ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ງົບປະມານໃໝ່ ຈະເພີ່ມກຳປັ່ນ ເຮືອບິນຮົບ ແລະ ກຳລັງທະຫານ ໃຫ້ກອງທັບ ສະຫະລັດ


US Defense Budget Adds Aircraft Carrier, Fighter Jets, Increases Military Force Size
please wait

No media source currently available

0:00 0:02:23 0:00

ປະທານາທິບໍດິີ ດໍໂນລ ທຣຳ ໄດ້ສະເໜີງົບປະມານປ້ອງກັນ ປະເທດ 668 ຕື້ໂດລາສຳ ລັບສົກປີທີ່ໃກ້ຈະມາເຖິງນີ້, ເຊິ່ງເກີນຂີດ ຈຳກັດຂອງລັດຖະສະພາປະມານ 52 ຕື້ໂດລາ. ງົບປະມານດັ່ງກ່າວ ຈະຂະຫຍາຍກອງກຳລັງຫຼາຍສິບພັນຄົນ, ເຊິ່ງເປັນການເຄື່ອນໄຫວ ທີ່ສຳຄັນ ສຳລັບກອງທັບອາກາດ ສະຫະລັດ, ເຊິ່ງປະຈຸບັນນີ້ ຂາດນັກ ບິນຫຼາຍຮ້ອຍຄົນ. ນັກຂ່າວວີໂອເອປະຈຳທຳນຽບຫ້າແຈ Carla Babb ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະ
ສອນ ຈະນຳລາຍ ລະອຽດມາສະເໜີທ່ານ.

ການປົກປ້ອງ ອາເມຣິກາ ແລະ ຂະຫຍາຍອຳນາດໄປທົ່ວໂລກ ແມ່ນທຸລະກິດທີ່ມີລາຄາ
ແພງ.

ທ່ານ John Roth ຫົວໜ້າການເງິນທຳນຽບຫ້າແຈກ່າວວ່າ “ໂລກ ຂອງພວກເຮົາໄດ້ ກາຍເປັນບ່ອນທີ່ມີອັນຕະລາຍຫຼາຍຂຶ້ນກວ່າເກົ່າ, ຍ້ອນການຂະຫຍາຍຕົວຂອງລັດ ທິກໍ່ການຮ້າຍ ແລະ ການມີທ່າທີຮຸກຮານຫຼາຍຂຶ້ນກວ່າເກົ່າຂອງ​ພວກ​ທີ່​ອາດ​ເປັນ​
ປໍ​ລະ​ປັກ."

ງົບປະມານປ້ອງກັນປະເທດຄັ້ງຫຼ້າສຸດນີ້ ຈະສາມາດຊື້ກຳປັ່ນໄດ້ 6 ລຳ, ລວມທັງກຳປັ່ນ ບັນທຸກເຮືອບິນໃໝ່ລຳໜຶ່ງ, ພ້ອມກັບເຮືອບິນຮົບໃໝ່ຫຼາຍລຳ. ນອກ​ນັ້ນຍັງຈະຂະຫຍາຍ ກຳລັງສູ້ຮົບ ສະຫະລັດ ຫຼາຍກວ່າ 56,000 ຄົນ, ຜູ້ຊ່ຽວຊານດ້ານການຊື້ຂາຍກ່າວວ່າ ມັນມີຄວາມສຳຄັນຫຼາຍ ແລະ ຄວນ​ມີ​ມາ​ແຕ່ດົນນານ​ແລ້ວ.

ທ່ານ John Venable ຈາກມູນນິທິ Heritage ກ່າວວ່າ “ເຈົ້າມີພາ ລະກິດທີ່ຖືກກຳນົດ
ໄວ້ວ່າ ການປະຕິບັດການ ແມ່ນໄດ້ຖືກມອບໝາຍໂດຍ ສະຫະລັດ ແລະ ພວກເຮົາ
ໄດ້ໃຫ້ທຶນ 75 ຫາ 80 ເປີເຊັນສຳ ລັບສິ່ງພວກເຂົາເຈົ້າຕ້ອງການເຮັດ ເປັນເວລາດົນ
ນານແລ້ວ. ຕອນນີ້, ເງິນປັນຜົນແມ່ນໄດ້ຖືກໃຊ້ຈ່າຍໃນການບູລະນະອຸປະກອນເກົ່າ
ແລະ ຄົນຜູ້ຄົນທີ່ໝົດກຳລັງໃຈ ແລະເຈົ້າກໍໄດ້ແຕ່ແນມເບິ່ງ ນັກບິນທີ່ມີພອນສະຫວັນ ລາອອກຍ້ອນບັນຫານັ້ນ.”

