ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວິຕົກ​ ການ​ເຜົາ​ໂຕ​ຕາຍ​​ ຂອງຊາວທິ​ເບ​ດ ຢູ່ຈີນ


ມີຊາວ​ທິ​ເບ​ດຢ່າງ​ໜ້ອຍ 92 ຄົນ ​ໄດ້​ເຜົາ​ຕົວ​ເອງ​ຕາຍ​ໃນ
ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ນັບ​ຕັ້ງ​ແຕ່​ປີ 2009 ​ເປັນຕົ້ນມາ
ມີຊາວ​ທິ​ເບ​ດຢ່າງ​ໜ້ອຍ 92 ຄົນ ​ໄດ້​ເຜົາ​ຕົວ​ເອງ​ຕາຍ​ໃນ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ນັບ​ຕັ້ງ​ແຕ່​ປີ 2009 ​ເປັນຕົ້ນມາ
ກະຊວງ​ການ​ຕ່າງປະ​ເທດສະຫະລັດກ່າວ​ວ່າ ຕົນ​ມີ​ຄວາມ
“ວິຕົກ​ກັງວົນ ແລະ​ເສົ້າ​ໃຈ​ເປັນ​ທີ່​ສຸດ​” ກ່ຽວ​ກັບ​ການເພີ້​ມທະ
ວີຂຶ້ນ​ໃນການ​ເຜົາ​ໂຕ​ຕາຍໃນ​ເຂດ​ຂອງຊາວທິ​ເບ​ດ ຢູ່​ໃນ
​ປະ​ເທດ​ຈີນ ​ແລະ​ນະ​ໂຍບາຍ​ຈຳກັດ​ຮັດ ​ແຄບ​ຂອງ​ປັກ​ກິ່ງ ​
ເຮັດ​ໃຫ້​ຄວາມ​ຕຶງ​ຄຽດ​ຢູ່ໃນ​ຂົງ​ເຂດນັ້ນ​ຮ້າຍ​ແຮງຂຶ້ນ.

ມີຊາວ​ທິ​ເບ​ດຢ່າງ​ໜ້ອຍ 92 ຄົນ ​ໄດ້​ເຜົາ​ຕົວ​ເອງ​ຕາຍ​ໃນ
ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ນັບ​ຕັ້ງ​ແຕ່​ປີ 2009 ​ເປັນຕົ້ນມາ
ພ້ອມ​ທັງອີກ 28 ກໍລະນີ ທີ່​ມີລາຍ​ງານ​ວ່າ​ໄດ້​ເກີດ​ຂຶ້ນໃນ​
ເດືອນ​ພະຈິກຜ່ານ​ມານີ້ ​ແຕ່​ພຽງ​ເດືອນ​ດຽວ​ທໍ່ນັ້ນ. ການ
​ເພີ້ມຂຶ້ນທີ່​ວ່າ​ນີ້ ​ບັງ​ເອີນ ໄດ້ເກີ​ດຂື້ນພ້ອມໆ​ກັບ​ການປະ​
ທ້ວງ​ຕໍ່ຕ້ານ​ຈີນ ​ແລະ​ການ​ປາບ​ປາມ​ຂອງ​ກຳລັງຄວາມ​
ປອດ​ໄພ.

ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດສະຫະລັດທ່ານນາງ Maria Otero ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ໃນ​ຕອນ​ແລງ​ຂອງ​ວັນ​ພຸດນີ້ວານ​ນີ້ວ່າ ປັກ​ກິ່ງ​ໄດ້​ຕອບ​ໂຕ້​ຕໍ່​ການ​ປະ​ທ້ວງ “ດ້ວຍ​ມາດ​ຕະ ການ​ຕ່າງໆ​ເພີ້ມການ​ຄວບ​ຄຸມທີ່ເຄັ່ງ​ຄັດຢູ່​ແລ້ວ ​ຕໍ່ສິດ
ເສລີ​ພາບ​ໃນການ​ນັບຖື​ສາສະໜາ ສິດ​ເສລີພາບ​ໃນການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ສິດ​ເສລີພາບ​ໃນການໂຮມ​ຊຸມນຸມ ​ແລະ​ການ​ຄົບ​ຄ້າ​ສະມາຄົມ​ຂອງຊາວ​ທິ​ເບ​ດ.”

​ໂດຍ​ສະ​ເພາະ​ແລ້ວ ທ່ານ​ນາງກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ຄູ່​ຕໍາ​ແໜ່​ງຝ່າຍຈີນ​ ​ແກ້​ໄຂນະ​ໂຍບ​າຍຕ່າງໆ ​ເຊັ່​ນວ່າ ການຫ້າມ​ປະຕິບັດ​ສາສະໜາ​ກິດຂອງ​ຊາວພຸດ​ທິ​ເບ​ດ ການ​ສີ້​ງຊອ​ມຢູ່​ຕາມ​ວັດວາອາ​ຮາມຕ່າງໆ ການ​ກັກ​ຂັງໂດຍ​ພະລະການ ການ​ຫາຍ​ສາບສູນໄປ ​ແລະ​ການໃຊ້ກໍາລັງ​ຕໍ່​ບັນດາ​ນັກ​ເຄື່ອນ​ໄຫວ​ທິເບ​ດ.

ທ່ານນາງ Otero ​ໄດ້​ຮຽກຮ້ອງ​ໃຫ້ລັດ​ຖະບານ​ຈີນ “ອະນຸຍາດ​ບັນດາ​ນັກ​ຂ່າວ ນັກ​ການ​ທູດ ​ແລະ​ນັກ​ສັງ​ເກດ​ການ​ອື່ນໆ ​ເຂົ້າ​ໄປ​ກວດກາ​ແບບ​ບໍ່​ມີ​ການ​ຈຳກັດ ຢູ່​ໃນ​ເຂດ​ທິ​ເບ​ດ
ຂອງ​ຈີນ.” ຊຶ່ງ​ເປັນ​ບ່ອນ​ທີ່ປັກ​ກິ່ງ ​ໄດ້​ຄວບ​ຄຸມ​ຢ່າງເຄັ່ງຄັດ ​ໃນ​ດ້ານ​ຂ່າວ​ຄາວ​ຕ່າງໆ​ນັ້ນ.

ທ່ານ​ນາງຍັງຮຽກຮ້ອງ​ໃຫ້​ຈີນ "​ເ​ປີດການ​ສົນ​ທະ​ນາ​ຫາລືກັບອົງ​ດາ​ໄລລາ​ມະ ຫລື​ບັນດາ​ຜູ້ຕາງໜ້າຂອງ​ພະ​ອົງ ​ໂດຍປາສຈາກ​ການ​ຕັ້ງ ເງື່ອນ​ໄຂ​ລ່ວງ​ໜ້າ​ໃດໆ.​

ກ່ຽວຂ້ອງກັນ

XS
SM
MD
LG