ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂຕ້ວາທີ ເທື່ອທີ 2 ລະຫວ່າງ ປ. ໂອບາມາ ແລະທ່ານ Romney (ສະໄລດ໌ກັບວີດີໂອ)


<span class="short_text" id="result_box" lang="zh-TW"><span title="大幅喷绘展板(图片由公祭参与者提供)">大幅噴繪展板(圖片由公祭參與者提供)</span></span>
<span class="short_text" id="result_box" lang="zh-TW"><span title="大幅喷绘展板(图片由公祭参与者提供)">大幅噴繪展板(圖片由公祭參與者提供)</span></span>
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະ ຄູ່ແຂ່ງ
ຂອງທ່ານຈາກພັກຣີພັບບລີກັນ ອະດີດຜູ້ປົກຄອງລັດ Massa-
chusetts ທ່ານ Mitt Romney ໄດ້ປະທະຄາລົມກັນກ່ຽວກັບ
ບັນຫາຕ່າງໆໃນຂອບເຂດທີ່ກວ້າງຂວາງເມື່ອແລງວັນອັງຄານ
ວານນີ້ ໃນການໂຕ້ວາທີ ຜູ້ສະມັກປະທານາທິບໍດີຄັ້ງທີ 2 ຂອງ
ຈຳນວນທັງໝົດ 3 ຄັ້ງ.

ມັນແມ່ນປະທານາທິບໍດີ ບາຣັກ ໂອບາມາ ທີ່ມີການຕັດສິນໃຈ
ແບບເດັດຂາດກວ່າເກົ່າທີ່ໄດ້ມາປະກົດໂຕໃນການໂຕ້ວາທີຄັ້ງ
ທີ 2 ທີ່ຈັດຂຶ້ນ ຢູ່ມະຫາວິທະຍາໄລ Hofstra ໃນນະຄອນນິວ
ຢອກ.

ຫຼັງຈາກໄດ້ຮັບຄະແນນບໍ່ຄ່ອຍດີປານໃດໃນການໂຕ້ວາທີເທື່ອທຳອິດ ຈຶ່ງເບິ່ງຄືວ່າ ທ່ານ ໂອບາມາໄດ້ຕັດສິນໃຈທີ່ຈະນຳໃຊ້ວິທີ ທີ່ຫ້າວຫານກວ່າເກົ່າຕໍ່ທ່ານ Romney ທີ່ໄດ້ຮັບ
ຄະແນນເພີ້ມຂຶ້ນ ໃນການຢັ່ງຫາງສຽງນັ້ນ.

ກ່ຽວກັບເລື່ອງຈີນແລະການໂຕ້ແຍ້ງຂອງປະທານາທິບໍດີທີ່ວ່າທ່ານ Romney ໄດ້ລົງທຶນ ຢູ່ໃນບັນດາບໍລິສັດທີ່ສົ່ງວຽກໄປຕ່າງປະເທດນັ້ນ ຜູ້ສະມັກທັງສອງກໍໄດ້ປະທະຄາລົມກັນ.

ທ່ານ Romney ຖາມຊໍ້າແລ້ວຊໍ້າອີກວ່າ “ທ່ານປະທານາທິບໍດີ ທ່ານໄດ້ເບິ່ງເລື່ອງ ເບ້ຍບຳນານຂອງທ່ານແລ້ວບໍ? ທ່ານໄດ້ເບິ່ງແລ້ວບໍ? ທ່ານປະທານາທິບໍດີທ່ານ
ໄດ້ເບິ່ງກ່ຽວກັບເລື່ອງເບ້ຍບຳນານຂອງທ່ານແລ້ວບໍ?”


ປະທານາທິບໍດີໂອບາມາຕອບວ່າ “ທ່ານກໍຮູ້ດີ ຂ້າພະເຈົ້າຂໍເວົ້າວ່າ ຂ້າພະເຈົ້າບໍ່ໄດ້ ເບິ່ງກ່ຽວກັບເລື່ອງເບ້ຍບຳນານຂອງຂ້າພະເຈົ້າເລີຍ. ມັນບໍ່ໄດ້ມີມູນຄ່າຫຼວງຫຼາຍ ຄືກັນກັບຂອງທ່ານ ຈຶ່ງບໍ່ຕ້ອງໄດ້ໃຊ້ເວລາດົນ.”