ກອງທັບອາກາດພຽງຜູ້ດຽວ ຕອນນີ້ ​ແມ່ນ​ຕ້ອງການ​ນັກບິນບໍ່ຕໍ່າກວ່າ 1,500 ຄົນ ແລະ
ນາຍພົນ Carton Everhart ຜູ້ບັນຊາການກອງໜ່ວຍ​ບິນ​ເຄື່ອນ​ທີ່ ​ຂອງ ສະຫະລັດ ໄດ້ ກ່າວຕໍ່ວີໂອເອວ່າ ການຂາດ ແຄນອາດມີ​ຄວາມຮ້າຍແຮງກວ່າເກົ່າ ໃນໄວໆນີ້.

ນາຍພົນ Carlton Everhart ກ່າວວ່າ “ພວກເຮົາມີນັກບິນ 1,600 ຄົນທີ່ມີສິດລາ
ອອກໄດ້ໃນ​ໄລຍະສີ່ປີທາງໜ້າ. ດັ່ງນັ້ນ, ຖ້າທ່ານເບິ່ງສິ່ງທີ່ພວກເຮົາເຮັດຢູ່ທຸກມື້ນີ້, ມັນແມ່ນບັນຫາທີ່ໃຫຍ່.”

ນອກຈາກຈະມີນັກບິນ ແລະ ເຮືອບິນຮົບເພີ່ມເຕີມແລ້ວ, ກອງທັບອາ ກາດກໍຈະສາມາດ
ຊື້ເຮືອບິນເຕີມນໍ້າມັນໃໝ່ 15 ລຳ ເຊິ່ງມີຄວາມຕ້ອງ ການເພື່ອສະໜັບສະໜູນການໂຈມ
ຕີທາງອາກາດ ແລະການ​ປະຕິບັດ​ການ​ເກັບ​ກຳຂໍ້ມູນລັບ ຢູ່ທົ່ວໂລກ, ລວມທັງການປະ
ຕິບັດການໂຈມຕີພວກຫົວຮຸນແຮງ, ການປະຕິບັດການ ປາບປາມພວກລັດອິສລາມ ໃນ
ອີຣັກ ແລະ ຊີເຣຍ.

ນາຍພົນ Carlton Everhart ກ່າວວ່າ “90 ເປີເຊັນ ຂອງການເຕີມ ເຊື້ອໄຟທຸກໆຄັ້ງ ​
ແມ່ນ​ມີຂຶ້ນດ້ວຍການປະຕິບັດທີ່​ໄດ້​ຮັບ​ການຊ່ວຍເຫຼືອໂດຍເຮືອບິນເຕີມນໍ້າມັນຂອງ
ພວກເຮົາ. 90 ເປີເຊັນ.”

ແຕ່​ເຖິງ​ແມ່ນ​ໄດ້​ຮັບເຮືອບິນເຕີມນໍ້າມັນໃໝ່​ແລ້ວ​ກໍ​ຕາມ, ເຮືອບິນ​ເຕີມ​ນໍ້າມັນເກົ່າທີ່ໃຊ້ ໃນທຸກມື້ນີ້ ກໍຍັງຈະຖືກສັ່ງໃຫ້ບິນຕໍ່​ໄປ​ອີກເປັນເວລາດົນປະມານ 100 ປີ ກ່ອນທີ່ກອງທັບ ອາກາດຈະສາມາດປົດກະສຽນມັນ.

ງົບປະມານກໍຈະສະໜອງເງິນ 65 ຕື້ໂດລາ ໃຫ້ກັບກອງທຶນສຳຮອງ ສຳລັບການປະຕິບັດ ການຕ່າງປະເທດໃນອັຟການິສຖານ, ອີຣັກ ແລະ ບ່ອນອື່ນໆ.

