ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະຄິວບາ ຈະເຈລະຈາ ຮອບທີ 3 ຢູ່ຮາວານາ


ນັກຂ່າວຄົນນຶ່ງ ຢຶນຢູ່ຕໍ່ໜ້າໂທລະພາບ ກອງປະຊຸມສະຫະລັດ ແລະຄິວບາ.
ນັກຂ່າວຄົນນຶ່ງ ຢຶນຢູ່ຕໍ່ໜ້າໂທລະພາບ ກອງປະຊຸມສະຫະລັດ ແລະຄິວບາ.

ບັນດາ​ເຈົ້າ​ໜ້າທີ່ສະຫະລັດ ​ແລະ​ຄິວ​ບາ ຈະ​ເລີ້ມ​ການ​ປະຊຸມ​
ກັນ​ຮອບ​ທີ​ສາມຢູ່​ທີ່ນະຄອນ​ຮາ​ວາ​ນາໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້
ກ່ຽວ​ກັບ​ຂັ້ນຕອນການຟື້ນ​ຟູູຄວາມ​ສຳພັນ​ທາງ​ດ້ານການ​ທູດ.

ຫົວໜ້າໃນ​ການເຈລະຈາຂອງຝ່າຍຄິວ​ບາ​ກ່າວ​ວ່າ ການ​ຕັດ
ສິນ​ໃຈຂອງສະຫະລັດ ລືບຊື່ຄິວ​ບາ​ ອອກ​ຈາກບັນຊີ​ລາ​ຍຊື່
ວ່າ​ເປັນປະ​ເທດ​ທີ່​ໃຫ້ກາ​ນສະໜັບສະໜູນພວກ​ກໍ່​ການ​ຮ້າຍ
ນັ້ນ ບໍ່​ແມ່ນເງື່ອນໄຂລ່ວງໜ້າ ​ໃນການຟື້ນຟູຄວາມ​ສຳພັນ. ​

ທ່ານນາງ Josefina Vidal ຫົວໜ້າຮັບຜິດຊອບກ່ຽວກັບ
ເລື້ອງສະຫະລັດ ປະຈຳ​ກະຊວງ​ຕ່າງປະ​ເທດຄິວ​ບາ ກ່າວວ່າ
“​ເພື່ອ​ໃຫ້​ເຮົາ​ສາມາດ​ສ້າງຕັ້ງຄວາມສຳພັນຄືນໃໝ່ ແລະ​ຫລັງຈາກນັ້ນ ກໍເອົາບາດກ້າວ
ຂັ້ນ​ຕໍ່​ໄປ ​ເພື່ອເປີດ​ສະຖານທູດ. ​ດັ່ງນັ້ນສິ່ງທີ່ພວກ​ເຮົາກ່າວວ່າ ​ແມ່ນ​ແລ້ວ ມັນ​ບໍ່​ແມ່ນເງື່ອນ
ໄຂລ່ວງໜ້າ ມັນ​ບໍ່​ແມ່ນ​ເງື່ອນໄຂເລີຍ ​ແຕ່​ສິ່ງ​ທີ່​ພວກເຮົາ​ເວົ້າ​ກໍ​ຄືວ່າ ມັນ​ເປັນ​ສິ່ງ​ສຳຄັນ​ເປັນ​ເລື້ອງ​ສຳຄັນ​ຫລາຍ ສຳຫລັບ​ຄິວ​ບາ. ຂ້າ​ພະ​ເຈົ້າສາມາດ​ເວົ້າ​ໄດ້​ວ່າ ​ເປັນ​ບູລິມະສິດ ສຳ
ຫລັບ​ຄິວ​ບາ.”

