ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ປະຊຸມ ກັບເຈົ້າໜ້າທີ່ທະຫານ ແລະນັກການທູດ ສຫລ ທີ່ຄູເວດ


ທ່ານ Ashton Carter ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ
ທ່ານ Ashton Carter ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ

ທ່ານ Ashton Carter ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​
ຂອງ​ສະຫະລັດ​ ​ທຳ​ການ​ພົບ​ປະ​ຫາລື​ກັນ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ຄູ​ເວດ
ກັບ​ບັນດາຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ ​ແລະ​ບັນດາ​ນັກ​ການ
​ທູດ ຂອງ​ສະຫະລັດ ກ່ຽວ​ກັບ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ສະ
ຫະລັດ ​ເພື່ອ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ​ນັ້ນ.

ທ່ານ Carter ​ໄດ້​ບິນ​ໄປ​ຍັງນະຄອນ​ຄູ​ເວດ ຈາກ​ອັຟກາ​ນິສຖານ
ບ່ອນ​ທີ່​ທ່ານເປັນ​ປະທານ​ໃນ​ກອງ​ປະຊຸມ ທີ່ຖານ​ທັບ Arifjan
​ຂອງ​ກອງທັບ​ບົກ​ສະຫະລັດ. ນອກ​ຈາກພວກ​ນາຍ​ທະຫານ​ແລ້ວ
ຍັງ​ມີ​ພວກ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ຈາກ​ຈໍ​ແດນ ​ແລະ​
​ແຫ່ງ​ອື່ນໆ​ອີກ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ເຂົ້າ​ຮ່ວມ​ກອງ​ປະຊຸມ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ພົບ​ປະກັນ​ດັ່ງກ່າວ ບໍ່​ຄາດ​ວ່າ​ຈະ​ບັນ​ລຸ​ຍຸດ​ທະ​ສາດ​ໃໝ່​
ເພື່ອ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອິສລາມ​ແຕ່​ຢ່າງ​ໃດ ​ແຕ່ແມ່ນ​ເພື່ອ ອຳນວຍໃຫ້​ທ່ານ Carter ​ເຂົ້າ​
ອົກ​ເຂົ້າ​ໃຈດີ​ຂຶ້ນ​ກ່ຽວ​ກັບ​ຄວາມ​ພະຍາ ຍາມ​ຕ່າງໆ ທີ່​ກຳລັງ​ດຳ​ເນີນ​ການ​ໃນ​ປັດຈຸບັນ
​ເພື່ອ​ປາບ​ກຸ່ມ​ລັດ​ອິສລາມ​ນັ້ນ.

​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ Ashton ​ໄດ້​ຢ້ຽມຢາມ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານ ​ເພື່ຶອ
ທົບ​ທວນ​ເບິ່ງ​ແຜນການ​ຕ່າງໆ ​ເພື່ອ​ຖອນ​ທະຫານ​ສະຫະລັດ​ອອກ​ຈາກ​ອັຟກາ​ນິສຖານ​ພາຍໃນ​ສອງ​ປີ​ຕໍ່ໜ້າ​ນີ້. ທ່ານ​ໄດ້​ພົບ​ປະ​ກັບ​ພວກ​ທະຫານ​ສະຫະລັດ​ທີ່​ຖານ​ທັບ​ອາ​ເມຣິກັນ
ທີ່​ເມືອງ​ກັນດາ​ຮາ ​ແລະ​ໄດ້ຮັບ​ຟັງ​ລາຍ​ງານ​ໂດຍ​ສັງ​ເຂ​ບ ກ່ຽວ​ກັບ​ສະພາບ​ການ​ຂອງ​ຄວາມ
ພະຍາຍາມ​ຂອງ​ແນວ​ໂຮມ ​ເພື່ອ​ເຝິກ​ແອບ ​ໃຫ້​ຄຳ​ແນະນຳ ​ແລະ​ຊ່ອຍ​ກຳລັງ​ຂອງ​ອັຟກາ
ນິສຖານ​ນັ້ນ.

kuwaitcarter23february15
please wait

No media source currently available

0:00 0:01:41 0:00

XS
SM
MD
LG