ໃນຂະນະທີ່ການຂະຫຍາຍງົບປະມານ ສຳລັບກະຊວງປ້ອງກັນປະເທດໄດ້ມີຂື້ນ ໃນເວ
ລາທີ່ມີການຕັດງົບປະມານ ໂຄງການທາງສັງຄົມ ຫຼາຍ ໂຄງການນັ້ນ, ທ່ານ Venable
ກ່າວວ່າ ຄວາມບົກຜ່ອງຂອງກະຊວງ ປ້ອງກັນປະເທດ ສະຫະລັດ ຕ້ອງ​ໄດ້​ຮັບແກ້ໄຂ ເພື່ອທີ່ຈະເຮັດໃຫ້ ອາເມຣິກາ ແລະ ພັນທະມິດມີຄວາມປອດໄພ ໃນຂະນະທີ່ພວກເຂົາ
ເຈົ້າປົກປ້ອງ ອິດສະຫຼພາບໃນການ​ເຄື່ອນ​ໄຫວ​ໄປມາ ຢູ່​ໃນທົ່ວໂລກ.

ທ່ານ JV Venable ກ່າວວ່າ “ໂລກຕ້ອງການກອງທັບ ສະຫະລັດ ທີ່ເຂັ້ມແຂງ ເພື່ອ ເຮັດໃຫ້ມັນເປັນໄປໄດ້, ບໍ່ວ່າຈະມັກ ຫຼື ບໍ່ກໍຕາມ.”

ແຜນງົບປະມານຕອນນີ້ແມ່ນໄດ້ຖືກສະເໜີໃຫ້ລັດຖະສະພາແລ້ວ, ເຊິ່ງ ພັກຣີພັບບລີກັນ ແລະພັກເດໂມແຄຣັດ ຈະເປັນຜູ້ຕັດສິນກ່ຽວ​ກັບ​ການ ຕົກລົງ ຂັ້ນສຸດທ້າຍ.

((INTRO:)) [[President Donald Trump has put forward a $668 billion defense budget for the upcoming fiscal year -- about $52 billion over congressional spending caps. The budget grows the size of the force by tens of thousands, a very important move for the U.S. Air Force, which is currently short hundreds of pilots. VOA Pentagon correspondent Carla Babb has more.]]

((NARRATOR))
Protecting America and projecting power across the globe is an expensive business.

((OPTIONAL)) ((JOHN ROTH, PENTAGON CHIEF FINANCIAL OFFICER))
"The world has become a more dangerous place, with rising terrorism and more aggressive potential adversaries."

((NARRATOR)) ((MORE CARRIER FOOTAGE, then fighter Jet footage))
The latest defense budget buys six ships, including a new aircraft carrier, along with several new fighter jets. It also grows the U.S. fighting force by more than 56,000 —purchases experts say are critical and long overdue.

((JOHN 'JV' VENABLE, THE HERITAGE FOUNDATION))
"You have a mission set that the services have been given by the United States, and we have funded it at 75 to 80 percent of what they need to do that job for so long. Right now, the dividends are paid in worn equipment and people who are discouraged and you're watching the flight of talent leave because of that."

((NARRATOR))
The Air Force alone is currently short 1,500 pilots. And Air Force General Carlton Everhart, the commander of U.S. Air Mobility Command, told VOA the shortage soon could get worse.

((GENERAL CARLTON EVERHART, COMMANDER, US AIR MOBILITY COMMAND)
"We have 1,600 pilots eligible to separate in the next four years. So, yeah, if you look at things we're doing every day, it's a big deal."

((NARRATOR))
In addition to more pilots and fighter jets, the Air Force will be able to purchase 15 new, modernized air tankers needed to fuel the military's airstrikes and intel gathering in operations across the globe, including Operation Inherent Resolve, the counter-Islamic State operation in Iraq and Syria.

((GENERAL CARLTON EVERHART, COMMANDER, US AIR MOBILITY COMMAND)
"90 percent of all refuelings that have happened in that operation has been on the backs of our tankers. 90 percent!"

((NARRATOR))
But even with new tankers, the old tankers used today will still have to be flown for about 100 years before the Air Force can retire them.

((AFGHANISTAN FOOTAGE, IRAQ FOOTAGE))
The budget also would provide nearly $65 billion for a contingency fund for overseas operations in Afghanistan, Iraq and elsewhere.

((FOOTAGE OF TANKS, EQUIPMENT))
And while the defense increases come at a time when the budget slashes many social programs, Venable says U.S. defense holes must be filled in order to keep America and its allies safe while protecting freedom of movement across the globe.

((JV VENABLE, THE HERITAGE FOUNDATION))
"The world needs a strong U.S. military to make that happen, like it or not."

((NARRATOR)) (CONGRESS FOOTAGE))
The budget will now go to Congress, where Republicans and Democrats will work to out a final deal.

XS
SM
MD
LG