ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາສະຫະລັດ ບໍ່ສາມາດຕົກລົງກັນໄດ້ ເລື້ອງຂາດດຸນງົບປະມານ (ເບິ່ງວີດີໂອ)


ທ່ານ Max Baucu ປະທານຄະນະກໍາມາທິການການເງິນປະຈໍາສະພາສູງສະຫະລັດປະເຊີນໜ້າກັບພວກນັກຂ່າວ ເວລາທ່ານມາຮອດຕຶກລັດຖະສະພາສະຫະລັດ.
ວັນທີ 22 ພະຈິກ 2011.
ທ່ານ Max Baucu ປະທານຄະນະກໍາມາທິການການເງິນປະຈໍາສະພາສູງສະຫະລັດປະເຊີນໜ້າກັບພວກນັກຂ່າວ ເວລາທ່ານມາຮອດຕຶກລັດຖະສະພາສະຫະລັດ. ວັນທີ 22 ພະຈິກ 2011.

ຄະນະ​ກໍາມະການ​ພິ​ເສດ​ຂອງ​ສະພາ​ຕໍ່າ​ສະຫະລັດ​ທີ່​ພະຍາຍາມ​ຫາ​ຊ່ອງທາງ​ຕັດ​ການ
​ຂາດ​ດຸນງົບປະມານ​ຂອງ​ລັດຖະບານ​ກາງ​ລົງ 1200 ຕື້​ໂດ​ລາ ​ໃນ​ຊ່ວງ​ທົດ​ສະ​ວັດ​ຕໍ່ໜ້າ
ບໍ່​ສາມາດບັນລຸການ​ຕົກລົງ​ກັນ​ໄດ້.

ພວກ​ປະທານ​ຮ່ວມຂອງ​ຄະນະ​ກໍາມະການຮ່ວມ​ທີ່​ປະກອບ​ດ້ວຍ​ສະມາຊິກ 12 ທ່ານ​ວ່າ​
ດ້ວຍ​ການ​ລົດ​ການ​ຂາດ​ດຸ​ນງົບປະມານ​ລົງໄດ້​ປະກາດໃຫ້​ຮູ້​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ
​ໃນ​ວັນ​ຈັນ​ວານ​ນີ້​. ພວກ​ສະມາຊິກ​ຂອງ​ຄະນະ​ກໍາມະການ​ດັ່ງກ່າວ​ເວົ້າວ່າ ເຖິງແມ່ນພວກ​
ເຮົາ​ບໍ່ສາມາດເກ້​ຍກ່ອມ​ຄວາມ​ເຫັນ​ທີ່ແຕກ​ຕ່າງ​ກັນຢ່າງ​ຫລວງຫລາຍ​ ຂອງ​ຄະນະກໍາມະ
ການ​ດັ່ງກ່າວ​ກໍ​ຕາມ ​ແຕ່​ພວກ​ເຮົາ​ໄດ້​ຍຸດຕິ​ການ​ນໍາ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ​ໃນ​ຄວາມ​ເຊື່ອ​ຖື
​ຂອງ​ພວກ​ເຮົາ​ວ່າ ວິ​ກິດ​ກາ​ນດ້ານງົບປະມານແຫ່ງ​ຊາດ​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ​ວ່າ
ພວກ​ເຮົາ​ບໍ່​ສາມາດທີ່ຈະ​ປະປ່ອຍເລື້ອງ​ນີ້​ໄວ້​ໃຫ້​ຄົນ​ລຸ້ນຕໍ່​ໄປ​ແກ້​ໄຂ​.

ຄະນະ​ກໍາມະການ​ທີ່​ປະກອບ​ດ້ວຍ​ສະມາຊິກ​ສັງກັດ​ພັກ Republican 6 ທ່ານ​ແລະ​
ພັກ​ເດ​ໂມກຣັດ 6 ທ່ານ ຄວນຈະບັນລຸການ​ຕົກລົງ​ກັນ​ໄດ້​ໃນວັນ​ພຸດ​ມື້​ອື່ນ ​ແຕ່​ພວກ​ສະ
ມາຊິກ​ເຫລົ່າ​ນີ້​ຍອມຮັບ​ວ່າບໍ່​ສາມາດ​ບັນລຸ​ການ​ຕົກລົງ​ກັນ​ໄດ້​ໃນ​ວັນ​ຈັນ​ວານ​ນີ້. ​ໃນ​ເມື່ອ
ວ່າ ບໍ່​ມີ​ການ​ຕົກລົງ​ກັນ​ໄດ້ ຈະມີ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ຢ່າງ​ມະຫາສານ​ໂດຍ​ອັດຕະ​ໂນ​
ມັດ​ຕໍ່​ໂຄງການໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ແລະ​ພາຍ​ໃນ​ປະ​ເທດ ຊຶ່ງ​ຈະ​ເລີ້ມ​ໄປ​ຕັ້ງ
ແຕ່​ເດືອນ​ມັງກອນ​ປີ 2013 ​ເປັນ​ຕົ້ນ​ໄປ.

ໃນ​ເວລາ​ຕໍ່​ມາ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ
ກ່າວ​ໃຫ້​ຄໍາ​ໜັ້ນສັນຍາ​ວ່າ ທີ່​ຈະ​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ຄວາມພະຍາຍາມ​ໃດໆ​ເພື່ອ​ເລີກ​ລົ້ມ​
ການ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ຢ່າງ​ອັດຕະ​ໂນ​ມັດ​ນັ້ນ.

ທ່ານ Leon Panetta ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ກໍ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ
ນຶ່ງ​ເຊ່ນ​ກັນ ​ໂດຍ​ເຕືອນວ່າ ການ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈະ​ທໍາ
ລາຍ​ການ​ປ້ອງ​ກັນ​ປະ​ເທດ​ນັ້ນ.

ຍັງ​ເວລາ​ເຫລືອ​ຢູ່​ອີກ​ປີ​ນຶ່ງ​ກ່ອນ​ການ​ຕັດ​ຄ່າ​ໃຊ້​ຈ່າຍ​ນີ້​ຈະ​ມີ​ຜົນ​ບັງຄັບ​ໃຊ້ ພວກ​ນັກ​ຊ່ຽວ
ຊານ​ກ່າວ​ວ່າ ການ​ເອົາມາດ​ຕະການ​ທາງ​ເລືອກ​ອື່ນໆ​ນັ້ນສາມາດ​ຈັດ​ຂຶ້ນ​ໄດ້.

XS
SM
MD
LG