ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ກ່າວວ່າ ຈີນ ອາດ​ສ້າງ​ກຳ​​ແພງ​ ໂດດດ່ຽວ​​ຕົນ​ເອງ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ກ່າວຄຳປາໄສ ທີ່ມີຊື່ວ່າ "ຮັບມືກັບບັນຫາທ້າທາຍ ດ້ານຄວາມໝັ້ນຄົງ ທີ່ສັບຊ້ອນຂອງເອເຊຍ" ຄັ້ງກອງປະຊຸມ
ຄັງທີ 15 ຂອງສະຖາບັນຍຸດທະສາດ ຄົ້ນຄວ້ານາໆຊາດ Shangri-La Dialgue ທີ່ປະເທດສິງກະໂປ ໃນວັນເສົາມື້ນີ້.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ກ່າວຄຳປາໄສ ທີ່ມີຊື່ວ່າ "ຮັບມືກັບບັນຫາທ້າທາຍ ດ້ານຄວາມໝັ້ນຄົງ ທີ່ສັບຊ້ອນຂອງເອເຊຍ" ຄັ້ງກອງປະຊຸມ ຄັງທີ 15 ຂອງສະຖາບັນຍຸດທະສາດ ຄົ້ນຄວ້ານາໆຊາດ Shangri-La Dialgue ທີ່ປະເທດສິງກະໂປ ໃນວັນເສົາມື້ນີ້.

ຈີນ “​ໃນ​ທີ່​ສຸດອາດ​ສ້າງ​ກຳແພງ​ໃຫຍ່ໂດດດ່ຽວຕົນ​ເອງ” ​ຖ້າ​ຫາກ​ຈີນຍັງສືບ​ຕໍ່ ​ທຳ​ການທ້າ ທາຍ​ໂດຍ​ເຮັດ​ໃຫ້​ໝູ່​ເກາະ​ໝູ່​ດອນ​ນ້ອຍໆ​ທີ່​ຍັງ​ມີ​ການ​ຂັດ​ແຍ້​ງໃນ​ທະ​ເລ​ຈີນ​ໃຕ້ ກາຍ​ເປັນ​ເຂດ​ແຂ່ງຂັນ​ທາງ​ທະຫານນັ້ນຄື​ຄຳ​ເວົ້າຂອງລັດຖະມົນຕີ​ປ້ອງ​ກັນປະ​ເທດສະຫະລັດ ທ່ານ Ash Carter ທີ່​ກ່າວ​ໃນ​ວັນ​ເສົາ​ມື້​ນີ້​.

ທ່ານ Carter ກ່າວ​ຕໍ່​ບັນດາ​ລັດຖະມົນຕີ​ປ້ອ​ງກັນ​ປະ​ເທດ ​ໃນ​ເຂດ​ເອ​ເຊຍ​ວ່າ ພວກນັກວິ ເຄາະ​ດ້ານຄວາມ​ປອດ​ໄພ​ ແລະ​ນັກປາດ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມວ່າ​ ດ້ວຍ​ຄວາມ​ໝັ້ນຄົງ Shangri-La ທີ່​ປະ​ເທດ​ສິງກະໂປ​ວ່າ "​ມີ​ຄວາມ​ເປັນ​ຫ່ວງ​ກັງວົນຫຼາຍຂຶ້ນ” ກ່ຽວ​ກັບການ ເຄື່ອນ​ໄຫວຂອງ​ຈີນ​ຢູ່​ໃນ​ເຂດ​ນ່ານນ້ຳ​ຍຸດ​ທະສາດ​ດັ່ງກ່າວ​ແລະໃນແຫ່ງ​ອື່ນໆ.

ຄວາມເປັນ​ຫ່ວງກັງວົນ​ໂດຍ​ສະ​ເພາະ​ກໍ​ແມ່ນ​ວ່າ ຈີນ​ຈະ​ທຳ​ການຖົມ​ດິນ​ທີ່ເກາະ Scarbo- rough ຫຼືບໍ່ ​ຊຶ່ງຕັ້ງ​ຢູ່ 200 ກິ​ໂລ​ແມັດ​ ທາງ​ພາກ​ຕາ​ເວັນ​ຕົກ​ຂອງອ່າວ Subic ​ແລະ​ຍັງ​ໄດ້ ອ້າງເອົາກຳມະສິດ​ໂດຍຟິລິບ​ປີນ​ເຊັ່ນ​ດຽວ​ກັນ.

