ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ປ້ອງກັນ ປະເທດ ສຫລ ປຶກສາຫາລືກັບ ອິສຣາແອລ ເລື້ອງຂໍ້ຕົກລົງ ນິວເຄລຍ ອີຣ່ານ

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Ash Carter, ລັດຖະມົນຕີ ປ້ອງກັນປະເທດ ອິສຣາແອລ Moshe Ya'alon, ກາງ, ແລະ ທະຫານປ້ອງກັນປະເທດ ອິສຣາແອລ ຜູ້ບັນຊາການ ກອງພັນທີ 91 Moni Katz, ຂວາ, ຊົມທິວທັດ ຈາກພູເຂົາ ຮູລາ ຈາກຫໍສັງເກດການ Hussein ໃກ້ກັບເມືອງ Kiryat Shmona, ປະເທດ ອິສຣາແອລ, 20 ກໍລະກົດ, 2015.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ພວມຢ້ຽມຢາມ​ປະ​ເທດ ອິສຣາແອລ ໃນ​ການ​ເດີນທາງ​ຮອບ​ທຳ​ອິດ ​ເພື່ອ​ພົບ​ປະກັ​ບບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ພາກ​ພື້ນ ກ່ຽວ​ກັບ ຂໍ້​ຕົກລົງ ນິວ​ເຄລຍສາກົນ ກັບ ອີຣ່ານ ​ແລະ ການ​ຕໍ່ສູ້​ທີ່​ດຳ​ເນີນ​ຢູ່ ກັບ​ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ.

ທ່ານ Carter ໄດ້ເຂົ້າປະຊຸມໃນວັນຈັນມື້ນີ້ກັບ ລັດຖະມົນຕີ ປ້ອງກັນ ປະເທດ ອິສຣາແອລ ທ່ານ Moshe Ya'alon ແລ້ວ ທ່ານກໍຈະ ເດີນທາງໄປພາກເໜືອຂອງ ອິສຣາແອລ ເພື່ືອກວດກາ​ເບິ່ງ ສະຖານະການໃນເຂດຊາຍແດນຕິດກັບ ເລບານອນ ຊ່ຶງນັກ​ຂ່າວ​ກ່າວ​ວ່າ “ລວມທັງໄພຂົ່ມ ຂູ່ທີ່ ອິສຣາແອລ ປະເຊີນໜ້າ ກັບພວກ Hezbollah ນັ້ນ​ນຳ”

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ຂວາ) ແລະ ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ທ່ານ Moshe Ya'alon ຈັບມືກັນໃນລະຫວ່າງການ ປະຊຸມຖານທັບ Kirya ໃນເມືອງ Tel Aviv, ປະເທດ ອິສຣາແອລ. 20 ກໍລະກົດ 2015.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ຂວາ) ແລະ ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ທ່ານ Moshe Ya'alon ຈັບມືກັນໃນລະຫວ່າງການ ປະຊຸມຖານທັບ Kirya ໃນເມືອງ Tel Aviv, ປະເທດ ອິສຣາແອລ. 20 ກໍລະກົດ 2015.

ທ່ານ​ມີ​ກຳນົດ​ທີ່​ຈະ​ຈັດການ​ເຈ​ລະ​ຈາ​ກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ຜູ້​ທີ່​ຕໍ່​ຕ້ານ​ຂໍ້​ຕົກ​ນິວ​ເຄລຍກັບ ອີ​ຣ່ານ, ​ໂດຍ​ເອີ້ນ​ມັນ​ວ່າ “ຄວາມ​ຜິດພາດຢ່າງ​ເປັນປະຫວັດ​ການ.”

ທ່ານ Carter ກ່າວ​ວ່າ ທ່ານບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ພະຍາຍາມ​ພິກ​ປີ້ນທ່າ​ທີ​ຂອງ ທ່ານ Netanyahu, ​ແລະ ວ່າ​ພວກ​ເພິ່ນ​ຈະ​ປຶກສາ​ຫາລື​ ແຜ​ນຍຸດ​ທະ​ສາດ​ໃນ​ພາກ​ພື້ນ ​ແລະ ຄວາມ ສາມາດ​ຂອງ​ທັງ​ສອງ​ປະ​ເທດດັ່ງກ່າວ.

US Israel Defense
please wait
Embed

No media source currently available

0:00 0:01:44 0:00

XS
SM
MD
LG