລັງລາດຕະເວນ ໃນພາກໃຕ້ ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ ປາ​ກິ​ສຖານ ກ່າວ​ວ່າ ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​
ຂອງ ສະຫະລັດ ​ໄດ້ໂຈມ​ຕີ ​ແລະ​ສັງຫານ​ສາມ​ຄົນ ຢູ່​ຂົງ​ເຂດ​
ຊາວ​ເຜົ່າໃກ້​ກັບ​ຊາຍ​ແດນ ​ອັຟກາ​ນິສຖານ.

ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ ເຫດ​ການ​ໄດ້
​ເກີດ​ຂື້ນ​ໃນ​ວັນ​ຈັນ ຢູ່​ໃນ​ເຂດ Boya ທາງ​ພາກ​ເໜືອ​ຂອງ
ແຂວງ Waziristan ຊຶ່ງ​ເປັນ​ທີ່​ຊາບ​ກັນ​ວ່າ​ ​ເປັນທີ່​ໝັ້ນ​ທີ່ພົວ
ພັນ​ກັບ​ ພວກ​ຫົວ​ຮຸ່ນ​ແຮງ Taliban ​ແລະ al-Qaida.

ການ​ໂຈມ​ຕີ​ໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ ສະຫະລັດ ເປັນ​ທີ່​ກຽດ​ຊັງ​ທີ່​ສຸດ​ໃນ ປາ​ກິ​ສຖານ. ປາ​ກິ​ສຖານ ​ໄດ້​ຕິຕຽນຊໍ້າ​ແລ້ວ​ຊໍ້າ​ອີກວ່າ ການ​ໂຈມ​ຕີໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄັນ​ຂັບ ​ຜິດ​ກົດ ໝາຍ ​ແລະ​ຝ່າຝືນອະທິປະ​ໄຕ​ຂອງຕົນ ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີ​ນີ້ເປັນ​ເຄຶ່ອງມື​ອັນ​ສໍາຄັນ ​ໃນ​ການ​ເອົາ​ຊະນະ​ພວກ​ກໍ່​ການ​ຮ້າຍ.

ສະຫະລັດ ​ໄດ້​ລົດ​ຜ່ອນ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ ທີ່​ບໍ່​ມີ​ຄົນ​ຂັບນີ້​ລົງ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມານີ້.
XS
SM
MD
LG