ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພັດທີ່ຫາ​ຍາກ ເມັດ​ນຶ່ງ​ຂອງ​ໂລກ ຈະຖືກ​ນຳ​ອອກ​ມາ ປະມູນຂາຍ ​ ໃນ​ສະຫະລັດ


US Diamond
please wait
Embed

No media source currently available

0:00 0:00:44 0:00

ເບິ່ງວີດີໂອ ລາຍງານນີ້

ເພັດ​ທີ່ຫາ​ຍາກເມັດ​ນຶ່ງ​ຂອງ​ໂລກ ​ ​ກຳລັງ​ຈະຕົກ​ເປັນ​
ຂອງ​ຜູ້​ທີ່ປະມູນ ໃຫ້ລາຄາຫຼາຍທີ່​ສຸດ.

ບໍລິສັດ​ປະ​ມູນຂາຍຂອງ Sotheby ​ໃນ​ນະຄອນນິວຢອກ
ຄາດ​ວ່າ ​ເພັດ​ຫາ​ຍາກ​ສີ່ຫລ່ຽມ ນ້ຳໜັກ 100 ກາຣັດ​ເມັດ​ນີ້ ຈະໄດ້ຮັບລາຄາ ຫຼາຍ​ເຖິງ 25 ລ້ານດອນ​ລາ ​ເວລາ​ມັນ​ຖືກ​ນຳ​ອອກ​ມາປະມູນຂາຍ ​ ໃນ​ວັນ​ອັງຄານ​ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ​ນາງ Lisa Hubbard ປະ​ທານ ບໍລິ​ສັດ Sotheby ປະຈຳພາກ​ພື້ນ ອາ​ເມຣິກາ​ເໜືອ ​ແລະ​ໃຕ້ ​ກ່າວ​ວ່າ “​ທາງ​ໃນ​ເພັດ​ດັ່ງກ່າວ ​ແມ່ນ ບໍ່​ມີ​ຕຳນິ​ເລີຍ ຊຶ່ງ​ໝາຍ​ຄວາມ​ວ່າ ບໍ່​ມີ​ບ່ອນ​ໃດເລີຍ​ ທີ່​ບໍ່​ສົມບູນ​ໃນ​ເພັດ​ເມັດ​ນີ້ ​ແລະ ມັນ​ແມ່ນ​ສິ່ງ​ນຶ່ງ​ທີ່​ເອີ້ນ​ວ່າ ​ເພັດປະ​ເພດ 2A ທີ່​ໝາຍ​ຄວາມ​ວ່າ ບໍ່​ມີ​ທາດ nitrogen ​ເລີຍ. ​ແລະ​ເມື່ອ​ບໍ່​ມີໄນ​ໂທຣ​ເຈັ້ນ​ແລ້ວ ມັນ​ຄື​ກັນ​ກັບ ອ່າງນ້ຳ​ກ້ອນ ທີ່​ໂປ່​ງ​ໃສ​ທີ່​ສຸດ.”

​ເພັດເມັດ​ນີ້​ແມ່ນເປັນ​ສ່ວນ​ນຶ່ງ ຂອງ​ການປະມູນ​ຂາຍເພັດ​ພອຍ ລາຄາ​ແພງ​ຈຳນວນ​ຫຼວງຫຼາຍ ​ ຊຶ່ງ​ລວມມີ​ມໍ​ລະ​ກົດ ແລະນິນ​ສີຟ້າ​ ທີ່​ຫາ​ຍາກ​ ຕ່າງໆ ອີກ​ດ້ວຍ​.

One of the world's rare diamonds is about to go to the highest bidder.

Sotheby's auction house in New York expects the 100-carat emerald-cut diamond to bring in as much as $25 million when it is put up for sale Tuesday.

Lisa Hubbard - Chairman, North and South America, Sotheby's said

"It's internally flawless, which means there are no imperfections inside the stone, and it is something called a Type 2A diamond, which means there is no nitrogen. And without the nitrogen it's like a limpid pool of ice water, very transparent."

The diamond is part of a larger sale Wednesday, which includes rare emeralds and sapphires.

XS
SM
MD
LG