ໃນການໂຕ້ວາທີຄັ້ງນີ້ທັງສອງທ່ານໄດ້ຕອບຄຳຖາມທີ່ມາຈາກພວກມີສິດປ່ອນບັດຈໍານວນ ນຶ່ງ ທີ່ຍັງບໍ່ທັນໄດ້ຕັດສິນໃຈເທື່ອກ່ຽວກັບເລື່ອງພະລັງງານ ເລື່ອງຄົນເຂົ້າເມືອງ ແລະການ ຄວບຄຸມອາວຸດປືນ ແຕ່ສ່ວນໃຫຍ່ແມ່ນໄດ້ເພັ່ງເລັງໃສ່ເລື່ອງເສດຖະກິດ.

ທ່ານ Romney ໄດ້ກ່າວເນັ້ນ ເຖິງແຜນການຂອງທ່ານ ທີ່ຈະຕັດ ອັດຕາການເກັບພາສີ ແລະສ້າງວຽກເຮັດງານທຳ.

ທ່ານ Romney ເວົ້າວ່າ “ສຳລັບຂ້າພະເຈົ້າແລ້ວ ເມື່ອຂ້າພະເຈົ້າໄດ້ພິຈາລະນາ ເບິ່ງສິ່ງທີ່ໄດ້ເກີດຂຶ້ນໃນໄລຍະ 4 ປີຜ່ານມາແລ້ວກໍຕ້ອງຂໍເວົ້າວ່າມັນເປັນຄວາມ ຜິດຫວັງ. ພວກເຮົາສາມາດເຮັດໄດ້ດີກວ່ານີ້.”

ແຕ່ປະທານາທິບໍດີໂອບາມານັ້ນ ເບິ່ງຄືວ່າ ມີຄວາມກະຕືລືລົ້ນທີ່ຈະທ້າທາຍຄູ່ແຂ່ງຈາກ ພັກຣີພັບບລີກັນຂອງທ່ານ.

ທ່ານໂອບາມາເວົ້າວ່າ “ຖ້າມີຜູ້ໃດຜູ້ນຶ່ງ ມາຫາທ່ານ ພ້ອມກັບແຜນການ ທີ່ເວົ້າວ່າ ຂ້າພະເຈົ້າຢາກໃຫ້ທ່ານໃຊ້ຈ່າຍເງິນ 7 ຫຼື 8 ພັນຕື້ໂດລາ ແລະພວກເຮົາຈະຫາ ເງິນມາໃຫ້ດອກ ແຕ່ພວກເຮົາບໍ່ສາມາດບອກພວກທ່ານໄດ້ ຈົນກວ່າບາງທີອາດ ຫຼັງຈາກການເລືອກຕັ້ງ ວ່າພວກເຮົາຈະເຮັດແບບໃດ ທ່ານກໍອາດຈະບໍ່ຮັບເອົາ ການຕົກລົງທີ່ຍັງບໍ່ຄົບບໍ່ຖ້ວນດັ່ງກ່າວ ແລະທ່ານກໍບໍ່ຄວນຈະເຮັດແບບນັ້ນ.”

ຈຸດເດືອດອີກຈຸດນຶ່ງໃນການໂຕ້ວາທີເທື່ອນີ້ ກໍແມ່ນການໂຈມຕີສະຖານກົງສຸນສະຫະລັດ ທີ່ເມືອງ Benghazi ປະເທດລີເບຍ ໃນເດືອນແລ້ວ ທີ່ໄດ້ສັງຫານເອກອັກຄະລັດຖະທູດ ສະຫະລັດທ່ານ Chris Stevens ແລະເຈົ້າໜ້າທີ່ອາເມຣິກັນອື່ນໆອີກ 3 ຄົນ.

ທ່ານ Romney ກ່າວວ່າ ລັດຖະບານທ່ານໂອບາມາ ຊ້າຫຼາຍໃນການອອກມາຮັບຮູ້ວ່າ ມັນເປັນການໂຈມຕີຂອງພວກກໍ່ການຮ້າຍ.

