ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ສຫລ ຢ້ຽມຢາມ ກຳປັ່ນບັນທຸກເຮືອບິນ ຢູ່ໃນທະເລຈີນໃຕ້


ຢູ່ໃນຮູບນີ້ ທີ່ສະໜອງໂດຍ ກອງທັບເຮືອສະຫະລັດ ສະແດງ ໃຫ້ເຫັນ ກຳປັ່ນບັນທຸກເຮືອບິນ ຊະນິດ Nimitz USS John C. Stennis (CVN 74) ແລ່ນຜ່ານ ຊ່ອງແຄບ ຂອງ Hormuz.
ຢູ່ໃນຮູບນີ້ ທີ່ສະໜອງໂດຍ ກອງທັບເຮືອສະຫະລັດ ສະແດງ ໃຫ້ເຫັນ ກຳປັ່ນບັນທຸກເຮືອບິນ ຊະນິດ Nimitz USS John C. Stennis (CVN 74) ແລ່ນຜ່ານ ຊ່ອງແຄບ ຂອງ Hormuz.

ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ash Carter ກຳລັງຢ້ຽມຢາມ ກຳ​ປັ່ນຮົບ ສະຫະລັດ ຢູ່ໃນທະເລຈີນໃຕ້ ເພື່ອເນັ້ນຢ້ຳເຖິງຄວາມໝັ້ນໝາຍຕໍ່ຄວາມໝັ້ນຄົງ ໃນຂົງ​ເຂດດັ່ງກ່າວ ຂອງສະຫະລັດ ບ່ອນທີ່ມີບັນຫາຂັດແຍ້ງ ​ເລື້ອງເຂດນ້ຳແດນດິນ ທີ່ໄດ້ເຮັດ ໃຫ້ຈີນ ເປັນຝ່າຍ​ເກາະຜິດກັບບັນດາປະເທດເພື່ອນບ້ານ.

ທ່ານ Carter ໄດ້ປະກາດໃນພິທີປິດ Balikatan ຊຶ່ງ​ເປັນການເຝິກຊ້ອມຮ່ວມກັນ ລະ ຫວ່າງ ສະຫະລັດ ແລະຟີລິບປິນ ໃນວັນສຸກມື້ນີ້ ວ່າ “​ໃນ​ຕອນ​ບ່າຍ​ຂອງມື້ນີ້ ຂ້າພະເຈົ້າ ຈະໄປຢ້ຽມຢາມ ກຳປັ່ນບັນທຸກເຮືອບິນ USS John C. Stennis ທີ່ກຳລັງແລ່ນ ຢູ່ໃນ ທະເລຈີນໃຕ້ ຫຼັງຈາກ ບາງສ່ວນ ຂອງພວ​ກທະຫານເຮືອ ແລະທະຫານນາວິກະໂຍທິນ ຈຳນວນໜຶ່ງ ໄດ້ເຂົ້າຊ້ອມ​ລົບ ຮ່ວມກັນນັ້ນ.”

ທ່ານໄດ້ກ່າວວ່າ ຄວາມໝັ້ນຄົງໃນຂົງເຂດ ແມ່ນຄືກັນກັບອາກາດບໍລິສຸດ ຖ້າມັນມີພຽງພໍ ມັນກໍຈະບໍ່ຮູ້ສຶກເລີຍ. ທ່ານເວົ້າຕື່ມວ່າ “ຖ້າ​ຫາກ​ວ່າ ເວລາທ່ານບໍ່ມີພຽງພໍແລ້ວ ທ່ານຈະ ບໍ່ສາມາດຄິດເຖິງ​ເລື້ອງໃດໆເລີຍ.”

ທ່ານ Carter ໄດ້ກ່າວວ່າ ກິດຈະກຳຕ່າງໆ ຄືກັບການເຝິກຊ້ອມ ທາງດ້ານທະຫານ ຮ່ວມກັນ ລະຫວ່າງສະຫະລັດ ແລະຟີລິບປິນ ທີ່ຫາກໍເສັດສິ້ນໄປນັ້ນ ຊຶ່ງ​ມັນມີຄວາມ ສຳຄັນ ຕໍ່ການປົກປ້ອງຄວາມໝັ້ນຄົງໃນຂົງເຂດ. ທ່ານ ໄດ້ເປີດເຜີຍ ໃນວັນພະຫັດ
ວານນີ້ ວ່າ ທະຫານສະຫະລັດ ກຳລັງເພີ້ມການມີໜ້າ ແລະ ຍຸດໂທປະກອນ ທີ່ສົ່ງເສີມ ກອງກຳລັງແບບໝູນວຽນ ຢູ່ໃນພວກໝູ່ເກາະດັ່ງກ່າວນັ້ນ. ທ່ານ Carter ໄດ້ກ່າວວ່າ ການລາດຕະເວນໃນທະເລຈີນໃຕ້ ເທື່ອທຳອິດຮ່ວມກັນ ໄດ້ດຳເນີນໄປ ໃນເດືອນມີນາ ຜ່ານມາ ແລະ ເທື່ອທີສອງ ໄດ້ປະຕິບັດເປັນທີ່ສຳເລັດແລ້ວ ໃນຕົ້ນເດືອນເມສານີ້.

ຄັ້ງ​ນີ້​ແມ່ນ​ເປັນການຢ້ຽມຢາມເຮືອຮົບຂອງສະຫະລັດ ເທື່ອທີສອງ ໂດຍລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ຢູ່ໃນໜ່ານນ້ຳ ທີ່ມີການຂັດແຍ້ງກັນຢ່າງຮ້ອນແຮງ. ເມື່ອ ເດືອນພະຈິກປີກາຍນີ້ ທ່ານໄດ້ໄປຢ້ຽມເຮືອ USS Theodore Roosevelt ໃນຂະນະ
ທີ່ ແລ່ນຢູ່ທາງທິດຕາເວັນຕົກສຽງເໜືອ ຂອງເກາະ Borneo. ໃນລະຫວ່າງການຢ້ຽມ ຢາມຄັ້ງນັ້ນ ທ່ານ Carter ໄດ້ຍອມຮັບວ່າ ການຢຸດແວ່ຂອງທ່ານ ແມ່ນໄດ້ຖືກຈັບຕາເບິ່ງ ຍ້ອນຄວາມເຄັ່ງຕຶ່ງຢູ່ໃນຂົງເຂດ ທີ່ມີບັນຫາຂັດແຍ້ງຂອງໝູ່ເກາະ.

ຂໍ້ຄວາມໃນ Twitter ຂອງ ທ່ານ Ash Carter

US South China Sea
please wait
Embed

No media source currently available

0:00 0:00:38 0:00

ອ່ານຂ່າວ ເລື່ອນີ້ ເປັນພາສາອັງກິດ

XS
SM
MD
LG