ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ຂອງ ສຫລ ສັງຫານຜູ້ນຳ ຄົນສຳຄັນ ກຸ່ມ Al-Shabab ໃນ ໂຊມາເລຍ


ພວກນັກລົບ Al-Shabab ລະຫວ່າງການເຝິກແອບ.
ພວກນັກລົບ Al-Shabab ລະຫວ່າງການເຝິກແອບ.

ການ​ໂຈມ​ຕີ​ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະຫະລັດ ຢູ່ Somalia ​ໄດ້ ສັງຫານສະມາຊິກ ຂັ້ນ​ສູງຄົນ​ໜຶ່ງ​ຂອງກຸ່ມ​ຫົວ​ຮຸນ​ແຮງ al-Shabab ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ເຈົ້າ​ໜ້າ​ທີ່ ສະຫະລັດທີ່​ຮູ້ເລື້ອງດີກ່ຽວ​ກັບ​ການ​ປະຕິບັດ​ງານ​ໃນ​ວັນສຸກ​ວານ​ນີ້.

​ບັນດາເຈົ້າ​ໜ້າ​ທີ່ Somali ກ່າວວ່າ ຜູ້​ທີ່​ຖືກຂ້າຕາຍ​ໃນການ​ໂຈ​ມຕີໂດຍເຮືອບິນ​ບໍ່​ມີ​ຄົນ ຂັບຂອງສະຫະລັດແມ່ນ ທ້າວ Hassan Ali Dhore ​ຫົວໜ້າ​ໜ່ວຍ​ສັງຫານ ​ຂອງກຸ່ມ al-Shabab. ​ລັດຖະບານ Somalia ​ໃນ​ປີ​ກາຍ​ນີ້ໄດ້ຈັດ​ຊື່​ຜູ້ກ່ຽວເຂົ້າ​ໃນ​ບັນຊີລາຍ​ຊື່ ສະມາຊິກ​ກຸ່ມ al-Shabab 12 ຄົນ ທີ່​ທາງ​ການ​ຕ້ອງການ​ໂຕ ​ເປັນ​ທີ່​ສຸດ ທີ່​ພົວພັນ​ກັບ ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍໃນ​ນະຄອນຫຼວງ Mogadishu.

ຢູ່​ທີ່​ກ​ະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ທ່ານ​ Peter Cook ​ໂຄສົກ​ຂອງ​ກະຊວງ ​ໃຫ້ ການຢືນຢັນ​ວ່າ ສະຫະລັດ​ໄດ້ປະຕິບັດ​ການ​ໂຈມ​ຕີທາງ​ອາກາດ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ໂດຍ​ປະສານ​ງານ​ກັບ​ກຳລັງ​ທະຫານ Somalia. ທ່ານ​ກ່າວ​ວ່າ ​ທ້າວ Dhore ​ເຄີຍ​ວາງ ​ແຜນ​ແລະ​ໄດ້​ນຳພາ​ການ​ໂຈມ​ຕີ​ໃນ​ເທື່ອ​ກ່ອນ ທີ່ໄດ້​ສັງຫານ​ຄົນ​ອາ​ເມຣິກັນ ຢ່າງ​ໜ້ອຍ​ ສາມ​ຄົນ​ ​ແລະ​ລາວ​ຍັງເປັນຜູ້​ຕ້ອງ​ສົງ​ໄສໃນ ການວາງ​ແຜນ​ໂຈມ​ຕີເພີ້ມຕື່ມ ຕໍ່ຊາວ​ອາ​ ເມຣິກັນ​ຢູ່ໃນ​ Somalia.

ຕຳຫລວດ Somali ຕອບໂຕ້ ຫລັງຈາກພວກຫົວຮຸນແຮງ al-Shabab ໂຈມຕີ ໂຮງແຮມ Maka al-Mukarama ທີ່ເມືອງ Mogadishu.
ຕຳຫລວດ Somali ຕອບໂຕ້ ຫລັງຈາກພວກຫົວຮຸນແຮງ al-Shabab ໂຈມຕີ ໂຮງແຮມ Maka al-Mukarama ທີ່ເມືອງ Mogadishu.

ທ່ານ Cook ກ່າວ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາ​ກຳລັງ​ຊັ່ງຊາ​ເບິ່ງ​ຜົນ​ຂອງ​ການ​ປະ ຕິບັດ​ງານ ຢູ່​ນີ້ ​ການກຳຈັດ​ທ້າວ Dhore ອອກ​ຈາກ​ສະໜາມ​ລົບ​ໄດ້ຈະເປັນ​ການ​ສ້າງ​ຄວາມ​ເສຍ ​ຫາຍ​ທີ່​ສຳຄັນ​ແກ່​ແຜນການ​ປະຕິບັດ​ງານ​ຂອງກຸ່ມ al-Shabab ​ແລະ​ຄວາມ​ສາມາດ​ທີ່​ ຈະ​ປະຕິບັດ​ການ​ໂຈມຕີ​ຕໍ່ Somalia ຕໍ່ປະຊາຊົນ​ ທີ່​ເປັນ​ພາຄີ​ຂອງສະຫະລັດ​ຢູ່​ໃນ​ຂົງ​ ເຂດ ​ແລະ​ຕໍ່ຊາວ​ອາ​ເມຣິກັນ​ຢູ່​ໃນ​ຕ່າງ​ປະ​ເທດ.”

XS
SM
MD
LG