ທ່ານ Romney ເວົ້າວ່າ “ແຕ່ເລື່ອງທີ່ຂ້າພະເຈົ້າເຫັນວ່າມັນໜ້າເປັນຫ່ວງຫຼາຍໄປ ກວ່ານັ້ນ ກໍຄືນຶ່ງມື້ຫຼັງຈາກໄດ້ມີການສັງຫານເອກອັກຄະລັດຖະທູດສະຫະລັດ ຊຶ່ງ ເປັນເທື່ອທຳອິດທີ່ໄດ້ເກີດຂຶ້ນ ນັບແຕ່ປີ 1979 ເປັນຕົ້ນມາ ແລະມີຊາວອາເມຣິ ກັນທັງໝົດ 4 ຄົນ ເສຍຊີວິດຢູ່ທີ່ນັ້ນ ຊຶ່ງເປັນເວລາ ທີ່ເຫັນໄດ້ຊັດແຈ້ງວ່າ ພວກ ເຮົາບໍ່ຮູ້ຈັກເລີຍວ່າແມ່ນຫຍັງໄດ້ເກີດຂຶ້ນແທ້ໆນັ້ນ ທ່ານປະທານາທິບໍດີ ນຶ່ງມື້ຫຼັງ ຈາກເລື່ອງດັ່ງກ່າວ ໄດ້ເກີດຂຶ້ນແລ້ວ ກໍໄດ້ບິນໄປ ນະຄອນ Las Vegas ເພື່ອ ຊອກຫາເງິນທຶນມາໂຄສະນາຫາສຽງ.”

ຄວາມເຫັນດັ່ງກ່າວນັ້ນໄດ້ຮັບການຕອບໂຕ້ຢ່າງແຂງຂັນຈາກປະທານາທິບໍດີ.

ທ່ານໂອບາມາເວົ້າວ່າ “ແລະຕໍ່ຈາກນັ້ນມາບໍ່ເທົ່າໃດມື້ຂ້າພະເຈົ້າກໍໄດ້ໄປຮັບເອົາ ຫີບສົບທີ່ສົ່ງມາເຖິງຖານທັບອາກາດ Andrews ແລະກໍໄດ້ຮ່ວມສະແດງຄວາມ ເສົ້າໂສກເສຍໃຈກັບທາງຄອບຄົວ ແລະການສະເໜີແນະທີ່ວ່າ ຜູ້ໃດກໍຕາມທີ່ຢູ່ ໃນຄະນະຂອງຂ້າພະເຈົ້າບໍ່ວ່າຈະເປັນລັດຖະມົນຕີການຕ່າງປະເທດຫຼືເອກອັກ ຄະລັດຖະທູດ ປະຈຳອົງການສະຫະປະຊາຊາດ ຜູ້ໃດກໍຕາມໃນຄະນະຂອງຂ້າ ພະເຈົ້າທີ່ອາດຫຼິ້ນການເມືອງ ຫຼືຊັກນຳໄປໃນທາງທີ່ບໍ່ຖືກຕ້ອງ ເວລາພວກເຮົາ ສູນເສຍພະນັກງານຂອງພວກເຮົາໄປ 4 ຄົນນັ້ນທ່ານຜູ້ປົກຄອງລັດມັນເປັນການ ໂຈມຕີທີ່ໜ້າລັງກຽດ.”

ພວກນັກວິເຄາະກ່າວວ່າ ໃນເທື່ອນີ້ ປະທານາທິບໍດີໂອບາມາໄດ້ສະແດງທ່າທີທີ່ເຂັ້ມແຂງ ກວ່າໃນການໂຕ້ວາທີເທື່ອທຳອິດຊຶ່ງຄວນຈະເຮັດໃຫ້ພັກເດໂມແຄຣັທມີກໍາລັງໃຈຂຶ້ນ ໃນ ອັນທີ່ຈະກາຍເປັນ ການເລືອກຕັ້ງທີ່ມີຄະແນນສຽງ ໃກ້ຄຽງກັນຫຼາຍທີ່ສຸດ ອີງຕາມການຢັ່ງ ຫາງສຽງເທື່ອຫຼ້າສຸດ.

ກ່ຽວຂ້ອງກັນ

XS
SM
MD
LG