ທ່ານ Cater ກ່່າວວ່າ ການເຄື່ອນ​ໄຫວ​ດັ່ງກ່າວ​ຈະ​ເປັນ “ການ​ກໍ່ກວນທ້າທາຍແລະ​ບໍ່​ມີ​ສະຖຽນ​ລະ​ພາບ.”

​ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ຂ່າວ​ໃນເວລາ​ຕໍ່​ມາ​ຂອງວັນ​ດຽວ​ກັນນັ້ນ ລັດຖະມົນ ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດກ່າວ​ວ່່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໂດຍ​ຈີນຈະ​ກໍ່​ໃຫ້​ເກີດ​ປະຕິກິ​ຍາ​ຈາກ​ສະຫະລັດ ​ແລະ​ປະ​ເທດ​ອື່ນໆ.”

ທ່ານ Cater ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “​ມັນ​ຈະ​ເປັນ​ປະຕິກິລິຍາ​ຈາກ​ທຸກໆ​ປະ ​ເທດ​ທີ່​ຢູ່​ໃນ​ຂົງ​ເຂດ ​ແລະ​ຈະ​ເປີດ​ເຜີຍ​ອອກ​ມາ​ເມື່ອ​ເຖິງ​ເວລາ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ມີຄວາມ​ເປັນ​ຫ່ວງກັງວົນ​ເພີ້​ມຂຶ້ນ​ຕໍ່​ກິດຈະການ​ດັ່ງ​ກ່າວ. ບັນດາ​ປະ​ເທດ​ຕ່າງ​ຢູ່​ໃນຈຳນວນ​ເພີ້ມຂຶ້ນຢູ່​ ໃນ​ຂົງ​ເຂດ ພວມປະສານ​ງານກັນ​ກ່ຽວ​ກັບ​ຄວາ​ມປອດ​ໄພ​ທາງ​ທະ​ເລ ​ໃນ​ໝູ່​ເຂົາ​ເຈົ້າ​ເອງ ແລະ​ມ​າຫາ​ສະຫະລັດ.”

ລັດຖະມົນຕີປອ້ງກັນປະເທດ ສະຫະລັດ ທ່ານ Ash Carter, ທີສອງຈາກຊ້າຍ, ພົບປະກັບ ທ່ານ John McCain ສະມາຊິກສະພາສູງ ສະຫະລັດ ຢູ່ນອກກອງປະຊຸມ Shangri-La Dialogue ທີ່ປະເທດ Singapore.
ລັດຖະມົນຕີປອ້ງກັນປະເທດ ສະຫະລັດ ທ່ານ Ash Carter, ທີສອງຈາກຊ້າຍ, ພົບປະກັບ ທ່ານ John McCain ສະມາຊິກສະພາສູງ ສະຫະລັດ ຢູ່ນອກກອງປະຊຸມ Shangri-La Dialogue ທີ່ປະເທດ Singapore.

ທ່ານ​ນາງ Bonnie Glaser ຫົວໜ້າ​ຫ້ອງການ​ໂຄງການ​ອຳນາດ​ຈີນທີ່​ສູ​ນກາງ ​ຍຸດ​ທະ​ສາດ ​ແລະການ​ສຶກສາ​ນາໆ​ຊາດ ກ່າວ​ຕໍ່​ຂ່າວ ວີ​ໂອ​ເອ ວ່າ ການ​ຕອບ​ໂຕ້​ຢ່າງ​ນຶ່ງ​ທີ່ເປັນ ໄປ​ໄດ້ອາດແມ່ນວໍ​ຊິງ​ຕັນ ​ໄດ້ປະກາດ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ວ່າ ສົນທິສັນຍາ​ດ້ານປ້ອງ ກັນປະ​ເທດສອງ​ຝ່າຍ ກັບ​ຟິລິບ​ປີນ ບໍ່​ຢູ່​ໃນ​ຂ​ອບ​ເຂດ​ຈຳກັດ ​ດ້ານ​ພູມ​ສາດ ​ແລະ​ສະ​ນັ້ນ “ຖ້າຫາກກຳລັງຟິລິບ​ປີນ ຫລື​ຖານ​ທັບ​ຕ່າງໆ ​ຖືກ​ໂຈມ​ຕີ​ຢູ່​ບ່ອນ​ໃດ​ກໍ​ຕາມ ສະຫະລັດຈະ ​ມີພັນທະ​ເຂົ້າ​ມາ​ໃຫ້ການ​ຊ່ວ​ຍ​ເຫ​ລື​ອ​ແກ່​ເຂົາ​ເຈົ້າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG