ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ​ທໍາລາຍ ງາ​ຊ້າງ ທີ່​ຍຶດ​ໄດ້ ຫົກ​ໂ​ຕນ ​​(ວີດີໂອ/ສະໄລດ໌)


Authorities Crush Ivory to Send Anti-Poaching Message
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ
ສະຫະລັດ ​ໄດ້​ທໍາລາຍງາ​ຊ້າງຫົກ​ໂ​ຕນ ທີ່​ຍຶດ​ໄດ້ ໂດຍ​ໄດ້​ບົດ​
ງາ​ຊ້າງ​ເຫລົ່ານີ້​ໃຫ້​ໝຸ່ນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ປາບ​ປາມ
​ການ​ຄ້າ​ຂາຍງາ​ຊ້າງທີ່​ຜິດ​ກົດໝາຍດັ່ງ ກ່າວ​ຂອງ​ໂລກ.

ອົງການ​ຮັກສາປາ ​ແລະ​ສັດ​ປ່າຂອງ​ສະຫະລັດ ​ໄດ້​ສະ​ສົມງາ
ຊ້າງ​ເຫຼົ່ານີ້ ຊຶ່ງຈໍານວນ​ນຶ່ງ ໄດ້ຖືກ​ຄວັດເປັນລີງ​ລາຍ ຢ່າງປາ
ນີດ​ໃສ່ໄວ້ໃນ​ໄລຍະ 25 ປີທີ່​ຜ່ານ​ມາ. ​ແຕ່​ໃນ​ວັນ​ພະຫັດແລ້ວ
ບັນດາ​ພະນັກງານໄດ້​ນໍາ​ເອົາ​ງາ​ທີ່​ເກັບ​ສະ​ສົມເຫຼົ່ານີ້ ໄວ້​ນັ້ນ ​ໃສ່​ລົງ​ໄປ​ໃນ​ເຄື່ອງ​ບົດ​ຫີນທີ່​ລັດ Colorado ໃນ​ຄວາມ​ພະຍາຍາມເພື່ອ​ ຫລຸດຜ່ອນ​ການ​ລັກລອບ​ຂ້າ​ຊ້າ​ງ​ເອົາ​ງາ ​ແລະ​ຍຸຕິຕະຫລາດ​ຄ້າຂາຍງາ​ຊ້າງ.

ບັນດາ​ຜູ້ຊ່ຽວຊານກ່າວ​ວ່າ ການ​ລັກລອບ​ຄ້າຂາຍ​ສັດປ່າ ​ທີ່​ຜິດ​ກົດ​ໃນ​ແຕ່ລະ​ປີ ມີ​ຍອດ
ເງິນ​ເຖິງ 10 ພັນ​ລ້ານ​ໂດ​ລາ ແລະ​ງາ​ຊ້າງ​ທີ່​ຖືກ​ທໍາລາຍ​ໄປ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ ​ແມ່ນ​ໄດ້​ມາ​ຈາກຊ້າງ 2000 ​ໂຕ​ທີ່​ຖືກ​ຂ້າ​ຕາຍ. ​ແຕ່​ເຈົ້າ​ໜ້າ​ທີ່ຄົນ​ນຶ່ງຂອງກຸ່ມ​ອະນຸລັກສັດປ່າ ມີ​ຊື່ວ່າ Born Free USA ທ່ານ Adam Roberts ກ່າວ​ວ່າ ການ​ທໍາ​ລາຍ​ງາ​ຊ້າງອາດ​ຊ່ວຍ​ໃນ​ການຫລຸດ​ຕະຫລາດ​ໃນ ການ​ຄ້າຂາຍ​ງາ.

ທ່ານ Roberts ​ເວົ້າວ່າ “ທຸກ​ເທຶ່ອທີ່​ເຮົາ​ສາມາດ ກຳຈັດ​ງາ​ຊ້າງ ​ອອກ​ຈາກ​ຕະ ຫລາດ​ໄດ້ນັ້ນ ມັນ​ເປັນ​ໄຊຊະນະ​ສຳລັບ​ຊ້າງ ​ເພາະມັນສະ​ແດງ​ໃຫ້ໂລກເຫັນ​ວ່າ ບໍ່​ມີ​ຜົນ​ກໍາ​ໄລ​ທີ່​ໄດ້​ຈາກ​ການ​ຂາຍ​ງາ​ຊ້າງ” ຊຶ່ງ​ທ່ານໄດ້ກ່າວ “​ແລະ​ຖ້າ​ຫາກ​ວ່າບໍ່ ​ມີ​ຜົນ​ກໍາ​ໄລໃນ​ການ​ຂາຍງາ​ຊ້າງ​ແລ້ວ ກໍ​ຈະບໍ່​ມີ​ຜົນ​ກໍາ​ໄລໃນ​ການ​ຂ້າ​ຊ້າງ.”

ບໍ່​ເ​ທົ່າ​ໃດຊົ່ວ​ໂມງ​ກ່ອນຈະ​ມີ​ການ​ທຳລາຍງາ​ຊ້າງ​ນັ້ນ ລັດຖະມົນຕີຕ່າງປະ​ເທດ ສະຫະລັດ
ທ່ານ John Kerry ກ່າວ​ວ່າ ສະຫະລັດ​ໄດ້​ປະກາດ​ໃຫ້​ລາງວັນ 1 ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​
ທັບ​ມ້າງກຸ່ມ​ອາ​ຊະ​ຍາ​ກຳທີ່​ຕັ້ງ​ຢູ່​ໃນ​ລາວ ທີ່​ລັກລອບລ່າ​ຊ້າງ​ເພື່ອ​ເອົາ​ງານັ້ນ.

XS
SM
MD
LG