US-Cuba Thaw an Economic 'Win-Win' (On Assignment)
please wait

No media source currently available

0:00 0:04:41 0:00

ການໃຫ້ຄວາມເຫັນຂອງ​ຫົວໜ້າ​ຄະນະເຈ​ລະ​ຈາຄິວ​ບາ ​ໄດ້​ມີ​ຂື້ນ​ຢູ່​ຕອນທ້າຍສຸດ​ ຂອງ
ການເຈລະຈາຮອບທີ​ສອງ​ ກັບສະຫະລັດ ທີ່​ນະຄອນຫລວງວໍຊິງ​ຕັນ ​ເມື່ອ​ສອງ​ອາທິດ
​ກ່ອນ. ຫລັງ​ຈາກ​ການ​ປະຊຸມ​ດັ່ງກ່າວແລ້ວ ຫົວໜ້າ​ເຈລະຈາ​ຂອງສະຫະລັດ​ ກັບ​ຄິວ​ບາ
ຄື ​ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະ​ເທດສະຫະລັດ ທ່ານ​ນາງ Roberta
Jackson ກ່າວ​ວ່າ ​ເຂົາ​ເຈົ້າ​ຫວັງ​ວ່າ ຈະ​ສືບສານຕໍ່ຄວາມກ້າວໜ້າທີ່ໄດ້ຮັບແລ້ວນັ້ນໄປ​
ສູ່​ການ​ເປີດ​ສະຖານທູດ ຂອງ​ສອງ​ຝ່າຍຊຶ່ງ ອາດ​ຈະ​ເປັນ​ໄປ​ໄດ້​ ທັນກັບກອງ​ປະຊຸມ​ສຸດ​
ຍອດ​ ບັນດາປະ​ເທດ​ໃນອາ​ເມຣິກາ ໃນ​ເດືອນ​ໜ້ານີ້ ທີ່ປະ​ເທດ Panama.

​ແຕ່ແນວໃດກໍຕາມ ຈຸດ​ສຳຄັນ​ທີ່ຄົງຄ້າງ ນັບ​ຕັ້ງ​ແຕ່​ໄດ້ເລີ້ມ​ມີການເຈລະຈາມາກໍ ແມ່ນ
ການຕັດສິນໃຈຂອງຄິວບາ ທີ່ຈະເອົາເລື້ອ​ງເປີດ​ສະຖານທູດຄືນ​ໃໝ່ໄປເປັນເງື່ອນໄຂ
ພົວພັນ ກ່ຽວກັບວ່າສະຫະລັດຈະລືບຊື່ຄິວ​ບາຫລືບໍ່ອອກ​ຈາກ​ລາຍ​ຊື່ກະ ຊວງ​ຕ່າງປະ​ເທດສະຫະລັດ ຂອງ​ບັນດາປະ​ເທດ​ທີ່​ໃຫ້ຫາ​ນສະໜັບສະໜູນພວກ ກໍ່​ການ​ຮ້າຍ. ​

ນັກຊ່ຽວຊ້ານດ້ານນະໂຍບາຍຂອງສະຫະລັດຄົນນຶ່ງເຊື່ອວ່າ ປະຫວັດສາດອາດ ຈະເຂົ້າ
ຂ້າງຝ່າຍຄິວບາ.

ບັນດາ​ເຈົ້າ​ໜ້າ​ທີ່​ຄິວ​ບາ ພວມລໍຖ້າ​ການ​ຕັດສິນ​ໃຈດັ່ງກ່າວ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່ກະຊວງ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ການ​ທົບ​ທວນ​ກຳລັງ​ດຳ​ເນີນຢູ່ ກ່ຽວ​ກັບສະຖານະພາບ
ຂອງຄິວ​ບາ ​ແລະ​ການ​ທົບ​ທວນນີ້​ຈະ​ສີ້​ນສຸດ​ລົງ​ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ສະຫະລັດ ​ໄດ້​ປິດ​ສະຖານທູດ​ຢູ່ໃນ​ຄິວ​ບາ ຫລັງ​ຈາກ​ໄດ້ປະກາດ​ຫ້າມ​ຄ້າຂາຍ ມາ​ເປັນ
​ເວລາ​ຫລາຍ​ກວ່າຫ້າ​ທົດ​ສະ​ວັດ​ແລ້ວ. ​ໃນ​ເດືອນ​ມັງກອນແລ້ວນີ້ ຫລັງ​ຈາກ​ໄດ້​ມີ​ການລິ
​ເລີ້ມ ທີ່​ປະກາດ​ໂດຍປະ​ທາ​ນາ​ທິບໍດີ Barack Obama ແລ້ວທັງ​ສອງ​ຝ່າຍກໍ​ໄດ້​ເລີ້ມ​ພົບ
ປະກັນ ​ເພື່ອສ້າງຕັ້ງຄວາມສຳພັນ​ຄືນ​ໃໝ່.

US Cuba Talk
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG