ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍົນ Drone ຂອງສະຫະລັດ ສັງຫານຢ່າງໜ້ອຍ 2 ຄົນ ໃນປາກີສຖານ (ວີດີໂອ)


ເຈົ້າໜ້າທີ່ສືບລັບຂອງປາກີສຖານ ກ່າວວ່າ ການໂຈມຕີທີ່ສົງໄສ
ວ່າ ມາຈາກເຮືອບິນທີ່ບໍ່ມີຄົນຂັບຫຼື Drone ຂອງສະຫະລັດ
ໄດ້ສັງຫານຢ່າງໜ້ອຍ 2 ຄົນ ໃນພາກຕາເວັນຕົກສຽງເໜືອຂອງ
ປາກີສຖານ.

ທາງການກ່າວວ່າ ການໂຈມຕີຄັ້ງວັນຈັນມື້ນີ້ ແມ່ນຍິງຖືກລົດ
ຄັນນຶ່ງໃກ້ໆກັບເມືອງ Mir Ali ໃນເຂດຊົນເຜົາ Waziristan
ເໜືອ ໃກ້ໆກັບຊາຍແດນອັຟການີສຖານ.

ຍັງບໍ່ທັນມີການແຈ້ງໃຫ້ຊາບເທື່ອວ່າ ພວກຜູ້ຊາຍທີ່ຖືກຂ້ານັ້ນ
ແມ່ນຜູ້ໃດ?

Waziristan ເໜືອ ແມ່ນເຂດຄວບຄຸມຂອງກຸ່ມກະບົດຕ່າງໆ
ອັນຮວມທັງ ຕາໜ່າງ Haqqaniທີ່ພົບພັນກ່ຽວຂ້ອງກັບກຸ່ມຫົວຮຸນແຮງ al-Qaida.

ການໂຈມຕີທາງເຮືອບິນທີ່ບໍ່ມີຄົນຂັບຂອງສະຫະລັດໃນປາກີສຖານ ໄດ້ເພີ່ມທະວີຂຶ້ນ
ນັບຕັ້ງແຕ່ເດືອນພືດສະພາເປັນຕົ້ນມາ.

ໂຄງການໂຈມຕີດ້ວຍເຮືອບິນ Drone ຂອງສະຫະລັດນັ້ນ ແມ່ນເປັນຫົວຂໍ້ການຂັດແຍ້ງ
ກັນຢ່າງໜັກໃນປາກີສຖານ ບ່ອນທີ່ຫຼາຍໆຄົນມອງເຫັນວ່າ ເປັນການລ່ວງລະເມີດອະທິ
ປະໄຕຂອງປາກີສຖານ ແລະກ່າວວ່າ ໃນຫລາຍໆຄັ້ງ ມັນໄດ້ຍັງຜົນໃຫ້ ພົນລະເຮືອນເສຍ
ຊີວິດ. ແຕ່ທາງການສະຫະລັດກ່າວວ່າ ໂຄງການນີ້ແມ່ນມີຄວາມ ຈໍາເປັນທີ່ສຸດ ຕໍ່ການ
ຕໍ່ສູ້ກັບພວກຫົວຮຸນແຮງ ທີ່ເປັນໄພຂົ່ມຂູ່ຕໍ່ສະຫະລັດນັ້ນ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບການເຝິກອົບຮົມ ວິທີໃຊ້ແລະບັງຄັບຍົນໂດຣນ
ຂອງສະຫະລັດ:

US Military Pilot Training Emphasizes Drone Warfare
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ
XS
SM
MD
LG