ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ຈະເປີດເຜີຍ ແຜນປ້ອງກັນປະເທດໃໝ່


ປະທານາທິບໍດີ ບາຣັກ ໂອບາມາ ແລະທ່ານລີອອນ ພະແນຕຕາ ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄປມີໜ້າພ້ອມກັນຢູ່ທໍານຽບ 5 ແຈ ເພື່ອປະກາດແຜນການປ້ອງກັນປະເທດໃໝ່,
ວັນທີ 5 ມັງກອນ 2012.
ປະທານາທິບໍດີ ບາຣັກ ໂອບາມາ ແລະທ່ານລີອອນ ພະແນຕຕາ ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄປມີໜ້າພ້ອມກັນຢູ່ທໍານຽບ 5 ແຈ ເພື່ອປະກາດແຜນການປ້ອງກັນປະເທດໃໝ່, ວັນທີ 5 ມັງກອນ 2012.

ຄາດ​ກັນວ່າ ໃນວັນ​ພະຫັດ​ມື້ນີ້ ​ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ​ ຈະ​ເປີດ​ເຜີຍ​ ແຜນການ​ປ້ອງ​ກັນ​ປະ​ເທດ​ໃໝ່​ ທີ່​ສະທ້ອນ​ເຖິງການ​ຕັດ​ງົບ ປະມານ​ລົງ​ເປັນເງິນ​ຫລາຍ​ຕື້​ດອນ​ລາ​ ແລະ​ຢຸດ​ຕິຍຸດ​ທະ​ສາດ​ທີ່​ໃຊ້​ມາ​ເປັນ​ເວລາຫລາຍ​ທົດສະ​ວັດ ​ໃນ​ການ​ກຽມ​ພ້ອມ​ເພື່ອ​ການ​ຕໍ່ສູ້​ສອງສົງຄາມ​ພ້ອມ​ກັນ​ບາດ​ດຽວ​ນັ້ນ.

ໃນ​ການ​ປາກົດ​ໂຕ​ຮ່ວມ​ກັນ​ທີ່ບໍ່​ຄ່ອຍ​ມີຂຶ້ນນັ້ນ ​ປະທານາທິບໍດີ​ໂອ​ບາ​ມາ​ຈະ​ໄປ​ມີໜ້າ​ຢູ່​ທີ່​ທໍານຽບຫ້າ​ແຈ ​ຮ່ວມ​ກັບລັດຖະມົນຕີ​ປ້ອງ​ກັນ​ປະເທດ​ Leon Panetta ແລະ​ພວກ​ຫົວໜ້າ​ເສນາ​ທິການ​ຮ່ວມ​ຂອງ​ທ່ານ ​ເພື່ອ​ຖະ​ແຫລ​ງ​ໂດຍ​ສັງ​ເຂບກ່ຽວ​ກັບການ​ທົບ​ທວນຍຸດທະ​ສາດ​ໃໝ່​ນີ້.

ຫລາຍໆ​ອົງການຂ່າວ​ຂອງ​ສະຫະລັດ​ລາຍ​ງານວ່າ ທໍານຽບຫ້າ​ແຈຈະ​ພັດທະນາ​ຍຸດ​ທະ​ສາດ​ໃນການ​ສູ້​ລົບ​ແລະເອົາຊະນະ​ສົງຄາມ​ດຽວ ​ໃນ​ຂະນະ​ທີ່​ສາມາດ​ກີດ​ກັນ​ການ​ເຄື່ອນ​ໄຫວ​ໂຈມ​ຕີໃນ​ແຫ່ງ​ອື່ນ​ໄດ້. ຍຸດ​ທະ​ສາດ​ໃໝ່​ນີ້​ຄາດ​ວ່າ​ຈະ​ເນ້ນ​ເຖິງ​ຄວາມ​ໝາຍ​ໝັ້ນ​ຂອງ​ສະຫະລັດ ​ຕໍ່​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ​ ເນື່ອງ​ຈາກ​ຄວາມ​ເປັນ​ຫ່ວງ​ທີ່ເພີ​ມທະວີ​ຂຶ້ນ​ຂອງ​ວໍ​ຊິງ​ຕັນ​ກ່ຽວ​ກັບ​ການ​ຂະຫຍາຍ​ໂຕ​ອອກ​ຢ່າງ​ໄວ​ທາງ​ທະຫານ​ຂອງ​ປັກ​ກິ​ງ ນັ້ນ. ອີກ​ພາກສ່ວນ​ນຶ່ງ​ທ່ີ​ສໍາຄັນ​ຂອງ​ການ​ທົບ​ທວນ​ນີ້​ແມ່ນ​ຍຸດ​ທະ​ສາດ​ໃນ​ການ​ຕອບ​ໂຕ້​ຕໍ່​ອີຣ່ານ.

ທ່ານ Panetta ຈະ​ປະກາດ​ແຜນການ​ຕ່າງໆ​ເພື່ອຕັດ​ຈໍານວນ​ທະຫານ​ລົງ ຫລຸດຜ່ອນ​ຈໍານວນ​ພວກ​ເຈົ້າ​ໜ້າທີ່​ພົນ​ລະ​ເຮືອນລົງ ​ແລະໂຈະໂຄງ ການ​ຜະລິດ​ອາວຸດ​ໃໝ່​ຫລາຍ​ຢ່າງໄວ້ ຮວມທັງ​ການ​ກໍ່ສ້າງກໍາ​ປັ່ນບັນທຸກ​ເຮືອບິນ​ລໍາ​ໃໝ່​ນໍາ. ນອກ​ນັ້ນ​ທ່ານ Panetta ຍັງ​ຢາກ​ຈະ​ຊອກ​ຫາ​ຊ່ອງ​ທາງ​ອື່ນໆ​ເພື່ອ​ຕັດ​ຄ່າ​ໃຊ້​ຈ່າຍ​ໃນ​ດ້ານ​ພົນທະຫານ​ລົງ ​ໂດຍ​ຈະ​ທໍາ​ການ​ທົບ​ທວນ​ເບິ່ງ​ເງິນ​ບໍານານ​ຂອງ​ທະຫານ ​ແລະ​ຄ່າ​ໃຊ້ຈ່າຍ​ໃນການ ຮັກສາ​ສຸກຂະພາບ​ສໍາ​ລັບ​ພວກ​ທະຫານ​ແລະ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ນໍາ.

XS
SM
MD
LG