ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ເປັນແຫຼ່ງທີ່ມາ ຂອງຄວາມບໍ່ທຸ່ນທ່ຽງ ໃນເຂດ ເອເຊຍຕາເວັນອອກສຽງເໜືອ


中国人大会议期间,人民大会堂外面,一位女服务员摆拍照片,在降雪时为武警打伞。(2018年3月17日)
中国人大会议期间,人民大会堂外面,一位女服务员摆拍照片,在降雪时为武警打伞。(2018年3月17日)

ສະຫະລັດ​ກຳລັງ​ເລັ່ງ​ລັດ​ການດຳເນີນຄວາມພະຍາຍາມທາງ​ດ້ານ​
ການ​ທູດ​ກັບ​ບັນດາ​ຜູ້​ເຂົ້າຮ່ວມ​ໃນ​ການ​ເຈລະຈາ​ຫົກ​ຝ່າຍ ​ເພື່ອ​ທຳ​
ການ​ຕ້ອບ​ໂຕ້​ຢ່າງ​ແຮງ​ແລະ​ເປັນ​ເອກ​ກະພາບ​ ຕໍ່​ການ​ທົດລອງ​ນິວ
​ເຄລຍຂອງ​ເກົາຫລີ​ເໜືອ​ເມື່ອໄວໆ​ມານີ້.

ທ່ານ John Kirby ​ໂຄສົກ​ກະຊວງຕ່າງປະ​ເທດ​ສະຫະລັດ ກ່າວ
​ໃນ​ວັພະຫັດ​ວານ​ນີ້ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
ທ່ານ John Kerry ຈະ​ເດີນທາງ​ໄປ​ຢ້ຽມຢາມ​ເອ​ເຊຍ ​ໃນ​ອະນາ
ຄົດ​ອັນ​ໃກ້ໆ​ນີ້. ທ່ານ Kirby ກ່າວ​ວ່າ ລັດຖະບານ​ສະຫະລັດ​ ໃຫ້
ການ​ສະໜັບສະໜຸນ ໃນ​ການ​ກົດ​ດັນ​ເພີ້ີ້ມຂຶ້ນຕໍ່​ເກົາຫລີເໜືອ​ ຊຶ່ງ​
ໝາຍ​ເຖິງ​ຮ່າງ​ກົດໝາຍ ​ທີ່​ໄດ້​ມີ​ການ​ຮັບ​ຮອງເອົາ​ໂດຍ​ສະພາ​ຕ່ຳ
​ສະຫະລັດ ກ່ຽວ​ກັບ​ການ​ລົງ​ໂທດ​ຢ່າງ​ໜັກ ​ເພື່ອ​ປະຕິ​ເສດ ​ບໍ່​ໃຫ້​ພຽງ​ຢາງ ​ໄດ້​ຮັບ​ເງິນ​ທີ່​ຕົນ
ຕ້ອງການ​ໃນ​ໂຄງການ​ນິວ​ເຄລຍນັ້ນ.

ທ່ານ Kirby ກ່າວ​ວ່າ ພວກ​ເຮົາ​ມີ​ຄວາມ​ກັງວົນແບບ​ດຽວ​ກັນກັບ​ສະພາກ່ຽວ​ກັບການ​ສືບ​ຕໍ່​
ລ່ວງ​ລະ​ເມີດຂອງ​ເກົາຫລີ​ເໜືອ ​ໃນ​ຄວາມ​ໝັ້ນໝາຍ​ແລະ​ພັນທະນາໆ​ຊາດ​ຂອງ​ຕົນ ​ແລະ​
ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ສືບ​ຕໍ່​ດຳ​ເນີນ​ງານ​ຮ່ວມ​ກັບ​ສະພາ​ໃນ ​ເປົ້າໝາຍ​ທີ່​ມີ​ຮ່ວມ​ກັນ ​ເພື່ອ​
ເພີ້ມການ​ກົດ​ດັນ​ໃນ​ການ​ລົງ​ໂທດໃຫ້ເກົາຫລີ​ເໜືອໄປ​ສູ່​ທາງ​ເລືອກ​ທີ່​ດີກ​ວ່າ​ນັ້ນ.

ຂະນະ​ດຽວ​ກັນຮອງ​ລັດຖະມົນຕີ​ ການ​ຕ່າງປະ​ເທດ​ສະຫະລັ​ດ ທ່ານ Tony Blinken ກໍມີ​
ກຳນົດ​ທີ່​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຍີ່ປຸ່ນ ​ເກົາຫຼີໃຕ້ແລະ​ຈີນໃນ​ໄລຍະສອງ​ສາມມື້ຂ້າງ​ໜ້າ
ນີ້ເພື່ອປຶກສາຫາລື ກ່ຽວກັບບັນຫາຄວາມໝັ້ນຄົງ ໃນພູມີພາກ ຮວມທັງ ຄວາມໝາຍໝັ້ນ
ຢ່າງ​ໜັກ​ແໜ້ນແບບບໍ່​ມີ​ການສັ່ນ​ຄອນ​ຂອງສະຫະລັດຕໍ່ຄວາມ​ໝັ້ນຄົງ​ຂອງ​ບັນດາ​ປະ​ເທດ​
ພັນທະ​ມິດ​ ທ່າມກາງການ​ທ້າ​ທາຍຂອງ​ເກົາຫລີ​ເໜືອ​ເມື່ອ​ໄວໆ​ມານີ້.

North Korea Nuclear
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG